ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າ ໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ-ອັງກິດ ຄັ້ງທີ 2 ພາຍໃຕ້ການເປັນປະທານຮ່ວມຂອງ ບຣູໄນ ດາລູຊາລາມ ແລະ ອັງກິດ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 8 ມິຖຸນາ 2023 ທີ່ ບັນດາ ເສຣິ ເບກາວັນ, ບຣູໄນ ດາລູຊາລາມ.
ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າ ໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ-ນິວຊີແລນ ຄັ້ັງທີ 30 ພາຍໃຕ້ການເປັນປະທານຮ່ວມຂອງບຣູໄນ ດາລູຊາລາມ ແລະ ນິວຊີແລນ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ 2023 ທີ່ ບັນດາ ເສຣິ ເບກາວັນ, ບຣູໄນ ດາລູຊາລາມ.