ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2022 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ແຂວງຫຼວງພະບາງ

        ໃນວັນທີ 31 ມີນາ 2022, ທີ່ ແຂວງຫຼວງພະບາງ, ກະຊວງການຕ່າງປະເທດ ໂດຍຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ຈັດຕັ້ງພິທີທາງການ ເພື່ອສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ຂຶ້ນ ທີ່ ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການປົກຄອງແຂວງຫຼວງພະບາງ, ​​ພາຍໃຕ້ການ​ເປັນ​ປະທານ​ຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ​ ແລະ ​ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳຂັນ ຈັນທະວີສຸກ, ເຈົ້າ​ແຂວງ ​ແຂວງ​ຫຼວງພະບາງ.

         ພ້ອມດຽວກັນນັ້ນ, ກໍມີການເຂົ້າຮ່ວມຂອງ ທ່ານ ຮສ.ດຣ. ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ຊິບ-ແລັງ ​ຊຸຍ​ອອກ, ເອກອັກຄະລັດຖະທູດຝຣັ່ງ ປະ​ຈຳ ສ​ປ​ປ ລາວ ແລະ ບັນ​ດາທູຕານຸທູດປະເທດທີ່​ນຳໃຊ້​ພາສາ​ຝຣັ່ງ ປະຈຳ ສປປ ລາວ, ຜູ້ຕາງໜ້າຫ້ອງການມະຫາວິທະຍາໄລຝຣັງໂກໂຟນີ (AUF) ປະຈໍາ ສປປ ລາວ, ບັນດາພະແນກການຕ່າງໆອ້ອມຂ້າງແຂວງ, ພ້ອມດ້ວຍຄູອາຈານ ແລະ ນັກຮຽນ-ນັກສຶກສາທີ່ຮຽນພາສາຝຣັ່ງ ພາຍໃນແຂວງຫຼວງພະບາງ ເຂົ້າຮ່ວມ ຈຳ​ນວນ 200 ທ່ານ. ສຳ​ລັບ​ ​ຫົວ​ຂໍ້​ຂອງ​ການ​ສະ​ເຫຼີມ​ສະຫຼອງວັນ​​ຝ​ຣັງ​ໂກ​ໂຟ​ນີ​ສາ​ກົນ ໃນ​ປີນີ້ ແມ່ນ: “ຝຣັງໂກໂຟນີ ໃນອະນາຄົດ (Francophonie de l’Avenir)”. ​

         ​ໃນ​ໂອກາດດັ່ງກ່າວ, ທ່ານ ຄຳຂັນ ຈັນທະວີສຸກ, ເຈົ້າແຂວງ ແຂວງຫຼວງພະບາງ, ​ໄດ້​ໃຫ້ກຽດກ່າວ​ຕ້ອນຮັບ ແລະ ສະແດງຄວາມດີໃຈຕໍ່ການມາຈັດ​ຕັ້ງພິທີທາງການ ເພື່ອສະເຫຼີມສະຫຼອງວັນ​ຝຣັງໂກໂຟນີ​ສາ​ກົນ ໃນປີນີ້ ຢູ່ ແຂວງຫຼວງພະບາງ, ຊຶ່ງທ່ານໄດ້ລາຍງານ ແລະ ຍົກໃຫ້ເຫັນເຖິງສະພາບການສຶກສາ ຢູ່ ພາຍໃນແຂວງຫຼວງພະບາງ ໂດຍສະເພາະ ຫຼັກສູດການຮຽນ-ການສອນພາສາຝຣັ່ງ, ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫຼວງພະບາງ ໃນໄລຍະປັດຈຸບັນ, ລວ​ມ​ທັງ​ມາດ​ຕະ​ການ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຕະຫຼອດ​ໄລ​ຍະ​ເວ​ລາ​ທີ່​ຜ່ານ​ມາ. ພິທີທາງການໃນຄັ້ງນີ້ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ​ປະທານໃນພິທີ ໄດ້​ໃຫ້ກຽດກ່າວ​ຄຳ​ເຫັນ ​ໂດຍ​ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວັນ​ຝຣັງ​ໂກ​ໂຟນີສາກົນ, ​ລວມທັງ ຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງ ສປປ ລາວ ໃນການປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ບູ​ລິ​ມະ​ສິດ ​ຂອງ​ອົງ​ການ​​ຝ​ຣັງ​ໂກ​ໂຟ​ນີ​ສາ​ກົນ ກໍ​ຄື ຂອງວົງ​ຄະ​ນະ​ຍາດສາ​ກົນ ​ເປັນ​ຕົ້ນ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໂດ​ຍສະ​ເພາະ ໃນ​ຂົງ​ເຂດ​ວຽກ​ງານ​ສົ່ງ​ເສີມ​ເສດ​ຖະ​ກິດ, ດີຈີ​ຕອນ, ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນອກ​ຈາກນີ້, ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ເຖິງ ຄວາມ​ມຸ່ງ​ຫວັງ ຂອງ ສ​ປ​ປ ລາວ ໃນ​ການສົ່ງເສີມການນຳໃຊ້ພາສາຝຣັ່ງ ຊຶ່ງ​ເປັນ​ໜຶ່ງ​ໃນ​ພາ​ສາ​ສາ​ກົນ​ທີ່​ມີ​ການ​ນຳ​ໃຊ້​ຢ່າງ​ກ້​ວາງ​ຂວາງ ຂອງ​ທົ່ວ​ໂລກ ໂດຍ​ສະ​ເພາະ ກໍຄືການສົ່ງເສີມການສຶກສາຫຼັກສູດຫ້ອງຮຽນສອງພາສາ ລາວ-ຝຣັ່ງ ທີ່ມີຢູ່ໃນ 04 ແຂວງ ຂອງ ສປປ ລາວ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ໃຫ້ມີປະສິດທິພາບຂຶ້ນ, ເນື່ອງຈາກວ່າ ໃນໄລຍະປັດຈຸບັນ ຈຳນວນຜູ້ທີ່ຮູ້ ແລະ ສາມາດສື່ສານພາສາຝຣັ່ງ ຂອງຄົນລາວ ແມ່ນນັບມື້ນັບຫຼຸດລົງ ແລະ ມີຂໍ້ຈຳກັດຫຼາຍດ້ານ.

          ໃນໂອກາດພິທີດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ກໍ​ໄດ້​ຂຶ້ນ​ກ່າວ ມີ​ຄຳ​ເຫັນ​ຕໍ່​ພິ​ທີ​ທາງ​ການ ໂດຍ​ມີ​ເນື້ອ​ໃນ​ປິ່ນ​ອ້ອມ ຫົວ​ຂໍ້​ຂອງ​ການ​ສະ​ເຫຼີມ​ສະຫຼອງວັນ​​ຝ​ຣັງ​ໂກ​ໂຟ​ນີ​ ໃນ​ປີນີ້. ພ້ອມດຽວ​ກັນ​ນັ້ນ, ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ໃນ​ພິ​ທີ ຍັງໄດ້ຮັບຊົມວີດີໂອຄຳ​ເຫັນຂອງ ທ່ານ ເລຂາທິການໃຫຍ່ອົງການຟຣັງໂກໂຟນີສາກົນ ​ຕໍ່​ກັບ​ຫົວ​ຂໍ້​ຂອງ​ການ​ສະ​ເຫຼີມ​ສະຫຼອງ​ໃນ​ປີີນີ້ ຊຶ່ງ​ທ່ານ ໄດ້​ເນັ້ນໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຊາວ​ໜຸ່ມ ໃນ​ການປະ​ກອບ​ສ່ວນສົ່ງ​ເສີມ​ພາ​ສາ​ຝ​ຣັ່ງ  ກໍ​ຄືວຽກ​ງານ​​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ ​​ໃນ​ຂົງ​ເຂດ​ວຽກ​ງານ​ຕ່າງໆ ເພື່ອ​ຮັບ​ປະ​ກັນ​ໃຫ້​ແກ່​ ຝ​ຣັງ​ໂກ​ໂຟ​ນີ ໃນ​ອະ​ນາ​ຄົດທີ່​ເຕັມ​ໄປ​ດ້ວຍ​ຄວາມຫຼາກຫຼາຍ​ທາງ​ດ້ານພາ​ສາ, ​ວັດ​ທະ​ນະ​ທຳ ແລ​ະ ນະ​ວັດ​ຕະ​ກຳ​ທີ່​ທັນ​ສະ​ໄໝ. ​

​           ໃນ​ຕອນ​ທ້າຍ​ຂອງ​ພິທີ​ດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມຊົມການສະແດງສິລະປະວັນນະຄະດີ ຂອງນ້ອງນັກຮຽນ-ນັກສຶກສາພາສາຝຣັ່ງ, ຕະຫຼອດເຖິງໄດ້ຢ້ຽມຊົມການວາງສະແດງຮູບພາບ ແລະ ຂໍ້ມູນຂ່າວສານ ກ່ຽວກັບການເຄື່ອນໄຫວກິດຈະກຳຕ່າງໆ ຂອງຄູອາຈານ ແລະ ນັກຮຽນ-ນັກສຶກສາພາສາຝຣັ່ງ ຂອງ​ແຂວງ​ຫຼວງ​ພະ​ບາງ ໃນຂອບວຽກງານຝຣັງໂກໂຟນີ.

        ສຳ​ລັບ​ກ​ານ​ຈັດ​ຕັ້ງ​ພິ​ທີທາງ​ການ ເພື່ອສະ​ເຫຼີມ​ສະຫຼອງວັນ​ຝ​ຣັງ​ໂກ​ໂຟ​ນີ​ສາ​ກົນ ​ຊຶ່ງ​ກົງ​ກັບ​ວັນ​ທີ 20 ມີ​ນາ ຂອງ​ທຸກໆ​ປີ ແລະ ເປັນ​ວັນ​ສ້າງ​ຕັ້ງ​ອົງ​ການ​ດັ່ງ​ກ່າວ, ທຸກໆປະເທດສະມາຊິກຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນ ແລະ ການນຳໃຊ້ພາສາຝຣັ່ງ ຢູ່ພາຍໃນປະເທດສະມາຊິກ, ຊຶ່ງ ສປປ ລາວ ນັບຕັ້ງແຕ່ເຂົ້າເປັນສະມາຊິກສົມ​ບູນຂອງອົງການຝຣັງໂກໂຟນີສາກົນ ໃນປີ 1991 ເປັນຕົ້ນມາ ກໍໄດ້ມີການຈັດຕັ້ງພິທີສະເຫຼີມສະຫຼອງໃຫ້ແກ່ວັນສ້າງຕັ້ງອົງການດັ່ງກ່າວ ​ໃນ​ທຸກໆ​ປີ ໂດຍ​ການ​ໝູນ​ວຽນ​ກັນ​ຈັດ​ຕັ້ງ​ຂຶ້ນ ຢູ່ ບັນ​ດາ​ແຂວງ​ທີ່​ມີຫຼັກ​ສູດ​ການ​ຮຽນ-ການ​ສອນ ​ພາ​ສາ​ຝ​ຣັ່ງ ຄື: ນະ​ຄອນຫຼວງວຽງ​ຈັນ, ແຂວງຫຼວງ​ພະ​ບາງ, ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487985
ມື້ນີ້95
ມື້ວານ136
ອາທິດນີ້347
ເດືອນນີ້1378