ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມ ຄັ້ງທີ XIV ຂອງຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນສູນກາງ

   

  

  

20230315 DFM PX Laos Myanmar

  

  

ກອງປະຊຸມ ຄັ້ງທີ XIV ຂອງຄະນະກຳມະການຊາຍແດນລາວ-ມຽນມາ ຂັ້ນສູນກາງ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ມີນາ 2023 ທີ່ ເມືອງທ່າຂີ້ເຫຼັກ, ສສ ມຽນມາ. ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຫົວໜ້າຄະນະກໍາມະການຊາຍແດນລາວ-ມຽນມາຂັ້ນສູນກາງ ແລະ ຄະນະຜູ້ແທນຝ່າຍມຽນມາ ນຳໂດຍ ທ່ານ ຈໍ ມິວ ທຸດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ມຽນມາ, ຫົວໜ້າຄະນະກໍາມະການຊາຍແດນມຽນມາ-ລາວຂັ້ນສູນກາງ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ຜູ້ຕາງໜ້າຈາກແຂວງບໍ່ແກ້ວ ແລະ ຫຼວງນໍ້າທາ ແລະ ລັດຊານຕາເວັນອອກທີ່ມີຊາຍແດນຕິດຈອດກັນເຂົ້າຮ່ວມ.

   

ໃນກອງປະຊຸມ ສອງຝ່າຍໄດ້ຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມຄັ້ງທີ XIII ຂອງຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນສູນກາງ ທີ່ໄດ້ຈັດຂຶ້ນໃນປີ 2018 ທີ່ຜ່ານມາ ກໍຄືສັນຍາ   ວ່າດ້ວຍການຄຸ້ມຄອງ ແລະ ຮ່ວມມືຕາມຊາຍແດນຂອງສອງປະເທດ ສະບັບປີ 1997 ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍທີ່ນັບມື້ນັບຂະຫຍາຍຕົວສູງຂຶ້ນ ແລະ ໄດ້ປຶກສາຫາລືການພົວພັນຮ່ວມມືໃນຂົງເຂດວຽກງານຊາຍແດນຂອງສອງປະເທດ ເຊິ່ງລວມມີ ກົນໄກການຮ່ວມມືຂອງເຈົ້າໜ້າທີ່ຊາຍແດນ, ການນຳໃຊ້ບັດຜ່ານແດນ, ດ່ານຊາຍແດນ, ການພົວພັນຮ່ວມມືທາງດ້ານແຮງງານ, ການຄ້າຊາຍແດນ, ການເດີນເຮືອ ຕາມລຳແມ່ນ້ຳຂອງ, ການກວດກາ ແລະ ບູລະນະຫຼັກໝາຍຊາຍແດນ, ການສະກັດກັ້ນການຄ້າຂາຍຢາເສບຕິດ, ການຄຸ້ມຄອງການພັດທະນາບໍລິເວນຊາຍແດນ, ຊຸກຍູ້ໃຫ້ມີການແລກປ່ຽນທຶນການສຶກສາ ລະຫວ່າງແຂວງຕິດຊາຍແດນຂອງສອງປະເທດ, ບັນຫາອື່ນໆ ແລະ ໄດ້ກໍານົດທິດທາງຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ.

   

ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບກັນຊຸກຍູ້ໃຫ້ເຈົ້າໜ້າທີ່ຊາຍແດນທ້ອງຖິ່ນຂອງຕົນ ເອົາໃຈໃສ່ເພີ່ມທະວີການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ, ສະກັດກັ້ນການກໍ່ອາຊະຍາກຳຂ້າມແດນ, ການຄ້າຂາຍຢາເສບຕິດ ແລະ ສິ່ງຜິດກົດໝາຍອື່ນໆ ລວມທັງການ ສຶກສາອົບຮົມປະຊາຊົນທີ່ອາໄສຢູ່ຕາມບໍລິເວນຊາຍແດນ ຂອງສອງປະເທດປະຕິບັດການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດ ເພື່ອແນໃສ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ມຽນມາ.

   

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປ ພາຍໃຕ້ບັນຍາກາດໄມຕີຈິດມິດຕະພາບ, ດ້ວຍຄວາມເຂົ້າອົກເຂົ້າໃຈ ຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີງາມ ມາແຕ່ດົນນານ ຊຶ່ງເປັນການປະກອບສ່ວນສຳຄັນໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ຍົກສູງການຮ່ວມມືພັດທະນາທາງດ້ານວຽກງານຊາຍແດນຂອງທັງສອງປະເທດ ເພື່ອແນໃສ່ສ້າງຊາຍແດນຂອງສອງປະເທດໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຍາວນານ.

  

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485607
ມື້ນີ້112
ມື້ວານ196
ອາທິດນີ້643
ເດືອນນີ້4912