ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃຫ້ສຳພາດຕໍ່ບັນດາສື່ມວນຊົນ ກ່ຽວກັບ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022

 

LaoViet2022

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ໃຫ້ສຳພາດຕໍ່ບັນດາສື່ມວນຊົນລາວ ກ່ຽວກັບ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022, ໃນວັນທີ 27 ມິຖຸນາ 2022, ທີ່ ກະຊວງການຕ່າງປະເທດ

 

  1. ເວົ້າໂດຍລວມກ່ຽວກັບ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ ?

ປີນີ້ 2022 ຖືວ່າເປັນປີທີ່ມີຄວາມໝາຍສຳຄັນສຳລັບການພົວພັນ ລາວ-ຫວຽດນາມ, ສປປ ລາວ ມີສາຍພົວພັນການທູດກັບຫຼາຍປະເທດຢູ່ໃນໂລກ ຫຼາຍກວ່າ 140 ປະເທດ ທີ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ. ແຕ່ວ່າສຳລັບການພົວພັນ ລະຫວ່າງ ລາວ ແລະ ຫວຽດນາມ ເປັນການພົວພັນທີ່ພິເສດບໍ່ມີໃຜຄື ແລະ ກໍ່ບໍ່ຄືໃຜ, ສະນັ້ນທຸກໆປີ ພວກເຮົາກໍ່ຈະມີການສະເຫຼີມສະຫຼອງ ເພື່ອເປັນການໂຄສະນາເຜີຍແຜ່ໃຫ້ປະຊາຊົນ ສະມາຊິກພັກ, ພະນັກງານລັດຖະກອນ ສັງຄົມ ເຂົ້າອົກເຂົ້າໃຈ ກ່ຽວກັບ ຄວາມໝາຍຄວາມສຳຄັນຂອງການຮ່ວມມື ລາວ-ຫວຽດນາມ ຕະຫຼອດໄລຍະທີ່ຜ່ານມາ. ສຳລັບປີນີ້ ຖືວ່າເປັນປີທີ່ມີຄວາມໝາຍສຳຄັນ ເປັນປີທີ່ພວກເຮົາໄດ້ປະກາດໃຫ້ເປັນ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ເປັນປີແຫ່ງການສະເຫຼີມສະຫຼອງສອງວັນປະຫວັດສາດ ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ. ສອງວັນປະຫວັດສາດ ຖືວ່າເປັນວັນທີ່ມີຄວາມໝາຍ ເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ. ການຈັດກິດຈະກຳ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ມີຄວາມໝາຍສໍາຄັນຫຼາຍ. ໃນປີນີ້ ຫມົດປີ ພວກເຮົາຈັດກິດຈະກໍາຕ່າງໆ ເພື່ອສະທ້ອນໃຫ້ຊາວໂລກຮັບຮູ້ ເພື່ອສະເໜີໃຫ້ສະມາຊິກພັກ ລັດຖະບານ ປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະແມ່ນຄົນໄວໜຸ່ມຊາວໜຸ່ມ ຄົນເກີດໃໝ່ໃຫຍ່ລຸນ ຜູ້ຈະເປັນອະນາຄົດຂອງປະເທດຊາດໃນຕໍ່ໄປ ໃຫ້ເຂົ້າໃຈເຖິງຈຸດພິເສດອັນສະເພາະ ຈຸດພິເສດທີ່ມີລັກສະນະພິເສດໂດດເດັ່ນກວ່າຫມູ່ໃນການພົວພັນຮ່ວມມື ລະຫວ່າງ ສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ. ຄຳເວົ້າຂອງ ບັນພະບູລຸດ ຫຼື ວ່າການນຳ ພັກ-ລັດ ຮູ້ນອາວຸໂສຂອງສອງປະເທດ ເຊັ່ນ: ປະທານໂຮ່ຈິມິນ, ປະທານໄກສອນ ແລະ ປະທານສຸພານຸວົງ ເພິ່ນໄດ້ຢ້ຳຄຳເວົ້າຫຼາຍອັນທີ່ສະທ້ອນໃຫ້ເຫັນຈຸດພິເສດຂອງການພົວພັນຮ່ວມມືລາວ-ຫວຽດນາມ ຕົວຢ່າງ: ສອງຊາດລາວ ຫວຽດນາມ ໄດ້ຝັງຄວາມຮັກໄວ້ໃນໃຈ “ຮົ່ງຮາທັງແມ່ຂອງ ບໍ່ເລິກປູນປານໄດ້ ຫຼື ຄຳເວົ້າວ່າ ເຂົ້າເມັດຫັກ ຜັກເສັ້ນດຽວ ກໍ່ແບ່ງປັນກັນກິນ”, ຄໍາເວົ້າດັ່ງກ່າວ ບໍ່ແມ່ນຄໍາເວົ້າທີ່ບັງເອີນ ເປັນຄຳເວົ້າທີ່ເລີກເຊິ່ງ ເປັນຄຳເວົ້າທີ່ສະແດງໃຫ້ເຫັນເຖິງຄວາມສາມັກຄີອັນຍິ່ງໃຫຍ່ ການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ກໍ່ຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ, ເຊິ່ງໄດ້ສະແດງໃຫ້ເຫັນວ່າ ລາວ-ຫວຽດນາມ ມີສາຍພົວພັນທີ່ສະໜິດແໜ້ນ ແບບອ້າຍແບບນ້ອງ ຕັ້ງແຕ່ສະໄຫມຕໍ່ສູ້ກູ້ຊາດ ໂດຍສະເພາະພາຍຫຼັງທີ່ພັກກອມມູນິດອິນດູຈີນ ໄດ້ສ້າງຕັ້ງຂຶ້ນປີ 1930 ການພົວພັນລະຫວ່າງ ບັນພະບູລຸດຂອງພວກເຮົາ ລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໄດ້ມີມາຕັ້ງແຕ່ໄລຍະນັ້ນ ຜ່ານກົມກອງດຽວກັນ ຮ່ວມກັນຕໍ່ສູ້ເພື່ອຕ້ານຈັກກະພັດຮຸກຮານ ຕະຫຼອດໄລຍະທີ່ຜ່ານມາ ຈົນເຮັດໃຫ້ພວກເຮົາສາມາດປົດປ່ອຍປະເທດຊາດ ແລະ ດຳເນີນນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ລາວ ແລະ ຫວຽດນາມ. ຂ້າພະເຈົ້າ ໄດ້ມີໂອກາດໄປຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ຂອງພັກກອມມູນິດຫວຽດນາມ, ເຊິ່ງເພິ່ນໄດ້ຢ້ຳຕະຫຼອດວ່າ ການພົວພັນ ຄວາມສາມັກຄີ ລາວ-ຫວຽດນາມ ແມ່ນແຕກຕ່າງກັບຫມູ່ ເປັນການພົວພັນແບບອ້າຍແບບນ້ອງ ຮ່ວມອຸທອນດຽວກັນ, ໃນໄລຍະເວລາສົງຄາມ ລາວ-ຫວຽດນາມ ອ້າຍນ້ອງ ໄດ້ຕໍ່ສູ້ຮ່ວມກັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເວລາ ສະຫາຍລາວ ນອນ ສະຫາຍຫວຽດນາມ ເປັນຜູ້ຍາມຮັກສາຄວາມສະຫງົບ, ເວລາສະຫາຍຫວຽດນາມ ນອນ ສະຫາຍລາວ ເປັນຜູ້ຢືນເຝົ້າປົກປ້ອງຮັບປະກັນຄວາມສະຫງົບ. ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງຄວາມສຳພັນທີ່ພິເສດທີ່ສຸດຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ. ສະນັ້ນ ມາຮອດປະຈຸບັນ ລາວ ແລະ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແຕ່ຖ້າພວກເຮົາຈະແນມໄປເບິ່ງປະຫວັດສາດຂອງການພົວພັນຄວາມສາມັກຄີ ລະຫວ່າງ ລາວ-ຫວຽດນາມ ແມ່ນມີມາແຕ່ກ່ອນນັ້ນ ໂດຍສະເພາະພາຍຫຼັງທີ່ ພັກກອມມູນິດອິນດູຈີນ ສ້າງຕັ້ງຂຶ້ນ ການນຳຮູ້ນອາວຸໂສພວກເຮົາ ໄດ້ຄຽງບ່າຄຽງໄລ່ກັບບັນດາການນຳນັກປະຕິວັດຂອງ ສະຫາຍຫວຽດນາມ ເພື່ອພ້ອມກັນຕໍ່ສູ້ຕ້ານຈັກກະພັດຮຸກຮານ ຈົນມາຮອດປະຈຸບັນນີ້. ສະນັ້ນ ສຳລັບປີ 2022 ນີ້ ພວກເຮົາລະນຶກເຖິງ 2 ວັນທີ່ມີຄວາມຫມາຍສຳຄັນທາງດ້ານປະຫວັດສາດ ຂອງສອງຊາດພວກເຮົາ ຄື ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ. ສະນັ້ນ ເຫດຜົນຂອງການຈັດກິດຈະກຳສະເຫຼີມສະຫຼອງ ກໍ່ເນື່ອງຈາກວ່າ ພວກເຮົາຢາກໃຫ້ສັງຄົມລາວ, ໃຫ້ສາກົນ ມີຄວາມເຂົ້າໃຈເຖິງຈຸດພິເສດສະເພາະຂອງການພົວພັນຮ່ວມມື ລາວ-ຫວຽດນາມ ຢາກໃຫ້ຄົນຮຸ້ນສືບທອດ ໄວໜຸ່ມຄົນລຸ້ນຫລັງທີ່ຈະເປັນອະນາຄົດຂອງປະເທດຊາດ ທັງເບື້ອງລາວ ແລະ ຫວຽດນາມ ໃຫ້ສືບທອດມູນເຊື້ອທີ່ບັນພະບູລຸດການນຳປະຕິວັດຂອງເຮົາ ໄດ້ສ້າງຂຶ້ນດ້ວຍເລືອດດ້ວຍເນື້ອ ດ້ວຍຄວາມເສຍສະຫຼະທາງກາຍ ຈິດໃຈ ເຮັດໃຫ້ສັງຄົມຂອງພວກເຮົາມີຄວາມເຂົ້າໃຈ, ພະນັກງານ ສະມາຊິກພັກ ຮຸ້ນສືບທອດ ປະຊາຊົນລາວ ສັງຄົມລາວ ລວມທັງ ຫວຽດນາມ ໃຫ້ມີຄວາມເຂົ້າໃຈ ຄວາມເສຍສະຫຼະຂອງລາວ ຕໍ່ກັບການປະຕິວັດຂອງຫວຽດນາມ ກໍ່ຄື ຄວາມເສຍສະຫຼະຂອງຫວຽດນາມ ຕໍ່ການປະຕິວັດໃນໄລຍະການຕໍ່ສູ້ກູ້ຊາດຂອງລາວ ເຊັ່ນດຽວກັນ. ອັນນີ້ ແມ່ນຈຸດພິເສດອັນຕົ້ນຕໍທີ່ພວກເຮົາ ຢາກສື່ຢາກສືບທອດໃຫ້ສັງຄົມລາວ ກໍ່ຄືປະຊາຊົນລາວ ລວມທັງວົງຄະນະຍາດສາກົນ ໃຫ້ມີຄວາມເຂົ້າໃຈສະພາບປະຈຸບັນ, ຕົວຢ່າງ ພວກເຮົາກໍ່ໄດ້ມີການຮ່ວມມືເຖິງວ່າ ເຮົາຜ່ານຊ່ວງໄລຍະການຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດຂອງເຮົາແລ້ວ. ປະຈຸບັນ ລາວ-ຫວຽດນາມ ໄດ້ສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພັດທະນາເສດຖະກິດ-ສັງຄົມ ໃຫ້ການຮ່ວມມືເຊິ່ງກັນ ແລະ ກັນ ໃນທຸກດ້ານ ເພື່ອຈະສະທ້ອນໃຫ້ເຫັນວ່າ ຈຸດພິເສດຂອງການພົວພັນຮ່ວມມືລາວ-ຫວຽດນາມ ອັນເອີ້ນວ່າ ພິເສດ ມັນນຳຜົນປະໂຫຍດຕົວຈິງແທ້ມາສູ່ປະເທດຊາດ ໃນຂົງເຂດຄວາມຫມັ້ນຄົງ ການເມືອງ ເສດຖະກິດ-ການຄ້າ ວັດທະນະທຳ-ສັງຄົມ ແລະ ອື່ນໆ. ອັນນີ້ ແມ່ນຄວາມໝາຍຄວາມສຳຄັນ ແລະ ເປົ້າໝາຍຫຼັກໆຂອງການຈັດກິດຈະກຳຕ່າງໆ ທີ່ພວກເຮົາໄດ້ເລີ່ມປະຕິບັດມາຕັ້ງແຕ່ເດືອນມັງກອນ 2022 ຈົນຮອດມື້ນີ້ ມັນສະທ້ອນໃຫ້ເຫັນຈຸດປະສົງ ເພື່ອຢາກບັນລຸເປົ້າໝາຍດັ່ງກ່າວ.

