ກະຊວງການຕ່າງປະເທດ
ແຫ່ງສາທາລະນະລັດ ຟິລິບປິນ
ວັນທີ 2 ທັນວາ 2018
ພະນະທ່ານ,
ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງພະນະທ່ານ ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ.
ຄວາມສຳເລັດ ຂອງລັດຖະບານລາວ ໃນການບັນລຸເງື່ອນໄຂ ການສົ່ງເສີມຄວາມສະເໝີພາບ ຂອງສັງຄົມ ແລະ ການພັດທະນາເສດຖະກິດ ຂອງລາວ ແລະ ປະຊາຊົນລາວ ໄດ້ກາຍເປັນສິ່ງຊຸກຍູ້ໃຫ້ແກ່ຟິລິບປິນ.
ໃນຖານະເປັນອະດີດຜູ້ຕາງໜ້າຖາວອນ ຂອງຟີລິບປິນ ປະຈຳ ອົງການສະຫະປະຊາຊາດ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ລັດຖະບານລາວ ຕໍ່ການສະໜັບສະໜູນຟີລິບປິນ ໃນບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງຫຼາຍຝ່າຍຕ່າງໆ ຂໍໃຫ້ເຊື່ອໝັ້ນວ່າ ຟິລິບປິນ ຈະໃຫ້ການຊຸກຍູ້ ແລະ ສະໜັບສະໜູນ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ເໝືອນດັ່ງທີ່ຟິລິບປິນ ໄດ້ຮັບຈາກ ສປປ ລາວ.
ຂ້າພະເຈົ້າ ຫວັງວ່າຈະໄດ້ສືບຕໍ່ເຮັດວຽກ ຮ່ວມກັບພະນະທ່ານ ໃນການເສີມຂະຫຍາຍສາຍພົວພັນອັນອົບອຸ່ນ ແລະ ໃກ້ຊິດ ລະຫວ່າງ ສອງປະເທດ ຂອງພວກເຮົາ ໃນຊຸມປີຕໍ່ໜ້າ.
ດ້ວຍຄວາມນັບຖື,
ເຕໂຢໂດໂຣ ໂລເປດສ ລອກຊິນ ຈູເນຍ