ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ຫົວໜ້າເຈົ້າໜ້າທີ່ອາວຸໂສຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນບວກສາມ ແລະ ກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ

 

201881VMThongphan1

 

ໃນຕອນເຊົ້າວັນທີ 1 ​ສິງຫາ 2018, ທ່ານທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ, ໄດ້ສືບຕໍ່ນຳພາຄະນະຜູ້​ແທນ​ລາວເຂົ້າຮ່ວມກອງ​ປະ​ຊຸມ ຫົ​ວ​ໜ້າ​ເຈົ້າ​ໜ້າ​ທີ່ ອາ​ວຸ​ໂສ ອາ​ຊຽນ ບວກ​ສາມ (ຈີນ, ສ. ເກົາຫລີ, ຍີ່ປຸ່ນ). ກອງປະຊຸມໄດ້​ປຶກ​ສາ​ຫາ​ລື ແລະ ທົບ​ທວນ​ຄືນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ວຽກ​ການ​ຮ່ວມ​ມື​ອາ​ຊຽນ​ບວກ​ສາມ ໄລ​ຍະ​ປີ (2018-2020) ແລະ ການຈັດຕັ້ງປະຕິບັດບັນ​ດາ​ຂໍ້​ສະ​ເໜີ​ແນະ​ຂອງ​ໜ່ວຍ​ງານ​ວິ​ໄສ​ທັດ​ອາ​ຊີ​ຕາ​ເວັນ​ອອກ II (EAVG II), ຊຶ່ງ​ເຫັນ​ວ່າ ມີ​ຄວາມ​ຄືບ​ໜ້າຫຼາຍ​ດ້ານ. ໃນໂອ​ກາດນີ້, ກອງ​ປະ​ຊຸມ ໄດ້​ເຫັນດີເພີ່ມທະວີການ​ຮ່ວມ​ມືໃນດ້ານຕ່າງໆເຊັ່ນ ການ​ສົ່ງ​ເສີມ​ການ​ຄ້າ, ​ການ​ເງິນ, ການ​ເຊື່ອມ​ຈອດ ແລະ ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ແລະ ໄພ​ພິ​ບັດ​ທຳ​ມະ​ຊາດ, ແລະ ການ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ ຢູ່​ໃນ​ພາກ​ພື້ນ. ກອງປະຊູມ ຍັງໄດ້ປຶກສາຫາລືຂໍ້ລິເລີ່ມ ເພື່ອສົ່ງເສີມວັດທະນະທໍາຂອງ ອາຊຽນບວກສາມ (Cultural Cities) ແລະ ຖືໂອກາດນີ້, ຄະນະຜູ້ແທນລາວ ກໍ່ໄດ້ແຈ້ງຕໍ່ກອງປະຊຸມຊາບກ່ຽວກັບແຜນການຈັດກອງປະຊຸມເວທີອາຊີຕາເວັນອອກ (EAF) ລະຫວ່າງວັນທີ 29-30 ສິງຫາ 2018 ທີ່ ຫຼວງພະບາງ ໂດຍຈະແມ່ນ ສປປ ລາວ ແລະ ສ.ເກົາຫຼີ ເປັນປະທານຮ່ວມ ເພື່ອສືບຕໍ່ປຶສາຫາລືທິືດທາງການຮ່ວມມືອາຊຽນບວກສາມໃນຕໍ່ໜ້າ.

ອ່ານເພີ່ມເຕີມ... 

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມອຶ່ນໆທີ່ກ່ຽວຂ້ອງ

ໃນວັນທີ 31 ກໍລະກົດ 2018 ທີ່ ສິງກະໂປ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ,ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວພ້ອມດ້ວຍຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຊຶ່ງຈັດ​ຂຶ້ນ​ໃນ​ໂອກາ​ດກອງປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງທີ 51 ພາຍໃຕ້ການເປັນປະທານຂອງ ສິງກະໂປ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຍື່ນໜັງສືແຕ່ງຕັ້ງ ແລະ ຢ້ຽມຂໍ່ານັບ ຂອງຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ

tp hup wb

 

ໃນວັນທີ 23 ກໍລະກົດ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນໜັງສືແຕ່ງຕັ້ງ ແລະ ຢ້ຽມຂໍ່ານັບ ຂອງ ທ່ານ ນິໂຄຣາ, ​ເພື່ອ​ດຳລົງ​ຕຳ​ແໜ່​ງ​ເປັນຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ຜູ້ໃໝ່ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາປະຕິບັດວຽກງານ ຢູ່ ສປປ ລາວ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487399
ມື້ນີ້67
ມື້ວານ167
ອາທິດນີ້1061
ເດືອນນີ້792