ໃນວັນທີ 25 ເມສາ 2023, ທີ່ ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມເວທີປຶກສາຫາລື ພາຍໃຕ້ຫົວຂໍ້: “ ແລກປ່ຽນບົດຮຽນ ດ້ານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ຈັດໃນຮູບແບບເຊິ່ງໜ້າ ແລະ ທາງໄກ, ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດ ຂອງບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄື: ສປປ ລາວ, ສປ.ຈີນ, ກຳປຸເຈຍ, ມຽນມາ, ໄທ ແລະ ສສ. ຫວຽດນາມ, ເຊິ່ງເວທີປຶກສາຫາລືດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ຈຸດປະສົງ ແມ່ນເພື່ອແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າ ຂອງປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດານິຕິກຳ, ຂໍ້ກຳນົດ ແລະ ລະບຽບຕ່າງໆ ທີ່ກ່ຽວຂ້ອງກັບການອຳນວຍຄວາມສະດວກດ້ານການຄ້າ ໃນໄລຍະຜ່ານມາ ພ້ອມທັງທົບທວນ ແລະ ຕີລາຄາຄືນເຖິງກາລະໂອກາດ, ສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກໃນການສົ່ງເສີມການຄ້າຂ້າມແດນກັບບັນດາປະເທດແມ່ນ້ຳຂອງ ເພື່ອສ້າງສະພາບແວດລ້ອມທີ່ດີ ເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ ແລະ ວາງແຜນທິດທາງແຜນການໃນຕໍ່ໜ້າ. ໃນເວທີປຶກສາຫາລືໃນຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ, ຂໍ້ມູນຂ່າວສານ ກ່ຽວກັບ ທ່າແຮງບົ່ມຊ້ອນ ແລະ ວຽກງານຈຸດສຸມໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນ ໂດຍສະເພາະ ວຽກງານການເຊື່ອມໂຍງ-ເຊື່ອມຈອດ ດ້ານພື້ນຖານໂຄງລ່າງ, ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃນບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ.
ເວທີປຶກສາຫາລືໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ດີ ມີການແລກປ່ຽນບົດຮຽນ, ປະສົບການ ແລະ ຄໍາຄິດເຫັນ ຢ່າງກົງໄປກົງມາ ກ່ຽວກັບ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ລວມທັງບັນດາຂໍ້ສະເໜີແນະ ໃນການຈັດຕັ້ງປະຕິບັດວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າໃນຕໍ່ໜ້າ ແນໃສ່ການຊຸກຍູ້ເສດຖະກິດ ແລະ ຍາດແຍ່ງເອົາຜົນປະໂຫຍດຕົວຈີງມາສູ່ປະຊາຊົນ ຂອງປະເທດແມ່ນໍ້າຂອງ ກໍຄືໃນພາກພື້ນ ແລະ ສາກົນ. ນອກຈາກນີ້,ໃນວັນທີ 26 ເມສາ 2023, ບັນດາຜູ້ເຂົ້າຮ່ວມເວທີປຶກສາຫາລື ຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຍັງໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ຕ່າງໆ ທີ່ເປັນທ່າແຮງດ້ານການພັດທະນາຂອງແຂວງຫຼວງພະບາງ.