ນະຄອນຫຼວງວຽງຈັນ, 22 ມັງກອນ 2021
ພະນະທ່ານ,
ໃນນາມປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ອົດສະຕຣາລີ ເພື່ອນມິດ ເນື່ອງໃນໂອກາດວັນຊາດ ອົດສະຕຣາລີ ຄົບຮອບ 233 ປີ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສປປ ລາວ ແລະ ອົດສະຕຣາລີ ມີສາຍພົວພັນມິດຕະພາບ ອັນຍາວນານ ແລະ ການຮ່ວມມືທີ່ມີປະສິດທິຜົນສູງ ຕະຫຼອດໄລຍະເກືອບ 7 ທົດສະວັດຜ່ານມາ. ຂ້າພະເຈົ້າ ຕີລາຄາສູງ ຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫລືອອັນລໍ້າຄ່າຂອງ ອົດສະຕຣາລີ ແກ່ ສປປ ລາວ ໃນດ້ານຕ່າງໆ ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ລວມທັງການຊ່ວຍເຫຼືອໃນການຮັບມືກັບ ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ໃນປັດຈຸບັນ.
ຂ້າພະເຈົ້າ ມີຄວາມຍິນດີສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດ ກັບ ພະນະທ່ານ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືທີ່ໃກ້ຊິດດັ່ງກ່າວນັ້ນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນພາລະກິດອັນສູງສົ່ງຂອງ ພະນະທ່ານ ແລະ ປະຊາຊົນອົດສະຕຣາລີ ຈົ່ງມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ເດວິດ ເຮີເລ
ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ
ທີ່ ແຄນເບີຣາ