ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຍິນດີຈາກ ການນໍາ ແຫ່ງ ຣາຊະອານາຈັກໄທ ເຖິງ ການນໍາ ແຫ່ງ ສປປ ລາວ

 


ຮຽນ:    ພະນະທ່ານ ທອງລຸນ ສີສຸລິດ

 

 

ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ຂໍສະແດງຄວາມຍິນດີກັບທ່ານ ທີ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຈາກສະມາຊິກພັກ ເນື່ອງຈາກທ່ານມີຜົນງານໃນການບໍລິຫານປະເທດ ຕະຫຼອດໄລຍະ 5 ປີຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນເປັນຢ່າງຍິ່ງວ່າ ພາຍໃຕ້ການນໍາພາຂອງທ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະມີຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນລາວ ຈະມີຊີວິດການເປັນຢູ່ທີ່ດີຍິ່ງໆຂື້ນ.

ຂ້າພະເຈົ້າ ຍິນດີທີ່ໄດ້ຮ່ວມເຮັດວຽກກັບທ່ານຢ່າງໃກ້ຊິດ ໃນການພັດທະນາສາຍພົວພັນໄທ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ ໃນຖານະເພື່ອນບ້ານທີ່ໃກ້ຊິດ ຕະຫຼອດໄລຍະ 5 ປີຜ່ານມາ. ຂ້າພະເຈົ້າ ຂໍຢືນຢັນວ່າ ຈະສືບຕໍ່ຊຸກຍູ້ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຢືນຍົງ ໃຫ້ເກີດຜົນເປັນຮູບປະທໍາ ໂດຍສະເພາະໃນໂອກາດ ຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ໄທ ກັບ ສປປ ລາວ ເພື່ອໃຫ້ສອງປະເທດກ້າວໄປໜ້າ ຢ່າງໝັ້ນຍືນ ຮັ່ງມີ ແລະ ຢືນຍົງ.

ສຸດທ້າຍນີ້, ຂ້າພະເຈົ້າ ແລະ ຄອບຄົວ ຂໍພາວານາຄຸນພະສີລັດຕະນະໄຕ ແລະ ສິ່ງສັກສິດທັງຫຼາຍຈົ່ງປົກປ້ອງທ່ານ ແລະ ທ່ານ ນ. ນາລີ ພ້ອມດ້ວຍຄອບຄົວ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ການງານ ມີສຸຂະພາບແຂງແຮງ ແລະ ຄວາມວັດທະນະຖາວອນຕະຫຼອດໄປ.

 

 

ພົນເອກ ປຣະຢຸດ ຈັນໂອຊາ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

 


 

ຮຽນ:   ພະນະທ່ານ ສະເຫຼີມໄຊ ກົມມະສິດ

 

 

ໃນຖານະເພື່ອນທີ່ໄດ້ເຮັດວຽກຮ່ວມກັນມາ ຂ້າພະເຈົ້າ ຂໍສະແດງຄວາມຍິນດີກັບທ່ານ ທີ່ໄດ້ຮັບເລືອກໃຫ້ດໍາລົງຕໍາແໜ່ງສໍາຄັນ ໃນການບໍລິຫານປະເທດ ສປປ ລາວ ໃນຖານະກໍາມະການກົມການເມືອງສູນກາງ ພັກປະຊາຊົນ ປະຕິວັດລາວ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຈາກສະມາຊິກ ພັກປະຊາຊົນ ປະຕິວັດລາວ ໃນການດໍາເນີນນະໂຍ ບາຍການຕ່າງປະເທດ ຂອງທ່ານທີ່ໄດ້ຮັບໝາກຜົນ ຕະຫຼອດໄລຍະເວລາ 5 ປີຜ່ານມາ.

ຂ້າພະເຈົ້າ ຂໍຢືນຢັນ ທີ່ຈະສືບຕໍ່ຮ່ວມມືກັບທ່ານ ຢ່າງໃກ້ຊິດ ເພື່ອເສີມສ້າງຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງທັງສອງປະເທດ ແລະ ພາກພື້ນຕໍ່ໄປ ໂດຍສະເພາະໃນໂອກາດ ຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ໄທ ແລະ ສປປ ລາວ.​

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ແລະ ຄອບຄົວ ຈົ່ງປະສົບຄວາມສໍາເລັດໃນໜ້າທີ່ການງານ ມີຄວາມຜາສຸກ ແລະ ມີພາລານາໄມທີ່ແຂງແຮງຕະຫຼອດໄປ.

 

 

 

ດອນ ປະຣະມັດວິໄນ

ຮອງນາຍົກລັດຖະມົນຕີ ແລະ

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ

 


 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480218
ມື້ນີ້48
ມື້ວານ157
ອາທິດນີ້616
ເດືອນນີ້6449