ພະນະທ່ານ ອູ ວິນ ໝິນ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ
ທີ່ ນະຄອນຫຼວງເນປິດໍ.
ພະນະທ່ານ,
ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຄົບຮອບ 71 ປີ, ໃນນາມປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິດີຍິນດີເປັນຢ່າງຍິ່ງ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນມຽນມາ ທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດພວກເຮົາທີ່ມີມາແລ້ວນັ້ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນເລີກເຊິ່ງຍິ່ງໆຂຶ້ນໃນອານາຄົດເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.
ເນື່ອງໃນໂອກາດປີໃໝ່ 2019 ນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງພະນະທ່ານ ເພື່ອໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 31 ທັນວາ 2018
-------------------------------------------------------------------------------------------------
ພະນະທ່ານ ອູ ໝິນ ສະເວ
ຮອງປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ
ທີ່ ນະຄອນຫຼວງເນປິດໍ.
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງ ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຄົບຮອບ 71 ປີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືອັນໃກ້ຊິດທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ແໜ້ນແຟ້ນຍິ່ງໆຂຶ້ນໃນອານາຄົດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.
ເນື່ອງໃນໂອກາດປີໃໝ່ 2019 ນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງ ພະນະທ່ານ ກໍຄືຄວາມຈະເລີນວັດທະນາຍິ່ງໆຂຶ້ນຂອງປະຊາຊົນມຽນມາ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ພັນຄຳ ວິພາວັນ
ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 31 ທັນວາ 2018
-------------------------------------------------------------------------------------------------
ພະນະທ່ານ ອູ ເຮັນຣີ ວັນ ທ່ຽວ
ຮອງປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ
ທີ່ ນະຄອນຫຼວງເນປິດໍ.
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຄົບຮອບ 71 ປີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືອັນໃກ້ຊິດທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດລວມຂອງສອງຊາດພວກເຮົາ.
ເນື່ອງໃນໂອກາດປີໃໝ່ 2019 ນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງ ພະນະທ່ານ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ພັນຄຳ ວິພາວັນ
ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 31 ທັນວາ 2018
-------------------------------------------------------------------------------------------------
ພະນະທ່ານ ອອງ ຊານ ຊູ ຈີ
ທີ່ປຶກສາແຫ່ງລັດ ສາທາລະນະລັດ ສະຫະພາບ ມຽນມາ
ທີ່ ນະຄອນຫຼວງເນປິດໍ.
ພະນະທ່ານ,
ເນື່ອງໃນໂອກາດ ອັນສະຫງ່າລາສີ ແຫ່ງ ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຄົບຮອບ 71 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄຳຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດຶກດຳບັນ ແລະ ການຮ່ວມມືອັນດີ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງ ສອງປະເທດ ກໍຄື ສອງລັດຖະບານພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ຂ້າພະເຈົ້າ ພ້ອມແລ້ວທີ່ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດຮ່ວມກັບ ພະນະທ່ານ ເພື່ອນຳເອົາຜົນປະໂຫຍດມາສູ່ສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາກໍຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ.
ເນື່ອງໃນໂອກາດປີໃໝ່ສາກົນ 2019 ນີ້, ຂ້າພະເຈົ້າຂໍ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານຈົ່ງມີ ພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 28 ທັນວາ 2018
-------------------------------------------------------------------------------------------------
ພະນະທ່ານ ອູຈໍຕິນ
ລັດຖະມົນຕີສະຫະພາບ
ກະຊວງຮ່ວມມືສາກົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ
ທີ່ ນະຄອນຫຼວງເນປິດໍ.
ພະນະທ່ານ,
ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຄົບຮອບ 71 ປີ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງພະນັກງານກະຊວງຮ່ວມມືສາກົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງແຮງກ້າວ່າ ການຮ່ວມມືອັນດີທີ່ມີມາຂອງພວກເຮົາ ແລະ ສາຍພົວພັນມິດຕະພາບອັນໃກ້ຊິດ ລະຫວ່າງ ສອງປະເທດ ກໍຄື ສອງກະຊວງພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດລວມຂອງສອງປະເທດພວກເຮົາ ແລະ ຄອບຄົວອາຊຽນ.
ເນື່ອງໃນໂອກາດປີໃໝ່ 2019 ນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດ ຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 28 ທັນວາ 2018