ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າໂສກເສຍໃຈຕໍ່ເຫດການພະຍຸ “ປາບຶກ”ໄດ້ພັດເຂົ້າໃສ່ໃນຫຼາຍແຂວງທາງພາກໃຕ້ຂອງປະເທດໄທ, ໃນລະຫວ່າງ ວັນທີ 3-6 ມັງກອນ 2019, ອັນໄດ້ເຮັດໃຫ້ມີຝົນຕົກແຮງ, ນໍ້າຖ້ວມໜັກ, ລະບົບພື້ນຖານໂຄງລ່າງຖືກເປ່ເພ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຈໍານວນຫຼວງຫຼາຍຂອງປະຊາຊົນໄທ ທີ່ອາໄສຢູ່ພື້ນທີ່ດັ່ງກ່າວ.
ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກໄທ ໂດຍສະເພາະຜູ້ເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກເຫດການທີ່ເກີດຂຶ້ນໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານ ແຫ່ງ ຣາຊະອານາຈັກໄທ ກໍ່ຄືຄວາມຮ່ວມແຮງຮ່ວມໃຈກັນຂອງປະຊາຊົນໄທທົ່ວປະເທດ, ສະພາບຄວາມຫຍຸ້ງຍາກຈາກໄພພິບັດຄັ້ງນີ້ ຈະໄດ້ຮັບການຟື້ນຟູໂດຍໄວ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫລີມໄຊ ກົມມະສິດ
ພະນະທ່ານ ດອນ ປຣະມັດວິໄນ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ແຫ່ງ ຣາຊະອານາຈັກໄທ
ທີ່ ບາງກອກ.