ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດຍີ່ປຸ່ນ ຈາກ ບັນດາການນໍາຂັ້ນສູງ ແຫ່ງ ສປປ ລາວ

ນະ​ຄອນຫຼວງ​ວຽງ​ຈັນ, ວັນ​ທີ 21 ທັນວາ 2018

ສົມ​ເດັດ ອາ​ກິ​ຮິ​ໂຕະ

​ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ

ທີ່ ​ນະຄອນຫຼວງໂຕ​ກຽວ

ພະ​ບາດ​ສົມ​ເດັດ,

​ເນື່ອງ​ໃນ​ໂອກາດ​ອັນ​ເປັນ​ສິລິ​ມົງຄຸນ ​ແຫ່ງ ວັນ​ພະຣາຊະ​ສົມ​ພົບ ຄົບຮອບ 85 ພັນ​ສາ ຂອງ​ ພະ​ອົງ, ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍ​ສົ່ງ​ຄຳ​ອວຍພອນ​ໄຊ​ອັນ​ປະ​ເສີດ ​ແລະ ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນມາ​ຍັງ ​ພະ​ອົງ ​ແລະ ພະ​ບໍລົມ​ວົງສາ​ນຸວົງ ຈົ່ງ​ຊົງ​ພະ​ກະ​ເສມສຳລານ ​ເພື່ອ​ສືບ​ຕໍ່​ເປັນ​ຮົ່ມ​ໂພ​ຮົ່ມ​ໄຊໃຫ້​ແກ່​ ປະຊາຊົນ​ຍີ່ປຸ່ນ​ ຕະຫຼອດ​ໄປ.

         ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງຕໍ່ເນື່ອງຕະຫຼອດໄລຍະຜ່ານມາ ແລະ ໄດ້ກາຍເປັນ ຄູ່ຮ່ວມຍຸດທະສາດນຳກັນ.

ຂ້າ​ພະ​ເຈົ້າ​ຫວັງ​ຢ່າງ​ຍິ່ງວ່າ ພາຍ​ໃຕ້​ການ​ເປັນ​ຄູ່​ຮ່ວມ​ມື​ດັ່ງ​ກ່າວ ຈະນຳ​ເອົາ​ຜົນ​ປະ​ໂຫຍດຕົວຈິງມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ​ລາວ ແລະ ຍີ່​ປຸ່ນ ພ້ອມ​ທັງ​ເປັນ​ການ​ປະກອບສ່ວນ​ໃນ​ການ​ສ້າງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​​ເພື່ອ​ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ຂໍ​ອວຍພອນ​ໄຊ​ໃຫ້​ພະ​ອົງ ຈົ່ງ​ມີ​ພະ​ລາ​ນາ​​ໄມ​ສົມບູນ ​ແລະ ຊົງພະ​ກະ​ເສມສຳລານ​ຍິ່ງ​ຍືນນານ.

     ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

           ບຸນ​ຍັງ ວໍ​ລະ​ຈິດ

           ປະທານ​ປະ​ເທດ

​                                                              ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ


ພະນະ​ທ່ານ ຊິນ​ໂຊ ອາ​ເບະ,

 ​ນາ​ຍົກ​ລັດຖະມົນຕີ ​ແຫ່ງ ປະເທດຍີ່ປຸ່ນ

 ທີ່ ​ນະຄອນຫຼວງໂຕ​ກຽວ

ພະນະ​ທ່ານ,

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫລອງວັນ​ພະຣາຊະ​ສົມ​ພົບຂອງ ​ສົມ​ເດັດ ອາ​ກິ​ຮິ​ໂຕະ ຄົບຮອບ 85 ພັນ​ສາ, ​ໃນ​ນາມລັດຖະບານ ​ແລະ ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ຂ້າພະ​ເຈົ້າຂໍ​ຖື​ເປັນ​ກຽດສົ່ງ​ພອນ​ໄຊ​ອັນ​ປະ​ເສີດ ​ແລະ ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ມາ​ຍັງ​ພະນະ​ທ່ານ ຈົ່ງມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ, ປະສົບ​ຜົນສຳ​ເລັດ​​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ພະນະ​ທ່ານ ​ແລະ ຂໍ​ອວຍພອນ​​ໄຊ ​ໂດຍ​ຜ່ານ​ພະນະ​ທ່ານ​ໄປ​ຍັງ​ປະຊາຊົນ​ຍີ່ປຸ່ນ ຈົ່ງ​ມີ​ແຕ່​ຄວາມຈະເລີນ​ກ້າວໜ້າ ​ແລະ ສົມ​ບູນພູນ​ສຸກ.

