ເນື່ອງໃນໂອກາດ ວັນສ້າງຕັ້ງອາເຊັມ ຄົບຮອບ 25 ປີ, ໃນວັນທີ 1 ມີນາ 2021 ນີ້, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງບັນດາປະເທດສະມາຊິກອາເຊັມ ກໍ່ຄື ປະຊາຊົນລາວ ທຸກຖ້ວນໜ້າ.
ນະຄອນຫຼວງວຽງຈັນ, ວັນທີ 19 ກຸມພາ 2021
ພະນະທ່ານ,
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ເນື່ອງໃນໂອກາດ ທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສະທາລະນະລັດອີຕາລີ.
ນະຄອນຫຼວງວຽງຈັນ, ວັນທີ 22 ກຸມພາ 2021
ສົມເດັດ ເຊກຄ໌ ນາວາ ອາລ-ອາມັດ ອາລ-ຈາເບີ ອາລ-ຊາບາສ
ກະສັດ ແຫ່ງ ລັດກູເວດ
ທີ່ ກູເວດ