ເນື່ອງໃນໂອກາດ ວັນສ້າງຕັ້ງອາເຊັມ ຄົບຮອບ 23 ປີ, ໃນວັນທີ 1 ມີນາ, ໃນນາມລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈ ແລະ ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງປະຊາຊົນ ລາວ ແລະ ປະຊາຊົນ ຂອງບັນດາປະເທດສະມາຊິກອາເຊັມ ທັງໝົດ.
ນະຄອນຫຼວງວຽງຈັນ, 07 ກຸມພາ 2019
ພະນະທ່ານ,
ໃນນາມລັດຖະບານ, ປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດ ທີ່ ພະນະທ່ານ ໄດ້ຖືກແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕຣາລີ.
ນະຄອນຫຼວງວຽງຈັນ, ວັນທີ 25 ກຸມພາ 2019
ສົມເດັດ,
ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ ແລະ ປະຊາຊົນກູເວດ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດອັນສະຫງ່າລາສີ ວັນຊາດ ແຫ່ງ ລັດກູເວດ ຄົບຮອບ 58 ປີ.