ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດລາວ ຄົບຮອບ 43 ປີ ຈາກ ປະທານາທິບໍດີ ແຫ່ງ ສະມາພັນທະລັດສະວິດ

 

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ

ໃນນາມສະພາປົກຄອງສະມາພັນທະລັດສະວິດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ພ້ອມກັນນັ້ນ, ຂ້າພະເຈົ້າ ກໍ່ຂໍສົ່ງຄຳອວຍພອນຈິງໃຈທີ່ສຸດ ມາຍັງພະນະທ່ານ ຈົ່ງ​ມີ​ສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດທຸກປະການ ພ້ອມດ້ວຍປະເທດຂອງພະນະທ່ານ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ.

ຍ້ອນມີການພັງທະລາຍອັນຫາຍານະ ຂອງ ເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ ທີ່ແຂວງອັດຕະປື,  ປະເທດ ຂອງ ພະນະທ່ານ ໄດ້ປະສົບກັບໄພພິບັດອັນໜ້າເສົ້າສະຫຼົດໃຈ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ປະເທດລາວ ຈະສາມາດຜ່ານຜ່າສິ່ງທ້າທາຍຕ່າງໆທີ່ຕາມມາ ແລະ ຫຼຸດພົ້ນອອກຈາກໄພພິບັດຄັ້ງນີ້ ກາຍເປັນຊາດທີ່ເຂັ້ມແຂງກວ່າເກົ່າ. ຂ້າພະເຈົ້າ ມີຄວາມຍິນດີ ທີ່ ປະເທດສະວິດ ໄດ້ໃຫ້ການຊ່ວຍເຫຼືອແກ່ ປະຊາຊົນລາວ ໃນເວລາທີ່ມີຄວາມຕ້ອງການ ໂດຍມີການປະກອບສ່ວນຜ່ານ ສະຫະພັນກາແດງສາກົນ ແລະ ສະມາຄົມສຽ້ວວົງເດືອນ.

ຂໍໃຫ້ພະນະທ່ານ ເຊື່ອໝັ້ນວ່າ ປະເທດສະວິດ ຈະສືບຕໍ່ຄວາມມຸ່ງໝັ້ນທີ່ຈະເສີມຂະຫຍາຍມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈ ຊຶ່ງກັນ ແລະ ກັນ ກັບ ສປປ ລາວ ແລະ ຫວັງວ່າ ສາຍພົວພັນດັ່ງກ່າວນີ້ຈະສືບຕໍ່ແຕກດອກອອກຜົນ ໃນຊຸມປີຕໍ່ໜ້າ.

ດ້ວຍຄວາມນັບຖື,

ພະ​ນະທ່ານ ອາແລງ ແບກເຊ

ປະທານາທິບໍດີ ແຫ່ງ ສະມາພັນທະລັດສະວິດ

ທີ່ ເບີນ, ວັນທີ 30 ພະຈິກ 2018

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485764
ມື້ນີ້63
ມື້ວານ206
ອາທິດນີ້800
ເດືອນນີ້5069