ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ຮອງນາຍົກລັດຖະມົນຕີ ຢ້ຽມຢາມເຂດອຸດສາຫະກໍາ ແລະ ການຄ້າ ອານບາ ຂອງ ຮົງກາຣີ

 

2022113 Visited 1

2022113 Visited 2

2022113 Visited 3

 

ໃນວັນທີ 2 ພະຈິກ 2022, ໃນໂອກາດເດີນທາງຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ເຂດອຸດສາຫະກໍາ ແລະ ການຄ້າ ອານບາ (ALBA Industrial and Commercial Zone) ເພື່ອຖອດຖອນເອົາບົດຮຽນທີ່ດີ ໃນການສ້າງເຂດອຸດສາຫະກໍາ ຂອງ ຮົງກາຣີ.

 

ເຂດອຸດສາຫະກໍາ ແລະ ການຄ້າ ອານບາ ແມ່ນເຂດອຸດສາຫະກໍາທີ່ຖືກສ້າງຕັ້ງຂຶ້ນເປັນແຫ່ງທໍາອິດຂອງ ຮົງກາຣີ ຕັ້ງຢູ່ຈຸດຍຸດທະສາດຂອງເສັ້ນທາງແຫ່ງການເຊື່ອມໂຍງກັບປະເທດຕ່າງໆໃນພາກພື້ນ ແລະ ເປັນເຂດອຸດສາຫະກໍາ ທີ່ມີຄວາມທັນສະໄໝ, ມີຊື່ສຽງໃນລະດັບແຖວໜ້າ ໃນຈໍານວນຫຼາຍກ່ວາ 270 ເຂດອຸດສາຫະກໍາ ຂອງ ຮົງກາຣີ ທີ່ມີຢູ່ໃນປັດຈຸບັນ ແລະ ໄດ້ດໍາເນີນກິດຈະການມາຫຼາຍກ່ວາ 20 ປີ, ມີ 49 ບໍລິສັດທີ່ເປັນບໍລີສັດຕ່າງປະເທດ ແລະ ພາຍໃນປະເທດ ກໍາລັງດໍາເນີນທຸລະກິດຢູ່ໃນເຂດອຸດສາກະກໍາດັ່ງກ່າວ ໃນຂົງເຂດການຜະລິດ ເຄື່ອງອິເລັກໂຕຼນິກຂະໜາດນ້ອຍ, ເຄື່ອງກົນຈັກ, ຜະລິດຕະພັນເຫຼັກ, ອຸດສາຫະກໍາພະລາສະຕິກ ແລະ ໂລຈິສຕິກ (ລະບົບການຂົນສົ່ງ) ຊຶ່ງມີການຈ້າງງານຫຼາຍກ່ວາ 1100 ຄົນ. ຜະລິດຕະພັນຂອງບັນດາບໍລິສັດ ທີ່ຕັ້ງຢູ່ໃນເຂດອຸດສາຫະກໍາດັ່ງກ່າວ ເປັນຜະລິດຕະພັນທີ່ຕອບສະໜອງໃຫ້ແກ່ຕ່ອງໂສ້ຂອງການຜະລິດຂອງບັນດາບໍລິສັດ ໃນເຂດອຸດສາຫະກໍາຕ່າງໆ ຂອງ ຮົງກາຣີ ແລະ ຕອບສະໜອງໃຫ້ແກ່ລູກຄ້າຢູ່ ຕ່າງປະເທດ.

 

ເຂດອຸດສາຫະກໍາ ອານບາ ແມ່ນດໍາເນີນການໂດຍບໍລິສັດເອກະຊົນ, ປັດຈຸບັນກໍາລັງດໍາເນີນການຂະຫຍາຍເຂດພື້ນທີ່ເຂດອຸດສາຫະກໍາ ໃນໄລຍະທີ່ 4, ມີການດຶງດູດຜູ້ມາລົງທຶນດ້ວຍຊື່ສຽງ, ຄວາມໜ້າເຊື່ອຖື ແລະ ບໍລິການທີ່ດີແບບມືອາຊີບ, ຊ່ວຍເຫຼືອຜູ້ມາລົງທຶນໃໝ່ ໃຫ້ສາມາດດໍາເນີນຂັ້ນຕອນການຈັດຊຶ້ທີ່ດິນ ໃນເຂດອຸດສາຫະກຳ, ປຸກສ້າງອາຄານໂຮງຈັກໂຮງງານ ດ້ວຍຄວາມວ່ອງໄວ, ລວມທັງ ຊອກຮູ້ບັນຫາຂອງລູກຄ້າ ແລະ ແກ້ໄຂບັນຫາກັບລູກຄ້າດ້ວຍຄວາມໂປ່ງໃສ, ຊ່ວຍຊອກຫາລູກຄ້າ ແລະ ສ້າງເຄືອຂ່າຍໃຫ້ແກ່ບັນດາບໍລິສັດຜູ້ມາລົງທຶນ, ຈັດການຝຶກອົບຮົມ ແລະ ສະໜອງແຮງງານຕາມຄວາມຕ້ອງການຂອງບໍລິສັດ. ເຂດອຸດສາຫະກໍາດັ່ງກ່າວ  ປຽບສະເໝືອນເປັນ ມະຫາວິທະຍາໄລທາງດ້ານເຕັກນິກ ເນື່ອງຈາກໄດ້ມີການຮ່ວມມືຢ່າງໃກ້ຊິດກັບສະຖາບັນການສຶກສາພາຍໃນປະເທດ ໃນການສຶກສາຕະຫຼາດ, ການຄົ້ນຄ້ວາວິໄຈເຕັກໂນໂລຊີ ແລະ ການຄົ້ນຄວ້າຜະລິດຕະພັນໃໝ່ໆ ເພື່ອສະເໜີໃຫ້ແກ່ບໍລິສັດລູກຄ້າຂອງຕົນນໍາໄປຜະລິດອອກຮັບໃຊ້ສັງຄົມ.

 

ໃນວຽກງານການດຶງດູດຜູ້ມາລົງທຶນ ກໍ່ຍັງໄດ້ເຮັດການຄັດຈ້ອນຄັດເລືອກເອົາແຕ່ບໍລະສັດທີ່ມີຄວາມໜ້າເຊື່ອຖື ແລະ ບໍລິສັດທີ່ຈະບໍ່ມາເປັນຄູ່ແຂ່ງ ຫຼື ອາດມາທໍາລາຍບໍລິສັດທີ່ມາລົງທຶນກ່ອນແລ້ວ. ໃນຈໍານວນ 270 ກ່ວາເຂດອຸດສາຫະກໍາ ຂອງຮົງກາຣີ ແມ່ນໄດ້ມີການແບ່ງຂົງເຂດຈຸດສຸມໃນການດໍາເນີນທຸລະກິດ ເພື່ອຫຼີກລ້ຽງ ການແຂ່ງຂັນໃນການທໍາລາຍຊຶ່ງກັນ ແລະ ກັນ. ນອກນັ້ນ, ບັນດາເຂດເສດຖະກິດນີ້ ຍັງໄດ້ຕັ້ງເປັນສະມາຄົມ, ມີການວາງລະບຽບຫຼັກການ ແລະ ມີການປະຊຸມປຶກສາຫາລື ໃນວຽກງານຕ່າງໆທີ່ປິນອ້ອມ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາເຂດອຸດສາຫະກໍາ ແລະ ການຄ້າ ໃນການແກ້ໄຂບັນຫາສິ່ງທ້າທາຍຕ່າງໆຮ່ວມກັນ.

 

ສິ່ງສໍາຄັນອັນໜຶ່ງ, ກ່ອນຈະມີການສ້າງຕັ້ງເຂດອຸດສາຫະກໍາໃດໜຶ່ງ ແມ່ນໄດ້ມີການສຶກສາຄົ້ນຄວ້າຢ່າງພາວະວິໄສ ແລະ ການກໍ່ສ້າງໂຄງລ່າງພື້ນຖານຢູ່ໃນເຂດອຸດສາຫະກໍາ ແມ່ນດໍາເນີນການກໍ່ສ້າງເປັນແຕ່ລະໄລຍະ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງລູກຄ້າ ທີ່ລົງທະບຽນເພື່ອດໍາເນີນທຸລະກິດ

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487817
ມື້ນີ້63
ມື້ວານ194
ອາທິດນີ້179
ເດືອນນີ້1210