ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດລາວ ຄົບຮອບ 43 ປີ ຈາກການນຳຂັ້ນສູງ ແຫ່ງ ສິງກະໂປ

 

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ໃນນາມປະຊາຊົນສິງກະໂປ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ.

ສິງກະໂປ ແລະ ລາວ ໄດ້ແບ່ງປັນນຳໃຈມິດຕະພາບອັນຍາວນານ ແລະ ອົບອຸ່ນ. ການຢ້ຽມຢາມທາງລັດຖະກິດທີ່ ສິງກະໂປ ຂອງ ພະນະທ່ານ ໃນເດືອນພຶດສະພາ 2018 ໄດ້ກາຍເປັນຫຼັກຖານໃນການຮ່ວມມືສອງຝ່າຍອັນແໜ້ນແຟ້ນຂອງ ສອງປະເທດພວກເຮົາ. ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນທີ່ດີງາມຂອງສອງປະເທດເຮົາ ຈະສືບຕໍ່ຂະຫຍາຍຕົວໃນຊຸມປີຕໍ່ໜ້າ. ພ້ອມກັນນັ້ນ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ທີ່ ລາວ ໄດ້ໃຫ້ການສະໜັບສະໜູນ ການເປັນປະທານ ອາຊຽນຂອງ ສິງກະໂປ ໃນປີນີ້. ສິງກະໂປ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ ເພີ່ມທະວີການເປັນຄູ່ຮ່ວມມືລະຫວ່າງ ສອງປະເທດທີ່ໃກ້ຊິດໃນຂອບສອງຝ່າຍ ແລະ ອາຊຽນເພື່ອຜົນປະໂຫຍດ ຂອງ ປະຊາຊົນ ທັງສອງຊາດ.

ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຄອບຄົວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,

ຮາລິມາສ ຢາຄອບ

-----------------------------------------------------------------------------

ພະນະທ່ານ ທອງລຸນ ສີສຸລິດ,

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຂ້າພະເຈົ້າ ຂໍສະແດງຄຳຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ    ແລະ ລັດຖະບານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ.

ໃນທ່າມກາງຄວາມຍິນດີຕໍ່ສາຍພົວພັນທີ່ອົບອຸ່ນ ແລະ ຍາວນານຂອງ ສິງກະໂປ ແລະ ສປປ ລາວ, ການພົວພັນສອງຝ່າຍໄດ້ຮັບການຂະຫຍາຍຕົວໃນຫຼາຍປີຜ່ານມາ ໂດຍສະເພາະແມ່ນໃນຂົງເຂດການຮ່ວມມືດ້ານວິຊາການ, ການພົວພັນຂອງພາກທຸລະກິດ ແລະ ການໄປມາຫາສູ່ກັນຂອງ ປະຊາຊົນສອງປະເທດ.

ຂ້າພະເຈົ້າຂໍຂອບໃຈອີກເທື່ອໜຶ່ງ ຕໍ່ການໃຫ້ການສະໜັບສະໜູນ ຢ່າງແຂງຂັນຂອງ ພະນະທ່ານໃຫ້ແກ່ການເປັນປະທານ ອາຊຽນ ຂອງ ສິງກະໂປ. ຂ້າພະເຈົ້າມີຄວາມຍິນດີທີ່ໄດ້ພົບກັບພະນະທ່ານໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ບ່ອນທີ່ພວກເຮົາໄດ້ປຶກສາຫາລື ເພື່ອເຮັດແນວໃດ ໃຫ້ອາຊຽນກ້າວໄປໜ້າ ທ່າມກາງສະພາບມີການປ່ຽນແປງຢ່າງໄວວາ ແລະ ຢືນຢັນຄືນຄຳໝັ້ນໝາຍຂອງພວກເຮົາຕໍ່ການຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມອາຊຽນ 2025.

ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ຮ່ວມເຮັດວຽກກັບ ພະນະທ່ານເພື່ອການພົວພັນສອງຝ່າຍຂອງພວກເຮົາກ້າວເຂົ້າສູ່ລວງເລິກ ແລະ ເພື່ອສ້າງໃຫ້ ອາຊຽນມີຄວາມເປັນໜຶ່ງດຽວ, ເຂັ້ມແຂງ ແລະ ທັນສະໄໝຫຼາຍຂື້ນ.

ຂ້າພະເຈົ້າ ພ້ອມດ້ວຍພັນລະຍາ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ພັນລະຍາ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,

ລີ ຊຽນ ລຸງ

-----------------------------------------------------------------------------

ພະນະທ່ານ ສະເຫລີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ຂ້າພະເຈົ້າ ຂໍສະແດງຄຳຊົມເຊີຍອັນອົບອຸ່ນເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ!

ລາວ ແລະ ສິງກະໂປເປັນປະເທດເພື່ອນມິດທີ່ເກົ່າແກ່ ແລະ ເປັນເພື່ອນບ້ານທີ່ໃກ້ຄຽງ. ການພົວພັນສອງຝ່າຍຂອງພວກເຮົາ ແມ່ນນັບມື້ນັບແຂງແກ່ນ ໃນຫລາຍປີທີ່ຜ່ານມາ. ການຢ້ຽມຢາມທາງລັດຖະກິດຢ່າງເປັນທາງການຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ສິງກະໂປ ໃນເດືອນ ພຶດສະພາ 2018 ສະທ້ອນເຖິງສາຍພົວພັນອັນອົບອຸ່ນຂອງພວກເຮົາ. ຂ້າພະເຈົ້າຮູ້ສຶກພູມໃຈທີ່ໄດ້ພົບກັບ ພະນະທ່ານອີກຄັ້ງໜຶ່ງ ຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆທີ່ຜ່ານມາ ຢູ່ ສິງກະໂປ. ຂອບໃຈຂອງ ພະນະທ່ານ ສຳລັບການສະໜັບສະໜູນຕໍ່ການເປັນປະທານອາຊຽນ ຂອງ ສິງກະໂປ ແລະ ຂໍ້ລິເລີ່ມຂອງພວກຂ້າພະເຈົ້າ ທີ່ຈະສ້າງໃຫ້ອາຊຽນເຂັ້ມແຂງ ແລະ ທັນສະໄໝ. ຂ້າພະເຈົ້າໝັ້ນໃຈວ່າ ສິງກະໂປ ແລະ ລາວ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດນຳກັນ ເພື່ອຮັກສາຄວາມເປັນອັນໜຶ່ງດຽວ, ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ຄວາມກ້າວໜ້າຂອງ ປະຊາຊົນພວກເຮົາ.

ຂ້າພະເຈົ້າ ພ້ອມດ້ວຍພັນລະຍາ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ພັນລະຍາ ຈົ່ງສືບຕໍ່ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.

ດ້ວຍຄວາມລົບ ແລະ ນັບຖືເປັນຢ່າງສູງ,

ດຣ. ວິວຽນ ບາລາກຣີສນານ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485703
ມື້ນີ້2
ມື້ວານ206
ອາທິດນີ້739
ເດືອນນີ້5008