ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ-ຍີ່ປຸ່ນ ຄັ້ງທີ 33, ຊຶ່ງໄດ້ຈັດຂຶ້ນໃນວັນທີ 13 ມິຖຸນາ 2018 ທີ່ ໂຕກຽວ, ຍີ່ປຸນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Takeo MORI, ຮອງລັດຖະມົນຕີຕ່າງປະເທດ ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນຂອງຍີ່ປຸ່ນ ແລະ ທ່ານ ນາງ Emaleen ABD RAHMAN TEO, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນຂອງບຣູໄນ.
ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນຂອງ ສປປ ລາວ ໄດ້ສືບຕໍ່ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ (ASEAN Regional Forum Senior Officials’ Meeting), ໃນວັນທີ 7 ມິຖຸນາ 2018, ທີ່ ສິງກະໂປ.