​ພາຍ​ໃຕ້​ການ​ເປັນ​ຄູ່​ຮ່ວມ​ມືຍຸດ​ທະະ​ສາດ ຂອງ ສ​ອງ​ປະ​ເທດ ລາວ ແລະ ຍີ່ປຸ່ນ, ຂ້າພະ​ເຈົ້າມີ​ຄວາມ​​ປິຕິຍິນ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ໃນຫຼາຍ​ຂົງ​ເຂດ​ການ​ຮ່ວມ​ມື, ໂດຍ​ສະ​ເພາະ ທາງ​ດ້ານ​ເສດ​ຖະ​ກິດ ແລະ ການ​ລົງ​ທຶນ ຂອງ ຍີ່ປຸ່ນ ທີ່​ກຳລັງ​ຂະຫຍາຍຕົວຂຶ້ນ​ເລື້ອຍໆ ຢູ່ ສ​ປ​ປ ລາວ. ລັດຖະບານ ແລະ ປະຊາຊົນລາວ ໄດ້ຕີລາຄາສູງ ແລະ ຮູ້ບຸນຄຸນ ຕໍ່ການຮ່ວມມືຊ່ວຍເຫຼືອ ແລະ ການສະໜັບສະໜູນ ສປປ ລາວ ຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະທີ່ຜ່ານມາ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ຂ້າພະ​ເຈົ້າຫວັງ​ຢ່າງ​ຍິ່ງ​ວ່າ ການ​ພົວພັນ​ຮ່ວມ​ມືຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ຈະ​​ສືບຕໍ່ໄດ້ຮັບ​ການເພີ່ມທະວີ ເພື່ອ​​ນຳ​ເອົ​າ​ຜົນ​ປະ​ໂຫຍດ​ຕົວຈິງມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດພວກເຮົາ​ ພ້ອມ​ທັງ​ເປັນ​ການປະກອບສ່ວນ​ໃນ​ການ​ສ້າງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​​ເພື່ອ​ການ​ພັດທະນາ​ຢູ່ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

   ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

          ທອງ​ລຸນ ສີ​ສຸ​ລິດ

        ນາຍົກລັດຖະມົນຕີ

 ​                                                                        ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ


ພະນະ​ທ່ານ ທະໂຣ ໂຄໂນະ,

​ລັ​ດ​ຖະ​ມົນ​ຕີ​ກະ​ຊວງກ​ານ​ຕ່າງ​ປະ​ເທດ ແຫ່ງ ປະເທດຍີ່ປຸ່ນ

ທີ່ ນະຄອນຫຼວງ​ໂຕ​ກຽວ

ພະນະ​ທ່ານ,

 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງວັນ​ພະຣາຊະ​ສົມ​ພົບ ຂອງ ​ສົມ​ເດັດ ອາ​ກິ​ຮິ​ໂຕະ ຄົບຮອບ 85 ພັນ​ສາ,​ຂ້າພະ​ເຈົ້າ ຂໍ​ຖື​ເປັນ​ກຽດສົ່ງ​ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ ​ພະນະ​ທ່ານ ແລະໂດຍຜ່ານພະນະທ່ານໄປຍັງ ບັນ​ດາ​ການ​ນຳ ແລະ ພະ​ນັກ​ງານ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ຈົ່ງມີ​ສຸຂະພາບແຂງແຮງ, ມີ​ຄວາມ​ຜາ​ສຸກ ແລະ ປະສົບ​ຜົນສຳ​ເລັດ​​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ຕົນ. ​

 ​ຂ້າພະ​ເຈົ້າ ມີ​ຄວາມ​​ປິຕິຍິນ​ດີ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ ​ຕ​ະ​ຫຼ​ອດ​ໄລ​ຍະ 63 ປີ ຜ່ານ​ມາ, ເຊິ່ງເຫັນ​ໄດ້​ຈາກ​ການ​ແລກ​ປ່ຽນການ​ຢ້ຽມ​ຢາມ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ເປັນປະຈໍາ, ການຮ່ວມມືສະໜັບສະໜູນເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ ລວມ​ເຖິງ​ການ​ຊ່ວຍ​ເຫຼືອເພື່ອການພັດທະນາຊັບພະຍາກອນມະນຸດ ແລະ ​ບັນ​ດາ​ໂຄງ​ການຕ່າງໆ​ ທີ່​ລັດ​ຖະ​ບານ​ຍີ່​ປຸ່ນ​ໃຫ້​ການ​ຊ່ວຍ​ເຫຼືອ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​ຂອງ ສ​ປ​ປ ລາວ.

ຂ້າພະ​ເຈົ້າ ຫວັງ​ຢ່າງ​ຍິ່ງ​ວ່າ ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລາວ ແລະ ຍີ່ປຸ່ນ ຈະ​​​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຍິ່ງໆ​ຂຶ້ນ ເພື່ອ​​ນຳ​ເອົ​າ​ຜົນ​ປະ​ໂຫຍດ​ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ​ລາວ ແລະ ຍີ່ປຸ່ນ ກໍ​ຄື​ການ​ຮ່ວມ​ມື​ອັນ​ສະ​ໜິດ​ແໜ້ນ ລະ​ຫວ່າງ ສອງ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ພ​ວກ​ເຮົາ.

ໃນວາລະປີໃໝ່ສາກົນ 2019 ໝູນວຽນມາເຖິງນີ້, ຂໍອວຍພອນໃຫ້ ພະນະທ່ານ ແລະ ພະນັກງານກະຊວງການຕ່າງປະເທດ ທຸກຖ້ວນໜ້າ ຈົ່ງມີແຕ່ຄວາມສຸກໃນຊີວິດສ່ວນຕົວ ແລະ ປະສົບຜົນສໍາເລັດສູງໃນໜ້າທີ່ວຽກງານການຕ່າງປະເທດຂອງ ຍີ່ປຸ່ນ.

 

  ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

 

      ​ສະ​ເຫຼີມໄຊ ກົມ​ມະ​ສິດ                            

ລັດຖະມົນຕີ​ກະ​ຊວງ​ການຕ່າງ​ປະ​ເທດ

​                                                                       ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484682
ມື້ນີ້198
ມື້ວານ188
ອາທິດນີ້1120
ເດືອນນີ້3987