ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປາຖະກະຖາຂຶ້ນ ພາຍໃຕ້ຫົວຂໍ້: “Law, Politics and Prospects of Eurasian Economic Union” ຫຼື “ກົດໝາຍ, ການເມືອງ ແລະ ທ່າຂະຫຍາຍຕົວຂອງສະຫະພັນເສດຖະກິດຢູເລຊຽນ”

 

2023317 HS Bounluea 1

2023317 HS Bounluea 2

2023317 HS Bounluea 4

2023317 HS Bounluea 3

 

ໃນຕອນເຊົ້າຂອງ ວັນທີ 17 ມີນາ 2023, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໄດ້ຈັດພິທີປາຖະກະຖາຂຶ້ນ ພາຍໃຕ້ຫົວຂໍ້: “Law, Politics and Prospects of Eurasian Economic Union”  ຫຼື  “ກົດໝາຍ, ການເມືອງ ແລະ ທ່າຂະຫຍາຍຕົວຂອງສະຫະພັນເສດຖະກິດຢູເລຊຽນ”, ໃຫ້ກຽດເປັນປະທານກ່າວເປີດໂດຍ ຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ໃຫ້ກຽດຂຶ້ນບັນຍາຍໂດຍ ທ່ານ Mark Entin, ສາສະດາຈານ, ຫົວໜ້າດ້ານກົດໝາຍເອີຣົບ ຂອງ ສະຖາບັນ MGIMO, ອະດີດເອກອັກຄະລັດຖະທູດລັດເຊຍ ປະຈໍາ ລຸກຊໍາບວກ, ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາກົມກ່ຽວຂ້ອງພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງອ້ອມຂ້າງສູນກາງ ແລະ ມະຫາວິທະຍາໄລແຫ່ງຊາດຂອງລາວ ເຂົ້າຮ່ວມຮັບຟັງ ລວມຈໍານວນທັງໝົດ 120 ທ່ານ.

 

ຈຸດປະສົງແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນການຕ່າງປະເທດ ແຫ່ງ ສປປ ລາວ  ແລະ ສະຖາບັນການທູດ ກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ໃຫ້ເປັນຮູບປະທໍາ ແລະ ກ້າວເຂົ້າສູ່ລວງເລິກ ແນໃສ່ຮັດແໜ້ນການພົວພັນຮ່ວມມື ລາວ-ຣັດເຊຍ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງສະຖາບັນ. ພ້ອມດຽວກັນນັ້ນ, ເພື່ອເປັນການແລກປ່ຽນທັດສະນະ, ຂໍ້ມູນຂ່າວສານທາງດ້ານວິຊາການ ກ່ຽວກັບ ສະພາບການພົ້ນເດັ່ນພາຍໃນພາກພື້ນ ແລະ ສາກົນ ໃຫ້ພະນັກງານການທູດຂອງກະຊວງການຕ່າງປະເທດ ແລະ ກະຊວງອ້ອມຂ້າງສູນກາງ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຂຶ້ນ.   

 

ໃນໂອກາດນີ້, ທ່ານ ບຸນເຫຼືອ ພັນດານຸວົງ,​ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດພິທີໃນຄັ້ງນີ້ໄດ້ຊີ້ໃຫ້ເຫັນເຖິງໝາກຜົນຂອງການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມຕະຫຼອດ ໄລຍະ 63 ປີ. ສໍາລັບໃນຂອບສອງຝ່າຍ, ໄດ້ມີການຊຸກຍູ້, ສົ່ງເສີມ ແລະ ຜັນຂະຫຍາຍໃນຫຼາຍຂົງເຂດ ເປັນຕົ້ນແມ່ນ ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ-ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການເກັບກູ້ລະເບີດຍັງບໍ່ແຕກ ແລະ ອື່ນໆ. ນອກນັ້ນ, ການຮ່ວມມືໃນຂອບຫຼາຍຝ່າຍ ໃນທ່າມກາງສະພາບການຂອງພາກພື້ນ ແລະ ຂອງໂລກ ສືບຕໍ່ຜັນແປໄປຢ່າງສັບສົນ, ໄວວາ ແລະ ຄາດເດົາໄດ້ຍາກ ລາວ-ຣັດເຊຍ ໄດ້ສືບຕໍ່ແລກປ່ຽນທັດສະນະ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ.

 

ຄຽງຄູ່ກັນນີ້, ທ່ານ  Mark Entin ກໍໄດ້ໃຫ້ກຽດບັນຍາຍຕີລາຄາ ສະພາບການພາກພື້ນ ແລະ ສາກົນໃນຍຸກປັດຈຸບັນຢ່າງພາວະວິໄສ, ຍົກໃຫ້ເຫັນ ດ້ານກົດໝາຍ, ການເມືອງ ແລະ ທ່າຂະຫຍາຍຕົວສະຫະພັນເສດຖະກິດຢູເລຊຽນ. ນອກຈາກນັ້ນ, ທ່ານ Mark Entin ຍັງໄດ້ຍົກໃຫ້ເຫັນເຖິງມິດຕະພາບ ແລະ ສາຍພົວພັນທີ່ມີມູນເຊື້ອຍາວນານຮ່ວມກັນ ລະຫວ່າງ ລາວ-ຣັດເຊຍ ພ້ອມໄດ້ຕອບຄໍາຖາມຂໍ້ຂ້ອງໃຈຂອງຜູ້ເຂົ້າຮ່ວມ ຢ່າງກົງໄປກົງມາທີ່ມີເນື້ອໃນເລິກເຊິ່ງ ແລະ ດ້ວຍບັນຍາກາດຝົດຟື້ນ.

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
423830
ມື້ນີ້95
ມື້ວານ158
ອາທິດນີ້794
ເດືອນນີ້1590