ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ

 

202211 1

202211 2

202211

 

ໂດຍຕອບ​ສະ​ໜອງ​ຕາມ​ການເຊື້ອ​ເຊີນ​ ຂອງ ທ່ານ ປີເຕີ ຊີຢາໂຕ Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ, ເເຕ່ວັນທີ 2-4 ພະຈິກ 2022, ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສອງປະເທດ ທີ່ມີການພົວພັນຮ່ວມມືທີ່ດີເປັນກ້າວໆມາ ແລະ ໄດ້ຮັບການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ນັບແຕ່ປີ 2019 ເປັນຕົ້ນມາ.

 

ການຢ້ຽມຢາມຄັ້ງນີ້ມີຂຶ້ນໃນທ່າມກາງສອງປະເທດ ສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 60 ປີ (12 ກັນຍາ 1962-12 ກັນຍາ 2022). ໃນໂອກາດການຢ້ຽມຢາມດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍ ກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ, ສອງຝ່າຍ ໄດ້ທົບທວນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ລະຫວ່າງ ລາວ ແລະ ຮົງກາຣີ ຕະຫຼອດໄລຍະຜ່ານມາ, ຊຶ່ງການພົວພັນບົນ​ພື້ນຖານແຫ່ງ​ສາຍພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ​ແລະ ການຊ່ວຍ​ເຫຼືອ​ເຊິ່ງກັນ ແລະ ກັນ, ໂດຍສະແດງອອກຜ່ານການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນລະດັບສູງ ແລະ ວິຊາການຂອງສອງປະເທດຢ່າງເປັນປົກກະຕິ. ພ້ອມນີ້, ສອງຝ່າຍຍັງໄດ້ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ລາວ-ຮົງກາຣີ ພາຍໃຕ້ເງິນກູ້ຢືມໃນເງື່ອນໄຂບໍ່ມີດອກເບ້ຍ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະ ໄດ້ຢໍ້າຄືນເຖິງການສືບຕໍ່ຈັດຕັ້ງປະຕິບັດ ໂຄງການແລກປ່ຽນປະສົບການນັກການທູດໜຸ່ມນ້ອຍ ຂອງສອງກະຊວງການຕ່າງປະເທດ ລາວ ແລະ ຮົງກາຣີ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະຕໍ່ບັນຫາສາກົນທີ່ພົ້ນເດັ່ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ລວມທັງສະໜັບສະໜູນການແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ.

 

ບົນພື້ນຖານແຫ່ງໝາກຜົນຂອງການພົວພັນຮ່ວມມືສອງຝ່າຍທີ່ດີ, ໃນໂອກາດການຢ້ຽມຢາມຄັ້ງນີ້ ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາ ຊຶ່ງຝ່າຍ ຮົງກາຣີ ສືບຕໍ່ໃຫ້ທຶນການສຶກສາແກ່ນັກສຶກສາລາວ ສຳລັບສົກປີ 2023-2025 ຈໍານວນ 150 ທຶນຕໍ່ປີ. ປັດຈຸບັນ ມີນັກສຶກສາລາວ ກໍາລັງຮຽນຢູ່ ຮົງກາຣີ ປະມານ 400 ຄົນ. ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດໂອ້ລົມພະນັກງານສະຖານທູດ ແລະ ນັກສຶກສາລາວອີກດ້ວຍ.

 

202211 4

 

ໃນໂອກາດເຄື່ອນໄຫວຢ້ຽມຢາມ ຮົງກາຣີ ຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ລາສ໌ໂລ ໂຄເວີ້ (Laszlo Kover), ປະທານສະພາແຫ່ງຊາດ ຮົງກາຣີ, ຊຶ່ງ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຄວາມຄືບໜ້າການພົວພັນຮ່ວມມືຂອງສອງປະເທດ, ລວມທັງ ປຶກສາຫາລື ເຖິງຄວາມເປັນໄປໄດ້ໃນການພົວພັນສາຍພັກ ລະຫວ່າງ ລາວ ແລະ ຮົງກາຣີ, ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ນອກຈາກນັ້ນ ຄະນະຜູ້ແທນລາວ ຍັງໄດ້ໄປຢ້ຽມຢາມເຂດເສດຖະກິດ ແລະ ຢ້ຽມຊົມສະຖານທີ່ປະຫວັດສາດ-ວັດທະນະທຳ ຂອງ ຮົງກາຣີ ອີກດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487792
ມື້ນີ້38
ມື້ວານ194
ອາທິດນີ້154
ເດືອນນີ້1185