ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ສານສະແດງຄວາມຊົມເຊີຍ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ອີກສະໄໝໜຶ່ງ

ນະຄອນຫຼວງວຽງຈັນ, 21 ມັງກອນ 2019

ພະນະ​ທ່ານ,

​          ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນມາ​ຍັງ ພະນະ​​ທ່ານ ​ໃນໂອກາດທີ່ພະນະທ່ານ ໄດ້​ຮັບເລືອກຕັ້ງ​​ໃຫ້ດຳລົງ​ຕຳ​ແໜ່​ງ ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ອີກສະໄໝໜຶ່ງ. ​

ອ່ານເພີ່ມເຕີມ... 

ສານສະແດງຄວາມເຫັນໃຈ ຕໍ່ເຫດການພະຍຸປາບຶກ ພັດເຂົ້າໃສ່ຫລາຍແຂວງພາກໃຕ້ຂອງປະເທດໄທ

ພະນະ​ທ່ານ,

ຂ້າພະ​ເຈົ້າ ​ໄດ້ຮັບຂ່າວດ້ວຍຄວາມ​ເສົ້າ​ໂສກເສຍໃຈຕໍ່ເຫດການພະຍຸ ປາບຶກໄດ້​ພັດ​ເຂົ້າ​​ໃສ່​ໃນຫຼາຍ​​ແຂວງ​ທາງພາກ​ໃຕ້ຂອງປະ​ເທດ​ໄທ, ໃນລະຫວ່າງ ວັນທີ ​3-6 ມັງກອນ 2019, ອັນໄດ້ເຮັດໃຫ້ມີຝົນຕົກ​ແຮງ, ນໍ້າຖ້ວມໜັກ, ​ລະບົບ​ພື້ນຖານ​ໂຄງ​ລ່າງຖືກ​ເປ່​ເພ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຈໍານວນຫຼວງຫຼາຍຂອງປະຊາຊົນໄທ ທີ່ອາໄສຢູ່ພື້ນທີ່ດັ່ງກ່າວ.

ອ່ານເພີ່ມເຕີມ... 

ການນຳຂັ້ນສູງຂອງລາວ ສົ່ງຈົດໝາຍອວຍພອນວັນປະກາດເອກະລາດ ແຫ່ງ ສສ. ມຽນມາ ຄົບຮອບ 71 ປີ

 

ພະ​ນະ​ທ່ານ ອູ ວິນ ໝິນ

ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ.

ພະນະທ່ານ,

ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງ ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຄົບຮອບ 71 ປີ, ໃນນາມປະຊົນລາວ ທຸກຖ້ວນໜ້າ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິດີຍິນດີເປັນຢ່າງຍິ່ງ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະປະຊາຊົນມຽນມາ ທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດພວກເຮົາທີ່ມີມາແລ້ວນັ້ນຈະສືບຕໍ່ໄດ້ຮັບການເສີມຂະຍາຍແລະ ​​​ແໜ້ນແຟ້ນເລີກເຊິ່ງຍິ່ງໆຂຶ້ນ​​ໃນອານາຄົດເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.

ເນື່ອງໃນໂອກາດປີໃໝ່ 2019 ນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ​​ໃນໜ້າທີ່ອັນມີກຽດສູງສົ່ງຂອງພະນະທ່ານ ເພື່ອໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາສືບຕໍ່ມີຄວາມ​​ກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.

ດ້ວຍ​ຄວາມເຄົາ​ລົບ ແລະ ​ນັບ​ຖື​ຢ່າງ​ສູງ,

ບຸນ​ຍັງ ວໍ​ລະ​ຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ, ວັນທີ 31 ທັນວາ 2018

-------------------------------------------------------------------------------------------------

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490456
ມື້ນີ້9
ມື້ວານ213
ອາທິດນີ້1655
ເດືອນນີ້3849