ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ນຳພາຄະນະທູຕານຸທູດອາຊຽນ ປະຈຳ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງສະຫວັນນະເຂດ

 

20201210-12 ASEAN-Svan-1

 

ໃນລະຫວ່າງວັນທີ 10-12 ທັນວາ 2020, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ   ໄດ້ນຳພາຄະນະຜູ້ແທນບັນດາທູຕານຸທູດອາຊຽນ (ບຣູໄນ ດາຣູຊາລາມ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປ ແລະ ໄທ) ປະຈຳ ສປປ ລາວ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ. ການຢ້ຽມຢາມຄັ້ງນີ້ ແມ່ນເປັນໜຶ່ງໃນກິດຈະກໍາທີ່ສະເໜີຢູ່ກອງປະຊຸມປຶກສາຫາລື ລະຫວ່າງ ກະຊວງການຕ່າງປະເທດ ແລະ ບັນດາທູດອາຊຽນປະຈໍາ ສປປ ລາວ (ASEAN Consultative Meeting), ເຊິ່ງບັນດາທູດອາຊຽນ ປະຈໍາ ສປປ ລາວ ໄດ້ມີຄວາມສົນໃຈເພື່ອມາຊອກຮູ້ສະພາບຈຸດພິເສດ ກໍຄືການພັດທະນາເສດຖະກິດ-ສັງຄົມ, ທ່າແຮງ ແລະ ຂໍ້ມູນການລົງທຶນຂອງແຂວງສະຫວັນນະເຂດ.

 

 

 

20201210-12 ASEAN-Svan-220201210-12 ASEAN-Svan-320201210-12 ASEAN-Svan-4

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາທູຕານຸທູດອາຊຽນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ

ພົບປະກັບທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຮອງເຈົ້າແຂວງສະຫວັນນະເຂດ

 

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາທູຕານຸທູດອາຊຽນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຮອງເຈົ້າແຂວງສະຫວັນນະເຂດ, ຜູ້ຊີ້ນໍາວຽກງານເສດຖະກິດ, ເຊິ່ງທ່ານຮອງເຈົ້າແຂວງ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ຄະນະນຳກະຊວງການຕ່າງປະເທດ ແລະ ຄະນະທູຕານຸທູດ ທີ່ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນຄັ້ງນີ້, ພ້ອມທັງແຈ້ງສະພາບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ທ່າແຮງບົ່ມຊ້ອນທີ່ສຳຄັນ ເປັນຕົ້ນກະສິກຳ, ອຸດສາຫະກຳປຸງແຕ່ງ, ການຂຸດຄົ້ນພະລັງງານ-ບໍ່ແຮ່ ແລະ ການບໍລິການ, ເປັນແຂວງຍຸດທະສາດທີ່ນັກລົງທຶນຕ່າງປະເທດຈໍານວນຫຼາຍໃຫ້ຄວາມສົນໃຈ, ມີເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ແຫ່ງອື່ນໆ ທີ່ຮອງຮັບ ແລະ ອໍານວຍຄວາມສະດວກ ໃຫ້ແກ່ນັກລົງທຶນຕ່າງປະເທດ. ປັດຈຸບັນ, ປະເທດທີ່ເຂົ້າມາລົງທຶນຢູ່ແຂວງຫຼາຍທີ່ສຸດແມ່ນ: ສປ ຈີນ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ ຕາມລຳດັບ.

ໃນໂອກາດນີ້, ທ່ານ ນາງ ເບລິນດາ ແອນເຕ, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ, ທ່າແຮງ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍລວມ ແລະ ເນັ້ນຢໍ້າກ່ຽວກັບການພັດທະນາ-ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SME)ທີ່ປຽບຄືດັ່ງກະດູກສັນຫຼັງ ຂອງການພັດທະນາເສດຖະກິດ ຂອງປະເທດຊາດ.

 

 

20201210-12 ASEAN-Svan-520201210-12 ASEAN-Svan-620201210-12 ASEAN-Svan-7

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາທູຕານຸທູດອາຊຽນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ

ຢ້ຽມຢາມເຂດເສດຖະກິດພິເສດສະຫວັນ-ເຊໂນ

 

ຫຼັງຈາກນັ້ນ, ຄະນະທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາທູຕານຸທູດອາຊຽນ ກໍໄດ້ເດີນທາງໄປຢ້ຽມຢາມເຂດເສດຖະກິດພິເສດສະຫວັນ-ເຊໂນ, ເຊິ່ງໄດ້ຮັບຟັງການບັນຍາຍໂດຍຫຍໍ້ ກ່ຽວກັບເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ທ່ຽວຊົມບັນດາໂຮງຈັກໂຮງງານທີ່ສຳຄັນ ພາຍໃນເຂດເສດຖະກິດພິເສດ.

ຄະນະດັ່ງກ່າວ ຍັງໄດ້ມີໂອກາດໄປທ່ຽວຊົມສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ແລະ ປະຫວັດສາດ ທີ່ສໍາຄັນຂອງແຂວງ, ເຊິ່ງກໍໄດ້ສ້າງຄວາມປະທັບໃຈໃຫ້ແກ່ບັນດາທູຕານຸທູດອາຊຽນ ແລະ ເປັນການປະກອບສ່ວນອັນສຳຄັນໃຫ້ແກ່ພື້ນຖານ ເສດຖະກິດຂອງທ້ອງຖິ່ນນຳອີກດ້ວຍ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484542
ມື້ນີ້58
ມື້ວານ188
ອາທິດນີ້980
ເດືອນນີ້3847