ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: ຄວາມທັນສະໄໝແບບຈີນ ແລະ ຄູ່ຮ່ວມຊະຕາກຳ ລາວ-ຈີນ

 

Lao China Semina 1

Lao China Semina 2Lao China Semina 3

 

ໃນວັນທີ 06 ເມສາ 2023, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ສູນອາຊີ-ອາຟຣິກກາ ວິທະຍຸໂທລະພາບສູນກາງຈີນ (CMG) ໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ຄວາມທັນສະໄໝແບບຈີນ ແລະ ຄູ່ຮ່ວມຊະຕາກຳ ລາວ-ຈີນ” ທີ່ ໂຮງແຮມແລນມາກ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີ ໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ນອກນັ້ນ, ກໍຍັງມີ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ​ ຈຽງ ຈ້າຍຕົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ບັນດາທ່ານທູດອາວຸໂສ, ຄະນະກົມ ແລະ ຜູ້ເຂົ້າຮ່ວມ ຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາກະຊວງອ້ອມຂ້ອງສູນກາງ, ສະຖາບັນຄົ້ນຄວ້າຕ່າງໆ ຂອງ ສປປ  ລາວ, ສື່ມວນຊົນທັງຝ່າຍລາວ ແລະ ຈີນ ເຂົ້າຮ່ວມຮັບຟັງ ລວມຈໍານວນທັງໝົດ 200 ທ່ານ.

 

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ແກ່ນັກການທູດຜູ້ມີປະສົບການ, ນັກຄົ້ນຄວ້າຊ່ຽວຊານ ແລະ ຜູ້ເຂົ້າຮ່ວມ ຂອງ ສອງຝ່າຍ ລາວ-ຈີນ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາໃນຫົວຂໍ້ຕ່າງໆທີ່ສອງຝ່າຍໃຫ້ຄວາມສົນໃຈ ເຊິ່ງປະກອບດ້ວຍ 3 ວາລະ ເຊັ່ນ: ວາລະທີ່ໜຶ່ງ: ຄວາມທັນສະໄໝແບບຈີນ; ວາລະທີສອງ: ຂໍ້ລິເລິ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ແລະ ວາລະທີສາມ: ຄູ່ຮ່ວມຊະຕາກໍາລາວ-ຈີນ.

 

ໃນພິທີກ່າວເປີດກອງປະຊຸມ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນເຖິງຄວາມຫມາຍຄວາມສຳຄັນຂອງການແລກປ່ຽນທິດສະດີ ແລະ ພຶດຕິກຳ ລະຫວ່າງ ລາວ-ຈີນ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນຢໍ້າວ່າ  ປີ 2023 ເປັນປີຄົບຮອບ 10 ປີ ທີ່ ສປ ຈີນ ສະເໜີຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”, ເຊິ່ງໄດ້ປະກອບສ່ວນສໍາຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ການຫລຸດຜ່ອນຄວາມທຸກຍາກ ຢູ່ບັນດາປະເທດທີ່ເຂົ້າຮ່ວມໃນບັນດາໂຄງການທີ່ຢູ່ພາຍໃຕ້ຂໍ້ລິເລີ່ມດັ່ງກ່າວ. ສໍາລັບ ສປປ ລາວ ໂຄງການທາງລົດໄຟ ລາວ-ຈີນ, ເຊິ່ງແມ່ນໂຄງການຍຸດທະສາດ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”, ໄດ້ກາຍເປັນສັນຍາລັກທີ່ມີຄວາມໝາຍສໍາຄັນ ແລະ ເປັນແບບຢ່າງອັນດີ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”, ຊ່ວຍເຮັດໃຫ້ ສປປ ລາວ ຫັນປ່ຽນຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ, ເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ, ສ້າງສະພາບແວດລ້ອມອັນດີໃນການລົງທຶນຢູ່ ສປປ ລາວ ຂອງຕ່າງປະເທດ, ປະກອບສ່ວນໃນການສ້າງວຽກເຮັດງານທໍາ ແລະ ການເກັບລາຍຮັບຈາກການທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ໂດຍຜ່ານການນໍາໃຊ້ລົດໄຟ ລາວ-ຈີນ. ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ເນັ້ນໜັກຄວາມສໍາຄັນ ຂອງ ຄວາມກົມກຽວກັນ ໃນການດໍາລົງຊີວິດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ເຊິ່ງ ສປປ ລາວ ກໍມີນະໂຍບາຍຄ້າຍຄືກັນການພັດທະນາເສດຖະກິດ ຕາມທິດສີຂຽວ ແລະ ຍືນຍົງ. ສະນັ້ນ, ຈຶ່ງເຫັນໄດ້ວ່າແມ່ນໜ້າທີ່ ຂອງ ທຸກປະເທດໃນໂລກ ທີ່ຕ້ອງໄດ້ມີການປະສານງານ, ປຶກສາຫາລື ແລະ ຮ່ວມມືກັນ ເພື່ອສະກັດກັ້ນ ແລະ ແກ້ໄຂໄພພິບັດຕ່າງໆທີ່ອາດສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ກໍຄືການດໍາລົງຊີວິດຂອງຄົນເຮົາ ຢູ່ ປະເທດຕ່າງໆ. ພ້ອມດຽວກັນນີ້, ທ່ານ​ ຈຽງ ຈ້າຍຕົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ຍັງໄດ້ຍົກໃຫ້ເຫັນຄວາມຫມາຍຄວາມສຳຄັນຂອງບັນດາຂໍ້ລິເລີ່ມຕ່າງໆທີ່ສະເໜີໂດຍ ປະທານ ສີ ຈີ້ນຜິງ ໂດຍສະເພາະຂໍ້ລິເລິ່ມ “ຄວາມສີວິໄລທົ່ວໂລກ” (Global Civilization Initiative) ໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ການພັດທະນາ, ຄວາມຫມັ້ນຄົງ, ຄວາມສີວິໄລ ແລະ ຄວາມກ້າວໜ້າຂອງມວນມະນຸດໃນທົ່ວໂລກ.

 

ພ້ອມນັ້ນ, ຕະຫຼອດໄລຍະດຳເນີນກອງປະຊຸມສຳມະນາ ຜູ້ເຂົ້າຮ່ວມ ໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນ ກັບຜູ້ບັນຍາຍ ທີ່ມີບົດຮຽນ ແລະ ປະສົບການສູງ ທັງຝ່າຍລາວ ແລະ ຝ່າຍຈີນ ຢ່າງກົງໄປກົງມາ, ເຮັດໃຫ້ກອງປະຊຸມສໍາມະນາໃນຄັ້ງນີ້ ມີບັນຍາກາດຟົດຟື້ນ ແລະ ເນື້ອໃນເລິກເຊິ່ງ, ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488305
ມື້ນີ້102
ມື້ວານ150
ອາທິດນີ້667
ເດືອນນີ້1698