ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນສະໄຫມພິເສດ.

 

2022 10 28 FM JAKATA

2022 10 28 FM JAKATA1

 

ວັນທີ 27 ຕຸລາ 2022, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ນໍາ ພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ສະໄຫມພິເສດ ເພື່ອທົບທວນຄືນ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ທີ່ ໄດ້ຮັບຮອງເອົາໃນວັນທີ 24 ເມສາ 2021, ແລະ ປຶກສາຫາລື ບັນດາຂໍ້ສະເຫນີແນະ ເພື່ອສະເຫນີ ຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ໃນ ຕົ້ນເດືອນ ພະຈິກ 2022 ນີ້.

 

ກອງປະຊຸມໄດ້ຕີລາຄາສູງ ຕໍ່ບົດບາດຂອງປະທານອາຊຽນ, ໂດຍສະເພາະ ທູດພິເສດຂອງປະທານອາຊຽນ ຕໍ່ບັນຫາມຽນມາ ຊຶ່ງລວມທັງບຣູໄນ (ປີ 2021) ແລະ ກໍາປູເຈຍ (ປະທານປະຈຸບັນ) ທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ສ້າງສັນ ໃນການຊຸກຍູ້ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ແລະ ພ້ອມນີ້, ກໍຊົມເຊີຍ ກອງເລຂາອາຊຽນ ແລະ ສູນປະສານງານຊ່ວຍເຫລືອດ້ານມະນຸດສະທໍາອາຊຽນ ຕໍ່ຄວາມຄືບຫນ້າໃນການຊ່ວຍເຫລືອທາງດ້ານມະນຸດສະທໍາ ແກ່ປະຊາຊົນມຽນມາ ທີ່ໄດ້ຮັບຜົນກະທົບຈາກ ສະພາບການພາຍໃນມຽນມາ ແລະ ຊຸກຍູ້ໃຫ້ ກອງເລຂາ ແລະ ສູນປະສານງານດັ່ງກ່າວ ສືບຕໍ່ຄວາມພະຍາຍາມ ໃນການຊ່ວຍ ເຫລືອປະຊາຊົນມຽນມາໃນເຂດຕ່າງໆທ່ົວປະເທດ ໃຫ້ໄດ້ຮັບການ ຊ່ວຍເຫລືອໄດ້ຢ່າງທົ່ວເຖິງ.

 

ກອງປະຊຸມຍັງໄດ້ເຫັນດີຊຸກຍູ້ ໃຫ້ທູດພິເສດຂອງປະທານກໍາປູເຈຍ ສືບຕໍ່ປະສານສົມທົບ ກັບທຸກ ຝ່າຍທີ່ກ່ຽວ ຂ້ອງໃນມຽນມາ ໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນໃຫ້ມີປະສິດທິຜົນ ເພື່ອກ້າວໄປສູ່ການແກ້ໄຂບັນຫາພາຍໃນຂອງມຽນມາຢ່າງສັນຕິວິທີ, ການຟື້ນຟູສັນຕິພາບ ແລະ ສ້າງຄວາມ ປອງດອງ ແຫ່ງຊາດ ໂດຍໄວ.

-------------------------

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487808
ມື້ນີ້54
ມື້ວານ194
ອາທິດນີ້170
ເດືອນນີ້1201