ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມສະໄໜວິສາມັນ ຄັ້ງທີ 2 ປະຈຳປີ 2018 ຂອງສະພາບໍລິຫານອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ

kp mol

    ໃນວັນທີ 29 ມິຖຸນາ 2018, ຄະນະຜູ້ແທນ ສປປລາວ ນຳພາໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສະໄໜວິສາມັນຄັ້ງທີ 2 ປະຈໍາປີ 2018 ຂອງສະພາ ບໍລິຫານອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ຊຶ່ງໄດ້ຈັດຂຶ້ນທີ່ນະຄອນເຊີແນວ, ປະເທດສະວິດສະແລນ ພາຍໃຕ້ການເປັນປະທານຂອງທູດປະເທດ ຊິເລ ປະຈຳ ເຊີແນວ, ມີປະເທດສະມາຊິກ IOM ທັງໝົດເຂົ້າຮ່ວມ.

ຈຸດປະສົງການເປີດກອງປະຊຸມສະໄໝວິສາມັນຄັ້ງນີ້ ແມ່ນເພື່ອປຶກສາຫາລືຫຼາຍບັນຫາສຳຄັນທີ່ຕິດພັນກັບວຽກງານບໍລິຫານອົງການ IOM ໃນໄລຍະຜ່ານມາ; ການປະກາດເອົາສະມາຊິກໃໝ່ 3 ປະເທດ ຊຶ່ງມີ ສປປ ລາວ, ປະເທດປາລາວ ແລະ ປະເທດເກຣນາດາ, ປັດຈຸບັນອົງການ IOM ມີສະມາຊິກທັງໝົດ 172 ປະເທດ; ການເລືອກຕັ້ງເອົາຜູ້ອຳນວຍການໃຫຍ່ຄົນໃໝ່ປ່ຽນແທນຜູ້ເກົ່າທີ່ຈະໝົດວາລະໃນທ້າຍເດືອນກັນຍາ 2018 ຊຶ່ງໄດ້ມີຜູ້ສະໝັກ 3 ທ່ານ ຈາກ 3 ປະເທດ : ອາເມລິກາ, ໂກດສະຕາລີກາ ແລະ ປະເທດປ໋ອກຕຸຍການ. ຜ່ານການລົງຄະແນນ ທ່ານ António Vitorino ຈາກປະເທດປ໋ອກຕຸຍການ ຊະນະການເລືອກຕັ້ງ ແລະ ຈະເຂົ້າຮັບໜ້າທີ່ເລີ່ມແຕ່ ວັນທີ 1 ຕຸລາ 2018 ເປັນຕົ້ນໄປໂດຍມີກຳນົດເວລາການດຳລົງຕຳແໜ່ງ 5 ປີ.

ໃນໂອກາດເຂົ້່າຮ່ວມກອງປະຊຸມຄັ້ງນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ກ່າວຄໍາປາໄສຕໍ່ກອງປະຊຸມໂດຍໄດ້ສະແດງຄວາມຊົມເຊີຍອົງການ IOM ທີ່ໄດ້ປະກອບສ່ວນໃຫ້ການຊ່ວຍເຫຼືອແລະປົກປ້ອງຜູ້ເຄື່ອນຍ້າຍຖິ່ນຖານໃນທົ່ວໂລກໃນໄລຍະຜ່ານມາ, ສະແດງຄວາມຂອບໃຈຕໍ່ປະເທດສະມາຊິກກໍຄືອົງການ IOM ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮັບຮອງເອົາ ສປປ ລາວ ເຂົ້າ ເປັນສະມາຊິກ ພ້ອມທັງສະແດງຄວາມຂອບໃຈຕໍ່ອົງການ IOM ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ.

ການເຂົ້າເປັນສະມາຊິກ IOM ຂອງ ສປປ ລາວ ໄດ້ສ້າງຂີດໝາຍໃໝ່ສຳລັບການເສີມຂະຫຍາຍການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IOM ຊຶ່ງສອງຝ່າຍໄດ້ເລີ່ມມີການຮ່ວມມືກັນນັບແຕ່ປີ 2002 ​ເປັນຕົ້ນມາ ແລະ ໄດ້ເພິ່ມທະວີການຮ່ວມມືກັນເປັນກ່າວໆ ໃນຫຼາຍຂົງເຂດເຊັ່ນ: ການພັດທະນາສີມືແຮງງານ, ການຮັກສຸພະພາບແຮງງານ, ການຊ່ວຍເຫລືອຜູ້ເຄາະຮ້າຍກັບຄືນປະເທດ, ວຽກງານຕອບໂຕ້ ແລະ ຮັບມືໄພພິບັດ, ວຽກງານກວດຄົນເຂົ້າ-ອອກເມືອງ ແລະ ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວຍັງໄດ້ພົບປະເຮັດວຽກກັບ ທ່ານ ນາງ Laura Thompson, ຮອງຜູ້ອຳນວຍການໃຫຍ່ອົງການ IOM ເພື່ອສະແດງຄວາມຂອບໃຈຕໍ່ອົງການ IOM ທີ່ໄດ້ໃຫ້ ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ພ້ອມທັງໄດ້ປຶກສາຫາລື ກ່ຽວກັບທິດທາງແຜນການ ເພື່ອຍົກລະດັບການຮ່ວມມືສອງຝ່າຍໃນຕໍ່ໜ້າ ເປັນຕົ້ນແມ່ນການຂະຫຍາຍການຮ່ວມມື ແລະ ເພິ່ມທະວີການຊ່ວຍເຫຼືອ ດ້ານເຕັກນິກ ແລະ ການສ້າງຂີດຄວາມສາມາດດ້ານວິຊາການ ໃຫ້ແກ່ພະນັກງານລາວ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485820
ມື້ນີ້119
ມື້ວານ206
ອາທິດນີ້856
ເດືອນນີ້5125