ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ຊຸດຝຶກອົບຮົມວຽກງານການຕ່າງປະເທດ ໃຫ້ແກ່ພະນັກງານພະແນກການຕ່າງປະເທດແຂວງ ແລະ ນະຄອນຫຼວງວຽງຈັນ

20210325ThPh1

ອ່ານເພີ່ມເຕີມ... 

ກອງປະຊຸມສຳມະນາ ບົດບາດຂອງແມ່ຍິງລາວ ໃນການພັດທະນາເສດຖະກິດ-ສັງຄົມ

 

WomenPriority1

 

WomenPriority2

 

ໃນວັນທີ 23 ມີນາ 2021, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້:"ບົດບາດຂອງແມ່ຍິງລາວໃນການພັດທະນາເສດຖະກິດ-ສັງຄົມ", ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີກ່າວເປີດກອງປະຊຸມໂດຍ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດບັນຍາຍໂດຍ ທ່ານ ປອ. ນາງ ນິນປະເສີດ ໄຊຍະພອນສີ, ຫົວໜ້າກົມພັດທະນາແມ່ຍິງລາວ, ສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ທູດ ມະໄລວຽງ ສາກົນນິຍົມ, ຜູ້ຕາງໜ້າ ສປປ ລາວປະຈໍາກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ, ຮອງປະທານສະໂມສອນນັກການທູດລາວ. ເຂົ້າຮ່ວມກອງປະຊຸມສໍາມະນາໃນຄັ້ງນີ້ ມີບັນດາຜູ້ຕາງໜ້າຂັ້ນຮອງລັດຖະມົນຕີ, ຂັ້ນກົມ, ຄະນະພະແນກ ແລະ ວິຊາການຈາກ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງອ້ອມຂ້າງສູນກາງ ລວມທັງໝົດຫຼາຍກວ່າ 150 ທ່ານ.

ອ່ານເພີ່ມເຕີມ... 

ກອງປະຊຸມເຜີຍແຜ່ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫົວຂໍ້: ການຮ່ວມມືພາກພື້ນ ແລະ ສາກົນ

 

Mekong-LancangNorthern1 Mekong-LancangNorthern2 Mekong-LancangNorthern3

 

ໃນ​ວັນທີ 19 ມີນາ 2021, ທີ່ ແຂວງຫລວງພະບາງ, ກົມ​ເສດ​ຖະ​ກິດ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ ໄດ້​ຈັດ​ກອງ​ປະ​ຊຸມ​ເຜີຍ​ແຜ່​ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫົວຂໍ້: “ການ​ຮ່ວມ​ມືພາກ​ພື້ນ ແລະ ສາ​ກົນ” ພາຍໃຕ້ການສະໜັບສະໜູນຈາກ ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມ ຂອງ ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ທ່ານ ນາງ ສິລິພອນ ສຸພັນທອງ, ຮອງ​ເຈົ້າ​ແຂວງຫຼວງພະບາງ ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ສູນ​ກາງ ແລະ ຂະ​ແໜງ​ການທີ່​ກ່ຽ​ວ​ຂ້ອງຈາກ ແຂວງຫຼວງນໍ້າທາ, ຜົ້ງສາລີ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ ແລະ ອຸດົມໄຊ ເຂົ້າ​ຮ່ວມ​ລວມ​ທັງ​ໝົດ 70 ທ່ານ. ກອງປະຊຸມຄັ້ງນີ້ ຍັງຖືເປັນກິດຈະກໍາໜຶ່ງທີ່ສໍາຄັນທີ່ ສປປ ລາວ ປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 5 ປີ (23 ມີນາ 2016 - 23 ມີນາ 2021) ແລະ ງານສັບປະດາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈໍາປີ 2021.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485807
ມື້ນີ້106
ມື້ວານ206
ອາທິດນີ້843
ເດືອນນີ້5112