ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເຫັນໃຈ ຕໍ່ເຫດການນຳ້ຖ້ວມຢູ່ທາງພາກເໜືອຂອງ ສ.ອິນເດຍ

ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2021

ພະນະທ່ານ,

ຂ້າພະ​ເຈົ້າ ໄດ້ຊາບຂ່າວເຫດການນ້ຳຖ້ວມ ທີ່ເກີດຂຶ້ນຢູ່ລັດອຸນຕາຣະຄານ ທາງພາກເໜືອຂອງປະເທດອິນເດຍ ໃນວັນທີ7 ກຸມພາ 2021ຜ່ານມາ, ອັນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ອິນເດຍ ເປັນຈຳນວນຫຼວງຫຼາຍ.

ໃນ​ນາມ​ລັດຖະ​ບານ ແລະ ປະ​ຊາ​ຊົນ​ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມເຫັນອົກເຫັນໃຈ ແລະ ​​ເສົ້າສະຫຼົດໃຈເປັນຢ່າງຍິ່ງ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ອິນເດຍ ໂດຍສະເພາະສະມາຊິກຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍຈາກໄພທຳມະຊາດໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ປະຊາຊົນ ອິນເດຍ ໃນເຂດດັ່ງກ່າວຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ.

                                                                              ສະເຫຼີມໄຊ ກົມມະສິດ

                                                            ລັດຖະມົນຕີກະຊວງການຕ່າງປະເທດ

                                                      ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະ​ທ່ານ​ ດຣ. ສຸບຣາມານຽມ ໃຈຊັງເກີ

ລັດຖະມົນຕີກະຊວງການ​ຕ່າງປະ​ເທດ

ແຫ່ງ ສາທາລະນະລັດ ອິນເດຍ

ທີ່ ນິວແດນລີ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485885
ມື້ນີ້16
ມື້ວານ168
ອາທິດນີ້921
ເດືອນນີ້5190