ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ໃນນາມລັດຖະບານ ແລະ ປະຊາຊົນຟີລິບປິນ, ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈຈາກໃຈຈິງ ສຳລັບການສູນເສຍຊີວິດ ໃນເຫດການໄພນ້ຳຖ້ວມ ທີ່ແຂວງອັດຕະປື.
ປະຊາຊົນຟີລິບປິນ ຮ່ວມກັບຂ້າພະເຈົ້າ ພາວະນາໃຫ້ຄອບຄົວ ແລະ ຄົນຮັກ ຂອງຜູ້ທີ່ເສຍຊີວິດ ແລະ ຫາຍສາບສູນ ຈົ່ງເຂັ້ມແຂງ ແລະ ຫາຍຈາກຄວາມໂສກເສົ້າ.
ປະຊາຊົນຟີລິບປິນ ຮູ້ຊຶ້ງໃນຄວາມເຈັບປວດ ແລະ ການສູນເສຍອັນຍິ່ງໃຫ່ຍດັ່ງກ່າວ. ດ້ວຍເຫດນີ້, ຟິລິບປິນ ພ້ອມ ທີ່ຈະໃຫ້ການຊ່ວຍເຫຼືອ ລັດຖະບານ ຂອງພະນະທ່ານ ໃນການຟື້ນຟູ ແລະ ບູລະນະເຂດປະສົບໄພ.
ຂ້າພະເຈົ້າ ເຊື່ອໝັ້ນວ່າລັດຖະບານ ແລະ ປະຊາຊົນລາວ ຈະຜ່ານຜ່າຄວາມທ້າທາຍ ທີ່ກຳລັງປະເຊີນໃນປັດຈຸບັນ ຄືນສູ່ສະພາບປົກກະຕິ ແລະ ຕາມເປົ້າໝາຍທີ່ວາງໄວ້.
ດ້ວຍຄວາມນັບຖື ເປັນຢ່າງສູງ.
ໂຣດຣິໂກ ຣົວ ດູເຕີເຕ