  1. ເວົ້າໂດຍສັງເຂບ ກ່ຽວກັບ ການພົວພັນຮ່ວມມືຂອງສອງຊາດພວກເຮົາ ໃນໄລຍະທີ່ຜ່ານມາ ໂດຍສະເພາະກໍ່ແມ່ນໃນຂົງເຂດວຽກງານການຕ່າງປະເທດ ມີຄືແນວໃດ ແລະ ມີອັນໃດແດ່ທີ່ພົ້ນເດັ່ນ ?

ຕົວຈິງແທ້ການພົວພັນ ຄວາມສຳພັນລາວ-ຫວຽດນາມ ມັນເກີດມາຕັ້ງແຕ່ຊຸມປີ 30 ພາຍຫຼັງທີ່ ພັກກອມມູນິດອິນດູຈີນ ໄດ້ສ້າງຕັ້ງຂຶ້ນ ການນຳຮຸ້ນອາວຸໂສຂອງພວກເຮົາ ກໍ່ໄດ້ເຂົ້າຮ່ວມຂະບວນການຂອງພັກກອມມູນິດອິນດູຈີນ ຈົນນຳໄປສູ່ການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ໃນປີ 1962 ເປັນຕົ້ນມາ ສະນັ້ນຖ້າຈະເບິ່ງໄປໃນປະຫວັດຂອງການພົວພັນຮ່ວມມື ລາວ-ຫວຽດນາມ ຕະຫຼອດ 60 ປີ ພວກເຮົາຈະເຫັນວ່າ ມີຫຼາຍອັນທີ່ພົ້ນເດັ່ນ ເລີ່ມອັນທຳອິດ ກໍ່ແມ່ນ ໃນໄລຍະການຕໍ່ສູ້ກູ້ຊາດ ລາວ-ຫວຽດນາມ ກໍ່ໄດ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮ່ວມກົມກອງດຽວກັນ ເພື່ອຕໍ່ສູ້ຕ້ານຈັກກະພັດໂຕດຽວກັນ, ເຊິ່ງເຮັດໃຫ້ພວກເຮົາສາມາດປົດປ່ອຍໄດ້ຄືມື້ນີ້ ສະຖາປະນາເປັນປະເທດທີ່ມີ ເອກະລາດ ອະທິປະໄຕ ຂອງຕົນ. ນອກຈາກນັ້ນ ຍັງມີຫຼາຍອັນທີ່ພວກເຮົາບໍ່ສາມາດເວົ້າໄດ້ຢ່າງທົ່ວເຖິງທັງຫມົດຂອງໝາກຜົນສຳເລັດ. ຜົນສຳເລັດອັນທີ່ສອງ ແມ່ນການຮັບປະກັນທາງດ້ານຄວາມຫມັ້ນຄົງ ສ້າງສະພາບແວດລ້ອມໃຫ້ສອງປະເທດພວກເຮົາສາມາດ ສ້າງສາພັດທະນາເສດຖະກິດ-ສັງຄົມ ບົນພື້ນຖານເປົ້າໝາຍ ແລະ ວິໄສທັດຂອງການນຳພັກ-ລັດ ຂອງສອງປະເທດ. ປະຈຸບັນນີ້, ການພົວພັນຮ່ວມມື ລາວ-ຫວຽດນາມ ຖືວ່າໄດ້ກະຈາຍລົງເລິກໄປຫມົດທຸກຂົງເຂດ ເປັນຕົ້ນ ດ້ານການເມືອງ-ຄວາມຫມັ້ນຄົງ, ວັດທະນະທຳ-ສັງຄົມ, ເຊິ່ງຖ້າຈະເບິ່ງທາງດ້ານເສດຖະກິດ ການພົວພັນຮ່ວມມື ລາວ ແລະ ຫວຽດນາມ ກໍ່ມີການຂະຫຍາຍຕົວຫຼາຍ ການຄ້າສອງຝ່າຍ ຫວຽດນາມ ຈັດເປັນຄູ່ຄ້າອັນດັບ 2 ຂອງລາວ ແລະ ການລົງທຶນ ຫວຽດນາມ ຈັດເປັນອັນດັບ 3 ຂອງລາວ. ສະນັ້ນ ເຫັນວ່າ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ແມ່ນມີຢູ່ທຸກຂົງເຂດ, ສະເພາະການຮ່ວມມືໃນຂົງເຂດວັດທະນະທຳ-ສັງຄົມ ກໍ່ມີຫຼາຍອັນ ລວມທັງການຮ່ວມມືໃນຂົງເຂດຂອງສື່ມວນຊົນ, ການສຶກສາ, ການສ້າງຊັບພະຍາກອນມະນຸດ ໃນປະຈຸບັນ ຖືວ່າ ຫວຽດນາມ ໄດ້ຮັບເອົາບັນດານັກສຶກສາລາວ ໄປຝຶກໄປຮຽນຢູ່ ສສ ຫວຽດນາມ ແມ່ນມີຈຳນວນຫຼາຍ, ເຊິ່ງຖ້ານັບຕັ້ງແຕ່ 10 ປີ ຜ່ານມາ ເຫັນວ່າ ມີຫຼາຍກວ່າ 50,000 ຄົນ, ບັນດານັກຮຽນທີ່ໄດ້ຮັບຄວາມຮູ້ ແລະ ສຳເລັດການສຶກສາຈາກ ສສ ຫວຽດນາມ ກໍ່ໄດ້ພາກັນກັບມາສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໃນຂະນະດຽວກັນ ປະຈຸບັນຍັງມີນັກຮຽນທີ່ກຳລັງສຶກສາຢູ່ ສສ ຫວຽດນາມ ປະມານ 14,000 ຄົນ, ເຊິ່ງເຫຼົ່ານີ້ ໄດ້ສະແດງໃຫ້ເຫັນເຖິງການຮ່ວມມືໃກ້ຊິດທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ທີ່ໃກ້ຊິດຕິດແທດ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຫວຽດນາມ, ເຊິ່ງເປັນພື້ນຖານທີ່ສຳຄັນທີ່ຊີ້ໃຫ້ເຫັນວ່າ ນີ້ແມ່ນຄວາມພິເສດຂອງການພົວພັນຮ່ວມມື ລາວ-ຫວຽດນາມ. ສຳລັບ ເບື້ອງກະຊວງການຕ່າງປະເທດ ຕະຫຼອດໄລຍະທີ່ຜາ່ນມາ ພວກເຮົາໄດ້ມີການພົວພັນຮ່ວມມືກັນຢ່າງສະໜິດແໜ້ນ ເພາະວ່າກະຊວງການຕ່າງປະເທດ ແມ່ນຈຸດປະສານງານ ແມ່ນປະຕູຂອງການພົວພັນຂອງທັງສອງປະເທດ. ພວກເຮົາມີກົນໄກໃນການຮ່ວມມືອັນສະໜິດແໜ້ນ ບໍ່ວ່າຈະໃນລະດັບສອງຝ່າຍ, ສອງກະຊວງ ຫຼື ໃນລະດັບເວທີພາກພື້ນ ແລະ ສາກົນ, ບັນດາສະຖານທູດ-ສຳນັກງານຜູ້ຕາງໜ້າຂອງລາວ ຢູ່ຕ່າງປະເທດ ກໍ່ໄດ້ມີການພົວພັນກັນໂດຍກົງກັບ ບັນດາສະຖານທູດ ສຳນັກງານຜູ້ຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດ ເຊັ່ນດຽວກັນ. ຂ້າພະເຈົ້າເອງ ໃນຖານະທີ່ເປັນລັດຖະມົນຕີກະຊວງການຕ່າງປະເທດ ກັບ ສະຫາຍ ບຸຍ ແທັງ ເຊິນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ກໍ່ໄດ້ມີການປະສານງານກັນແບບເປັນກັນເອງ ມີບັນຫາໃດກໍ່ປະສານສົມທົບກັນ. ສະນັ້ນ ການປະກອບສ່ວນຂອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຕະຫຼອດໄລຍະທີ່ຜ່ານມາແມ່ນມີຫຼາຍອັນ ເປັນຕົ້ນແມ່ນ ເປັນຈຸດປະສານງານ, ເປັນຂົວຕໍ່ລະຫວ່າງຂະແໜງການຕ່າງໆຂອງ ລາວ ແລະ ຫວຽດນາມ, ທັງເປັນຜູ້ຕິດຕາມການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳສູງສຸດສາຍພັກ-ສາຍລັດ ລະຫວ່າງ ລາວ ແລະ ຫວຽດນາມ ເພື່ອເຮັດໃຫ້ຮັບປະກັນວ່າ ສິ່ງທີ່ການນຳຂັ້ນສູງ ໄດ້ຕົກລົງກັນແລ້ວນັ້ນ ຂັ້ນປະຕິບັດ ກໍ່ຄື ຂະແຫນງ ການ ຕ້ອງປະຕິບັດໃຫ້ໄດ້ຮັບໝາກຜົນ ແລະ ນີ້ຄືບາງໝາກຜົນທີ່ໄດ້ຍົກໃຫ້ເຫັນ.

