ວັນທີ 5 ເມສາ 2023 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງ ທ່ານ Jonathan Kings, ທູດນິວຊີແລນ ປະຈໍາ ສປປ ລາວ (ມີສໍານັກງານຕັ້ງຢູ່ບາງກອກ), ໃນໂອກາດທີ່ ທ່ານທູດນິວຊີແລນ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດກໍາມະທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ທີ່ ນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືອາຊຽນ-ນິວຊີແລນ ຕະຫຼອດໄລຍະ 48 ປີ ຜ່ານມາ, ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ນິວຊີແລນ (2021-2025). ພ້ອມນີ້, ໄດ້ແລກປ່ຽນຄໍາຄິດເຫັນເພື່ອຊຸກຍູ້ການຮ່ວມມືອາຊຽນ-ນິວຊີແລນ ໃນຕໍ່ໜ້າ, ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ຜ່ານການສະໜອງທຶນການສຶກສາ ແລະ ໂຄງການຝຶກອົບຮົມ, ການເຊື່ອມໂຍງອາຊຽນ ແລະ ອື່ນໆ. ພ້ອມກັນນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບການສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.
ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຕໍ່ ນິວຊີແລນ ທີ່ໄດ້ໃຫ້ການສະໜັບສະໜູນໃຫ້ແກ່ ສປປ ລາວ ໃນຂອບການຮ່ວມມືອາຊຽນ ແລະ ນິວຊີແລນ, ແລະ ໃນຂອບການຮ່ວມມື 2 ຝ່າຍ ລະຫວ່າງ ສປປ ລາວ-ນິວຊີແລນ ໂດຍສະເພາະໃນດ້ານການທ່ອງທ່ຽວ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.