ໃນຕອນເຊົ້າຂອງວັນທີ 27 ເມສາ 2023, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ຮັບເອົາການຊ່ວຍເຫຼືອຈາກລັດຖະບານ ຍີ່ປຸ່ນ ສໍາລັບ ໂຄງການພັດທະນາທ້ອງຖິ່ນ ຜ່ານການເລັ່ງລັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ເຂດພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ, ເຊິ່ງຕາງໜ້າລັດຖະບານ ສປປ ລາວ ແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ແມ່ນ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະລັດຖະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ, ໂດຍມີຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ໃນວັນທີ 25 ເມສາ 2023, ທີ່ ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມເວທີປຶກສາຫາລື ພາຍໃຕ້ຫົວຂໍ້: “ ແລກປ່ຽນບົດຮຽນ ດ້ານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ຈັດໃນຮູບແບບເຊິ່ງໜ້າ ແລະ ທາງໄກ, ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດ ຂອງບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄື: ສປປ ລາວ, ສປ.ຈີນ, ກຳປຸເຈຍ, ມຽນມາ, ໄທ ແລະ ສສ. ຫວຽດນາມ, ເຊິ່ງເວທີປຶກສາຫາລືດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.