  1. ສຳລັບປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ນີ້, ກະຊວງການຕ່າງປະເທດ ໄດ້ມີແຜນການຈັດບັນດາກິດຈະກຳ ແລະ ຂະບວນການເພື່ອສະເຫຼີມສະຫຼອງໃຫ້ແກ່ 2 ວັນປະຫວັດສາດ ລາວ-ຫວຽດນາມ ຄືແນວ ໃດແດ່ ?

ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຖືກມອບໝາຍໃຫ້ເປັນສູນລວມ (ຈຸດຫຼັກ) ໃນການປະສານ ລະຫວ່າງ ຂະແໜງການຕ່າງໆ, ພັກ-ລັດ ລາວ ແລະ ຫວຽດນາມ ໄດ້ໃຫ້ຄວາມສຳຄັນຕໍ່ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ນີ້ ເພື່ອເຮັດແນວໃດໃຫ້ຮັບປະກັນວ່າ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ໃຫ້ມີເນື້ອໃນເລິກເຊິ່ງ ສະທ້ອນໃຫ້ເຮັດເຖິງທາດແທ້ຄວາມເປັນຈິງຂອງການພົວພັນຮ່ວມມື ລາວ-ຫວຽດນາມ ແຕ່ບໍ່ແມ່ນການຈັດກິດຈະກຳເພື່ອຮູບການຊື່ໆ, ການຈັດທຸກກິດຈະກຳໃຫ້ເນັ້ນໃສ່ທາງດ້ານເນື້ອໃນ ແລະ ໃນລະດັບສູນກາງກໍ່ມີແລ້ວ. ສຳລັບກະຊວງການຕ່າງປະເທດ ພວກເຮົາໄດ້ປະສານງານໃຫ້ແກ່ບັນດາຂະແໜງການແຕ່ສູນກາງຮອດທ້ອງຖິ່ນ ເຊິ່ງມີຄື: 1.) ພວກເຮົາໄດ້ປະສານສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ແລະ ສະຖານທູດຫວຽດນາມ ຢູ່ ນະຄອນຫຼວງວຽງຈັນ. 2.) ສຳລັບສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ພວກເຮົາກໍ່ໄດ້ມີກິດຈະກຳສະເພາະໃນຂອບຂອງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ເຊິ່ງໃນອາທິດທີ່ຜ່ານມາ ກໍ່ໄດ້ມີການຈັດກິດຈະກຳແຂ່ງຂັນກິລາມິດຕະພາບ, ຈັດການພົບປະລະຫວ່າງ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຖານທູດຫວຽດນາມ ປະຈຳ ສປປ ລາວ ເພື່ອສ້າງຂະບວນການໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງສະແດງໃຫ້ເຫັນວ່າ ສອງກະຊວງການຕ່າງປະເທດ ໄດ້ຮ່ວມມືກັນຢ່າງໃກ້ຊິດຕິດແທດ, ເປັນຜູ້ຕິດຕາມ ແລະ ຊຸກຍູ້ໃຫ້ແກ່ຂະແໜງການ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳທີ່ໄດ້ມີການຕົກລົງເປັນເອກະພາບແລ້ວ. ອັນສຳຄັນທີ່ສຸດ ກະຊວງການຕ່າງປະເທດ ໄດ້ເປັນເຈົ້າການໃນການປະສານກັບຂະ ແໜງການກ່ຽວຂ້ອງ ເປັນຕົ້ນ ຫ້ອງວ່າການສູນກາງພັກ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນອື່ນໆ ເພື່ອກະກຽມໃຫ້ແກ່ການຈັດກິດຈະກຳທີ່ສຳຄັນ ແລະ ຍິ່ງໃຫຍ່ຢູ່ ນະຄອນຫຼວງວຽງຈັນ ໃນວັນທີ 18 ກໍລະກົດ 2022 ທີ່ໃກ້ມາເຖິງນີ້, ເຊິ່ງຈະເປັນພິທີໃຫຍ່ ຈະມີການນຳສູງສຸດຂອງພັກ-ລັດ ເຮົາ ເຂົ້າຮ່ວມໃນພິທີນີ້, ສ່ວນເບື້ອງຫວຽດນາມ ແມ່ນການນຳຂັ້ນສູງສາຍພັກ-ລັດ ຈະມາຮ່ວມ, ສ່ວນຝ່າຍລາວ ກໍ່ຈະສົ່ງຄະນະຜູ້ແທນການນຳຂັ້ນສູງຂອງລາວ ໄປເຂົ້າຮ່ວມພິທີສະເຫຼີມສະຫຼອງລັກສະນະດຽວກັນຢູ່ຫວຽດນາມ, ເຊິ່ງທັງສອງປະເທດ ຈະຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບພ້ອມກັນ ທັງຢູ່ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງ ຮ່າໂນ້ຍ, ສະນັ້ນ ນີ້ຈຶ່ງເປັນໜຶ່ງໃນກິດຈະກຳທີ່ສຳຄັນທີ່ສຸດທີ່ກະຊວງການຕ່າງປະເທດ ໄດ້ມີສ່ວນຮ່ວມໃນການກະກຽມຊຸກຍູ້ໃຫ້ຂະແໜງການຕ່າງໆ. ນອກຈາກນັ້ນ, ກະຊວງການຕ່າງປະເທດ ລາວ-ຫວຽດນາມ ກໍ່ໄດ້ປະສານສົມທົບກັນເພື່ອຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງປະຕິບັດຕາມແຜນການກິດຈະກຳຕ່າງໆ ຕັ້ງແຕ່ດຽວນີ້ ຈົນຮອດທ້າຍປີ. ອີກອັນໜຶ່ງທີ່ຢາກຍົກໃຫ້ເຫັນແມ່ນ ພິທີເປີດ ແລະ ສະຫຼຸບ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄັ້ງນີ້ ໂດຍໃນພີທີເປີດແມ່ນ ການນຳຂັ້ນສູງຂອງເຮົາໄດ້ເຂົ້າຮ່ວມພິທີເປີດຢູ່ ສສ. ຫວຽດນາມ ລະຫວ່າງສອງສະຫາຍນາຍົກລັດຖະມົນຕີ ສະຫາຍ ພັນຄຳ ວິພາວັນ ເເລະ ສະຫາຍ ຟາມ ມິງ ຈິ່ງ, ສ່ວນພິທີປິດຂອງກິດຈະກຳນີ້ ເເມ່ນຈະຈັດຢູ່ ສປປ ລາວ ໃນທ້າຍປີ 2022 ໂດຍຈະມີການນຳຂັ້ນສູງຂອງຫວຽດນາມ ມາຢ້ຽມຢາມລາວ ແລະ ເຂົ້າຮ່ວມພິທີປິດກິດຈະກຳ, ເຊິ່ງທັງຫມົດນີ້ ເເມ່ນບັນດາກິດຈະກຳສ່ວນໜຶ່ງ ທີ່ຍົກໃຫ້ເຫັນ, ເເຕ່ຕົວຈິງແລ້ວ ແມ່ນຈະມີຫຼາຍກິດຈະກຳທີ່ ກະຊວງການຕ່າງປະເທດ ລາວ-ຫວຽດນາມ ໄດ້ກະກຽມພ້ອມກັນ.

