ໃນຕອນເຊົ້າ ຂອງວັນທີ 24 ເມສາ 2023, ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ, ໄລຍະ 03 ເດືອນ, ຊຸດທີ I ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກຂຶ້ນ. ໃຫ້ກຽດເປັນປະທານຮ່ວມພິທີເປີດໃນຄັ້ງນີ້ ມີ ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ. ນອກຈາກນັ້ນ, ຍັງມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກ, ຄູອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະຮັບຜິດຊອບຊຸດຮຽນ ແລະ ບັນດາຜູ້ເຂົ້າຮ່ວມຮຽນ ທັງໝົດປະມານ 80 ທ່ານ.
ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ຂຶ້ນລາຍງານ ກ່ຽວກັບ ແຜນການຮຽນ-ການສອນຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ, ປະກອບມີ 07 ກຸ່ມວິຊາຮຽນ, ມີ 55 ບົດ, ເທົ່າກັບ 13 ໜ່ວຍກິດ ໃນນັ້ນ ມີວິຊາຮຽນຄື: ກຸ່ມວິຊາປັດຊະຍາມາກ-ເລນິນ 07 ບົດ, ວິຊາເສດຖະສາດການເມືອງມາກ-ເລນິນ 09 ບົດ, ວິຊາລັດທິສັງຄົມນິຍົມວິທະຍາສາດ 12 ບົດ, ແນວຄິດໄກສອນ ພົມວິຫານ 05 ບົດ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ 07 ບົດ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ 10 ບົດ, ກຸ່ມວິຊາຫົວຂໍ້ລາຍງານເພີ່ມ 05 ບົດ. ໃນທ້າຍຊຸດຮຽນ, ຜູ້ເຂົ້າຮ່ວມ ຍັງຈະໄດ້ຂຽນບົດເກັບກ່ຽວ ເພື່ອປະເມີນຄວາມເຂົ້າໃຈ ທີ່ມີຄວາມຍາວ 10-15 ໜ້າ ເພື່ອປ້ອງກັນຈົບຂັ້ນ. ຊຸດຮຽນນີ້ນອກຈາກການຮຽນທິດສະດີແລ້ວ, ຜູ້ເຂົ້າຮ່ວມ ຍັງຈະໄດ້ລົງຮາກຖານຂັ້ນເມືອງ ແລະ ບ້ານ ເພື່ອຮຽນຮູ້ຕົວຈິງການຊີ້ນຳ-ນຳພາຂັ້ນຮາກຖານໃນການຜັນຂະຫຍາຍແນວທາງນະໂຍບາຍຕ່າງໆ ຂອງພັກ ກໍຄືແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດ. ນອກນັ້ນ, ຍັງເປັນການເປີດໂອກາດໃຫ້ລົງໃກ້ຊິດຕິດແທດກັບປະຊາຊົນ ກໍຄືອໍານາດການປົກຄອງຂັ້ນບ້ານ ເພື່ອຮັບຟັງ ແລະ ເກັບກຳຂໍ້ມູນ, ຄຳຄິດຄຳເຫັນ ແລະ ບັນຫາຕ່າງໆທີ່ເກີດຂື້ນ ມາຄົ້ນຄວ້າຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ຮາກຖານມີຄວາມເຂັ້ມແຂງ, ໝັກແໜ້ນ ແລະ ໄດ້ການຮັບການພັດທະນາຕາມແນວທາງຂອງພັກ-ລັດ. ອີກຄາດໝາຍໜຶ່ງຂອງຊຸດຮຽນນີ້ ແມ່ນການຍົກລະດັບຄວາມເຂົ້າໃຈທີ່ເປັນເອກະພາບທາງດ້ານແນວຄິດ-ທິດສະດີໃຫ້ແກ່ພະນັກງານ, ສະມາຊິກພັກ ມີຄວາມເຊື່ອໝັ້ນ, ຫຼັກແໜ້ນທາງດ້ານທິດສະດີ, ອຸດົມການຂອງພັກ ແລະ ມີຄຸນທາດການເມືອງ, ສິນທຳປະຕິວັດ ແລະ ຮູ້ໝູນໃຊ້ທິດສະດີຢ່າງປະດິດສ້າງ ເຂົ້າໃນໜ້າທີ່ວຽກງານຂອງຕົນ ສ້າງບາດກ້າວໃນການບຸກທະລຸທາງດ້ານຈິນຕະນາການອັນໃໝ່, ສ້າງແນວຄວາມຄິດໃຫ້ເປັນລະບົບ, ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ເສີມຂະຫຍາຍຄວາມສາມັກຄີທັງພາຍໃນ ແລະ ພາຍນອກ, ເຮັດວຽກມີແບບແຜນ, ມີຫຼັກການ ແລະ ເບິ່ງບັນຫາແບບສັດຈະວິພາກ, ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກໃຫ້ບັນລຸຜົນເປັນຈິງ.
ໃນພິທີດັ່ງກ່າວ, ທ່ານ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະ ເທດ ປະທານພິທີ ໄດ້ໃຫ້ຄຳເຫັນໂອ້ລົມ ແລະ ກ່າວເປີດຊຸດຮຽນ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຈັດຊຸດຮຽນນີ້ ເພື່ອຍົກສູງສະຕິຄວາມຮັບຜິດຊອບໃຫ້ໜັກແໜ້ນຕື່ມ, ບົນພື້ນຖານການຮຽນຮູ້ບັນດາຫຼັກມູນຂອງທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ແນວທາງນະໂຍບາຍຂອງພັກ ຢ່າງເປັນລະບົບ ເປັນວິທີໜຶ່ງໃນການສ້າງພູມຄຸ້ມກັນໃຫ້ແກ່ສະມາຊິກພັກ-ພະນັກງານ ໃຫ້ມີຄວາມອຸ່ນອ່ຽນ ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ກໍຄືອຸດົມການສັງຄົມນິຍົມຢ່າງສະເໜີຕົ້ນສະເໜີປາຍ. ການເຮັດແນວນີ້ ຈຶ່ງສາມາດສະກັດກັ້ນ, ຕີຖອຍປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນພາຍໃນຖັນແຖວສະມາຊິກພັກໄດ້. ນອກນັ້ນ, ທ່ານ ຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຊຸດຮຽນ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນທັງທິດສະດີ ໂດຍສົມທຽບໃສ່ພຶດຕິກຳຕົວຈິງ, ຮຽນແລ້ວ ຕ້ອງຮູ້ໜູນໃຊ້ຢ່າງປະດິດສ້າງ, ມີວິທະຍາສາດ ເຂົ້າໃສ່ວຽກງານຕົວຈິງ. ໃນໂອກາດນີ້, ທ່ານປະທານພິທີ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບຊຸດຮຽນ ກໍຄື ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍຄູອາຈານທີ່ມາຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ເອົາໃຈໃສ່ໃນການກະກຽມຈັດຊຸດຮຽນນີ້ ຈົນສາມາດຈັດຕັ້ງຂື້ນໄດ້ຢ່າງເປັນຮູບປະທຳ.