ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ

 

202211 1

202211 2

202211

 

ໂດຍຕອບ​ສະ​ໜອງ​ຕາມ​ການເຊື້ອ​ເຊີນ​ ຂອງ ທ່ານ ປີເຕີ ຊີຢາໂຕ Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ, ເເຕ່ວັນທີ 2-4 ພະຈິກ 2022, ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສອງປະເທດ ທີ່ມີການພົວພັນຮ່ວມມືທີ່ດີເປັນກ້າວໆມາ ແລະ ໄດ້ຮັບການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ນັບແຕ່ປີ 2019 ເປັນຕົ້ນມາ.

ອ່ານເພີ່ມເຕີມ... 

ທ່ານ ຮອງນາຍົກລັດຖະມົນຕີ ຢ້ຽມຢາມເຂດອຸດສາຫະກໍາ ແລະ ການຄ້າ ອານບາ ຂອງ ຮົງກາຣີ

 

2022113 Visited 1

2022113 Visited 2

2022113 Visited 3

 

ໃນວັນທີ 2 ພະຈິກ 2022, ໃນໂອກາດເດີນທາງຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ເຂດອຸດສາຫະກໍາ ແລະ ການຄ້າ ອານບາ (ALBA Industrial and Commercial Zone) ເພື່ອຖອດຖອນເອົາບົດຮຽນທີ່ດີ ໃນການສ້າງເຂດອຸດສາຫະກໍາ ຂອງ ຮົງກາຣີ.

ອ່ານເພີ່ມເຕີມ... 

ພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5

 

 

PreOpeningNewBridgeLaoThai0PreOpeningNewBridgeLaoThai2

PreOpeningNewBridgeLaoThai1PreOpeningNewBridgeLaoThai3

 

ພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ຕຸລາ 2022, ໂດຍໄດ້ຮັບກຽດການເປັນປະທານຮ່ວມຂອງ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ຊຶ່ງມີຜູ້ແທນຂັ້ນສູງ ຈາກຝ່າຍລາວ ແລະ ຝ່າຍໄທ ກໍຄືຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ. ພິທີວາງສີລາລຶກດັ່ງກ່າວ ໄດ້ຈັດຂຶ້ນຢູ່ທັງສອງຟາກຝັ່ງແມ່ນໍ້າຂອງ ລາວ ແລະ ໄທ ໂດຍເລີ່ມພິທີຈັດຂຶ້ນຢູ່ເບື້ອງຝັ່ງ ລາວ ແລະ ໄທ ຕາມລໍາດັບ.

 

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ນີ້, ໄດ້ຮັບການເຫັນດີ ໃຫ້ມີການລີເລີ່ມປຶກສາຫາລືຮ່ວມກັນ ເພື່ອສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໃນປີ 2012, ຊຶ່ງຕໍ່ມາໃນປີ 2014 ມີການສໍາຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ ພາຍໃຕ້ການໃຫ້ການສະໜັບສະໜູນຂອງ ສໍານັກງານຄວາມຮ່ວມມືເພື່ອພັດທະນາເສດຖະກິດກັບປະເທດເພື່ອບ້ານ (ອົງການ NEDA ຫຼື Neighbouring Countries Economic Development Cooperation Agency). ໃນປີ 2019 ໄດ້ມີການເຊັນຂໍ້ຕົກລົງ ວ່າດ້ວຍການກໍ່ສ້າງຂົວມິດຕະພາບດັ່ງກ່າວ ແລະ ໄດ້ມີການເລີ້ມການກໍ່ສາ້ງໃນຕົ້ນປີ 2021, ຊຶ່ງຂົວມິດຕະພາບດັ່ງກ່າວ ມີລວງຍາວ 1.350 ແມັດ ໂດຍບໍ່ລວມທາງເຂົ້າ-ອອກຂົວ ທັງສອງຟາກແມ່ນໍ້າຂອງ ແລະ ໄດ້ມີກໍານົດທີ່ຈະກໍ່ສ້າງຂົວ, ອາຄານດ່ານເຂົ້າ-ອອກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ສໍາເລັດໃນທ້າຍປີ 2023 ແລະ ເປີດນໍາໃຊ້ໃນຕົ້ນປີ 2024.

 

ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງນີ້ ຍັງເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ທີ່ທັງສອງປະເທດພວກເຮົາໄດ້ເຊັນຮ່ວມກັນ ໃນເດືອນມິຖຸນາ 2022 ທີ່ຜ່ານມາ ເພື່ອປະຕິບັດຕາມເຈດຕະນາລົມຂອງປະຊາຊົນສອງຊາດ ທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ຍາວນານ ຫຼາຍກວ່າ 7 ທົດສະຫວັດ. ພ້ອມກັນນີ້, ຂົວມິດຕະພາບ ແຫ່ງທີ 5 ນີ້ ຍັງຈະເປັນໂຄງການທີ່ຕອບສະໜອງໃຫ້ແກ່ການຈັດຕັ້ງປະຕິບັດ ເປົ້າໝາຍ ທີ 5 ໃນການຮ່ວມມື, ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມທັນສະໄໝ ແລະ ເຂັ້ມແຂງ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍ່ຄື ການຈັດຕັ້ງປະຕິບັດວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025), ຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືການຫັນເອົາ ສປປ ລາວ ຈາກປະເທດທີບໍ່ມີຊາຍແດນຕິດກັບທະເລ ເປັນສູນກາງການເຊື່ອມຈອດ. ໂຄງການຂົວມິດຕະພາບ ລາວ - ໄທ ແຫ່ງທີ່ 5 ເປັນໂຄງການທີ່ມີຄວາມສໍາຄັນໃນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສອງປະເທດ ກໍ່ຄືອະນຸພາກພື້ນ ກໍ່ຄືໂຄງການເຊື່ອມໂຍງທາງດ້ານເສດຖະກິດ ຕາເວັນອອກ-ຕາເວັນຕົກ ໂດຍສະເພາະແມ່ນການເຊື່ອມໂຍງດ້ານຂົນສົ່ງຂອງ ສປປ ລາວ ກັບ ໄທ ຜ່ານທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ແລະ ເສັ້ນທາງ ເລກ 8 ເພື່ອອອກສູ່ ຫວຽດນາມ ໂດຍມີໄລຍະທາງພຽງແຕ່ 150 ກິໂລແມັດ, ຊຶ່ງລັດຖະບານລາວ ມີແຜນໃນການປັບປຸງເສັ້ນທາງດັ່ງກ່າວ ໃຫ້ໄດ້ມາດຕະຖານເພື່ອຮອງຮັບໃຫ້ແກ່ການຄົມມານາຄົມ ແລະ ຂົນສົ່ງ. ສະນັ້ນ, ໂຄງການນີ້ຈຶ່ງເປັນສ່ວນໜຶ່ງທີ່ສໍາຄັນ ໃນການຍູ້ໜູນ ແລະ ສົ່ງເສີມການຄ້າ-ການລົງທຶນ, ການບໍລິການທາງຜ່ານ ແລະ ການທ່ອງໃນອານາຄົດ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486316
ມື້ນີ້12
ມື້ວານ220
ອາທິດນີ້1352
ເດືອນນີ້5621