  1. ເພື່ອເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີເເບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດພວກເຮົາ, ສອງຝ່າຍ ໂດຍສະເພາະເເມ່ນ ສອງກະຊວງການຕ່າງປະເທດ ໄດ້ມີທິດທາງເເຜນການທີ່ຈະຮ່ວມມືໃນຕໍ່ໜ້າຄືແນວໃດເເດ່ ?

ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ ພວກເຮົາມີກົນໄກການຮ່ວມມືທີ່ຈະເເຈ້ງ ເເລະ ຍາວນານ, ສອງກະຊວງ ໄດ້ມີການຮັບຮອງເອົາເເຜນການຮ່ວມມືປະຈຳປີ, ເຊິ່ງລ້າສຸດ ກໍໄດ້ມີການລົງນາມເເຜນປະຕິບັດງານ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ໃນນີ້ໄດ້ກວມເອົາຫຼາຍຂົງເຂດ ເປັນຕົ້ນເເມ່ນການເເລກປ່ຽນຂໍ້ມູນຂ່າວສານ ລະຫວ່າງ ສອງກະຊວງການຕ່າງປະເທດ ເພື່ອຮັບປະກັນວ່າພວກເຮົາມີທັດສະນະອັນດຽວກັນຕໍ່ບັນຫາຕ່າງໆທີ່ເກີດຂຶ້ນຢູ່ໃນພາກພື້ນ ເເລະ ສາກົນ, ເຊິ່ງຕ້ອງໄດ້ມີການປະສານສົມທົບກັນ ເເລກປ່ຽນຂໍ້ມູນຂ່າວສານນຳກັນຕະຫລອດ ເພື່ອໃຫ້ພວກເຮົາເຂົ້າໃຈບັນຫາ ເເລະ ຮັບປະກັນວ່າ ທັດສະນະທີ່ພວກເຮົາວາງອອກນັ້ນ ສອດຄ່ອງກັບນະໂຍບາຍການຕ່າງປະເທດຂອງພັກ-ລັດຂອງສອງປະເທດ, ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໄດ້ມີການຕົກລົງຮ່ວມມືກັນໃນການເເລກປ່ຽນບົດຮຽນປະສົບການໃນວຽກງານການຕ່າງປະເທດ,​ ຫວຽດນາມ ກໍໃຫ້ການສະໜັບສະໜູນຊ່ວຍເຫຼືອສ້າງຝຶກອົບຮົມໃຫ້ເເກ່ ພະນັກງານລັດຖະກອນ ພະນັກງານນັກການທູດເຮົາ ບໍ່ວ່າຈະເປັນການຝຶກອົບຮົມໃນດ້ານທັກສະການເຈລະຈາ, ການຄົ້ນຄວ້າວິໄຈບັນຫາ, ການເເລກປ່ຽນ ຫຼື ຖ່າຍທອດບົດຮຽນກ່ຽວກັບການເເປພາສາ ໃຫ້ເເກ່ພະນັກງານກະຊວງການຕ່າງປະເທດພວກເຮົາ, ພ້ອມດຽວກັນນັ້ນ, ອັນສຳຄັນໃນຕໍ່ໜ້າທີ່ພວກເຮົາກຳລັງສຸມໃສ່ປະຕິບັດ ເເມ່ນເເລກປ່ຽນບົດຮຽນກ່ຽວກັບການທູດເສດຖະກິດ, ເນື່ອງຈາກການທູດເສດຖະກິດໃນປັດຈຸບັນນີ້ ເເມ່ນສອດຄ່ອງກັບສະພາບຄວາມເປັນຈິງ, ການປະຕິບັດນະໂຍບາຍການຕ່າງປະເທດຂອງລາວ ຕໍ່ໄປພວກເຮົາຈະເນັ້ນໃສ່ການທູດເສດຖະກິດເປັນຫຼັກ ເພື່ອຮັບປະກັນໃຫ້ປະເທດຊາດຂອງພວກເຮົາ ໄດ້ຮັບຜົນປະໂຫຍດທາງດ້ານເສດຖະກິດໃຫ້ຫຼາຍຂຶ້ນ ໃນການດຳເນີນນະໂຍບາຍການຕ່າງປະເທດ ກໍຄື ການປະຕິບັດການທູດເສດຖະກິດ, ສະຫາຍຫວຽດນາມ ຕະຫຼອດໄລຍະທີ່ຜ່ານມາ ແມ່ນເຮັດໄດ້ດີຫຼາຍໃນຂົງເຂດການທູດເສດຖະກິດ ໝາກຜົນຂອງການປະຕິບັດການທູດເສດຖະກິດຂອງຫວຽດນາມ ໄດ້ສະເເດງອອກໄດ້ຢ່າງຈະເເຈ້ງ ເປັນຕົ້ນເເມ່ນການລົງທຶນຂອງຕ່າງປະເທດ ມີປະສິດທິຜົນ ການຄ້າສອງຝ່າຍຂອງຫວຽດນາມ ກັບບັນດາປະເທດຕ່າງໆ ເເມ່ນເພີ່ມຂຶ້ນ, ສະນັ້ນ ມັນເຮັດໃຫ້ເຫັນຢ່າງຈະເເຈ້ງວ່າ ໝາກຜົນຂອງການດໍາເນີນການທູດເສດຖະກິດ ມີປະສິດທິພາບ ແລະ ເປັນບົດຮຽນຂອງພວກເຮົາທີ່ໄດ້ຖອດຖອນຈາກສະຫາຍຫວຽດນາມ ທີ່ພວກເຮົາຈະໄດ້ສຸມໃສ່. ໃນກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ຂອງກະຊວງການຕ່າງປະເທດ ໃນໄລຍະ 2 ປີ ຜ່ານມາ, ພວກເຮົາໄດ້ເນັ້ນໃສ່ ເປົ່້າໝາຍຂອງການປະຕິບັດການທູດເສດຖະກິດ. ສະນັ້ນອັນນີ້ເປັນການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ເພື່ອຈະເປັນການປະກອບສ່ວນອັນສຳຄັນໃຫ້ແກ່ ບໍ່ສະເພາະແຕ່ໃນການຮັດເເໜ້ນຄວາມສາມັກຄີອັນຍິ່ງໃຫຍ່ ການພົວພັນເເບບພິເສດ ເເລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກສອງລັດຂອງ ລາວ-ຫວຽດນາມ, ເຊິ່ງຍັງຈະເປັນການຜັກດັນໃຫ້ ພວກເຮົາສາມາດປົກປ້ອງ ເເລະ ນຳຜົນປະໂຫຍດທາງດ້ານເສດຖະກິດ-ການຄ້າ ຕົວຈິງມາສູ່ປະເທດຊາດຂອງພວກເຮົາ. ອີກອັນໜຶ່ງ ທີ່ສອງກະຊວງການຕ່າງປະເທດພວກເຮົາ ໄດ້ປະກອບສ່ວນນຳກັນ ເເມ່ນການຊຸກຢູ້ໃຫ້ເເກ່ຂະເເໜງການ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ ໃນບັນດາຜົນຂອງການຕົກລົງຂອງການນຳສູງສຸດ ທັງລະດັບກົມການເມືອງ, ລະດັບຄະນະກຳມະການຮ່ວມມືລາວ-ຫວຽດນາມ ຫຼື ລະດັບທ້ອງຖິ່ນ, ເຊິ່ງປະຈຸບັນພວກເຮົາກໍ່ກຳລັງສຸມໃສ່. ສ່ວນຫຼາຍການຮ່ວມມືຂອງພວກເຮົາ ແມ່ນມີຫຼາຍອັນ ເປັນຕົ້ນ ບັນດາສັນຍາ, ບົດບັນທຶກຄວາມຄວາມເຂົ້າໃຈ ກ່ຽວກັບການຮ່ວມມືສອງຝ່າຍໃນທຸກຂົງເຂດ, ການນຳໄດ້ຕົກລົງກັນຫຼາຍ ແລະ ໄດ້ຮ່ວມກັນລົງນາມເອກະສານຫຼາຍສະບັບ, ເເຕ່ວ່າການຈັດຕັ້ງປະຕິບັດຕົວຈິງ ຍັງບໍ່ທັນສອດຄອງກັບຈຸດປະສົງ, ລະດັບຄາດໝາຍ ເເລະ ເປົ້າໝາຍທີ່ການນຳຂອງສອງຝ່າຍ ໄດ້ຕົກລົງເປັນເອກະພາບກັນ. ສະນັ້ນ, ໜ້າທີ່ຂອງສອງກະຊວງການຕ່າງປະເທດ ຫວຽດນາມ-ລາວ ກໍ່ຈະສືບຕໍ່ຊຸກຍູ້ຂະເເໜງພາກສ່ວນກ່ຽວຂ້ອງຂອງຕົນ ປະຕິບັດໃຫ້ໄດ້ຕາມກຳນົດເວລາ. ສະນັ້ນ, ພວກເຮົາຈະໄດ້ປະສານສົມທົບກັນຫຼາຍຂຶ້ນໃນຕໍ່ໜ້າ ເພື່ອໃຫ້ພວກເຮົາສາມາດເຫັນໄດ້ວ່າ ບັນຫານີ້ເເມ່ນຍັງຄົງຄ້າງກັບຝ່າຍໃດ ລາວ ຫຼື ຫວຽດນາມ ແລະ ກໍ່ຕ້ອງຮີບແກ້ໄຂ. ສະນັ້ນ, ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຈະໄດ້ປຶກສາຫາລືກັນເເບບຕົງໄປຕົງມາເເບບອ້າຍເເບບນ້ອງຄືການນຳພວກເຮົາເວົ້າມາ ເພື່ອຮັບປະກັນໃຫ້ເຫັນ  ໝາກຜົນຕົວຈິງທາງດ້ານເສດຖະກິດ. ໃນປະຈຸບັນນີ້ ການພົວພັນການຮ່ວມມືທາງດ້ານການເມືອງ ຖືວ່າໂດດເດັ່ນທີ່ສຸດເເລ້ວ ບໍ່ມີອັນໃດທຽບເເຕ່ວ່າມາເບິ່ງໝາກຜົນທາງດ້ານເສດຖະກິດ ເເມ່ນຍັງບໍ່ທັນສອດຄ່ອງ, ດັ່ງນັ້ນ ເປົ້າໝາຍຂອງກະຊວງການຕ່າງປະເທດ ໃນຕໍ່ໜ້າ ເເມ່ນພວກເຮົາຈະຕ້ອງໄດ້ຮັບປະກັນພາລະບົດບາດໜ້າທີ່ ທີ່ການນຳສູງສຸດຂອງສອງປະເທດ ໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດ.

 

ທ້າຍສຸດນີ້, ເນື່ອງຈາກວ່າປີ 2022 ນີ້ເປັນປີທີ່ມີຄວາມໝາຍສຳຄັນລະຫວ່າງ ສອງຊາດ ລາວ-ຫວຽດນາມ, ຂ້າພະເຈົ້າຢາກຝາກຄວາມຫວັງ ເເລະ ສະເໜີໃຫ້ບັນດາພະນັກງານສະມາຊິກພັກ, ພະນັກງານ, ທະຫານຕຳຫຼວດ, ພໍ່ເເມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ຈົ່ງພ້ອມກັນປະກອບສ່ວນຢ່າງຫ້າວຫັນເຂົ້າໃນການສະເຫຼີມສະຫຼອງປະຕິບັດກິດຈະກຳຕ່າງໆທີ່ພັກ-ລັດ ເເລະ ອຳນາດການປົກຄອງທ້ອງຖິ່ນໄດ້ວາງໄວ້ ເພື່ອເຮັດໃຫ້ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ມີຄວາມໝາຍມີເນື້ອໃນ ແລະ ເຫັນໄດ້ຫມາກຜົນຕົວຈິງ ສອດຄ່ອງ ແລະ ບັນລຸຕາມໄດ້ເປົ້າໝາຍທີ່ການນຳພັກ-ລັດ ພວກເຮົາໄດ້ວາງອອກ. ພ້ອມນີ້ ກໍ່ຫວັງຢ່າງຍິ່ງວ່າ ພວກເຮົາຫມົດທຸກຄົນ ປະຊາຊົນບັນດາເຜົ່າທົ່ວປະເທດ ຈະພ້ອມກັນປະກອບສ່ວນຢ່າງຫ້າວຫັນ ເພື່ອຮັບປະກັນໝາກຜົນຕົວຈິງ.

 

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484380
ມື້ນີ້84
ມື້ວານ273
ອາທິດນີ້818
ເດືອນນີ້3685