ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຂອບໃຈ ສປ ຈີນ

ນະຄອນຫຼວງວຽງຈັນ, ວັນທີ 08 ກຸມພາ 2021

ສະຫາຍ ສີ ຈິ້ນຜິງ ທີ່ນັບຖື,

            ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອ ມາຍັງສະຫາຍ ທີ່ໄດ້ສົ່ງຢາວັກຊີນ ປ້ອງກັນພະຍາດໂຄວິດ-19 ແລະ ອຸປະກອນການແພດຈຳນວນຫລວງຫລາຍ ມາຊ່ວຍ ສປປ ລາວ ພວກຂ້າພະເຈົ້າໃນຄັ້ງນີ້ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.

          ຂ້າພະເຈົ້າ ມີຄວາມຮູ້ສຶກຕື້ນຕັນໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງມາຍັງພັກ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ຍາມໃດກໍ່ມີຄວາມເປັນຫວ່ງ ເປັນໃຍ ແລະ ໃຫ້ການຊ່ວຍເຫລືອອັນລ້ໍາຄ່າແກ່ພວກຂ້າພະເຈົ້າຕະຫລອດມາ          ໂດຍສະເພາະໃນຍາມຫຍຸ້ງຍາກຄືແນວນີ້, ອັນເປັນການສະແດງໃຫ້ເຫັນເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ

          ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຍິນດີ ແລະ ຊົມເຊີຍມາຍັງ ພັກກອມມູນິດຈີນ ພາຍໃຕ້ການ         ຊີ້ນຳ-ນຳພາ ທີ່ເຂັ້ມແຂງຂອງສະຫາຍ ຕໍ່ຜົນສຳເລັດໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ         ໂຄວິດ-19 ທີ່ ສປ ຈີນ ກໍ່ຄື ຄວາມສຳເລັດໃນການຜະລິດວັກຊິນທີ່ມີຄຸນນະພາບສູງ ເພື່ອສະຫນອງໃຫ້ແກ່ ປະຊາຊົນຈີນ ກໍ່ຄືປະເທດຕ່າງໆໃນໂລກ ແນໃສ່ການຕ້ານການແຜ່ລະບາດພະຍາດລະບາດຮ້າຍແຮງດັ່ງກ່າວ. ອັນນີ້ເປັນການຢັ້ງຢືນໃຫ້ປະຊາຄົມໂລກເຫັນໄດ້ເຖິງ ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຈີນ ແລະ ບົດບາດອິດທິພົນຂອງ ສປ ຈີນ ທີ່ນັບມື້ ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

            ອີກເທື່ອຫນຶ່ງ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງການນຳພັກ ແລະ ປະຊາຊົນຈີນອ້າຍນ້ອງ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າດັ່ງກ່າວ. ເນື່ອງໃນໂອກາດປີໃຫມ່ຈີນ ປີ 2021 ທີ່ຈະມາເຖິງນີ້, ຂ້າພະເຈົ້າ ຂໍອວຍພອນ ມາຍັງສະຫາຍ ແລະ ປະຊາຊົນຈີນທຸກຖ້ວນຫນ້າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນຫນ້າທີ່ວຽກງານ ຂອງສະຫາຍ.

          ດ້ວຍ​ຄວາມ​ນັບ​ຖື​ຮັກແພງ.

                                                        

                            

                                                              

                                                                                    ທອງລຸນ ສີສຸລິດ

ສະຫາຍ ສີ ຈິ້ນຜິງ,

ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ.

ທີ່ ນະຄອນຫລວງປັກກິ່ງ.


ສະ​ຫາຍ ຫລີ ເຄີ້ສຽງ ທີ່ ນັບຖື,

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ        ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງ ມາຍັງສະຫາຍ ກໍ່ຄືລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອຢາວັກຊິນປ້ອງກັນພະຍາດໂຄວິດ-19 ຈໍານວນ 300,000 ໂດສ ແລະ ເຊີແລງ ຈຳນວນ 300,800 ອັນ ໃຫ້ແກ່ ສປປ ລາວ ພວກຂ້າພະເຈົ້າ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ   ໂຄວິດ-19 ຢູ່ ສປປ ລາວ.

       ຂ້າພະເຈົ້າ ມີຄວາມຮູ້ສຶກຕື້ນຕັນໃຈ ທີ່ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຍາມໃດກໍ່ໄດ້ມີຄວາມເປັນຫ່ວງເປັນໃຍ ແກ່ພວກຂ້າພະເຈົ້າ ໃນຍາມຫຍຸ້ງຍາກ ເຖິງແມ່ນວ່າລັດຖະບານ ແລະ ປະຊາຊົນຈີນເອງ ກໍ່ໄດ້ຮັບຜົນກະທົບຈາກພະຍາດລະບາດດັ່ງກ່າວ ແລະ ພົບຄວາມຫຍຸ້ງຍາກເຊັ່ນດຽວກັນ, ແຕ່ກໍ່ໄດ້ບິແບ່ງການຊ່ວຍເຫລືອອັນລ້ຳຄ່າ ແລະ ທັນການ ມາໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ, ອັນເປັນການສະແດງໃຫ້ເຫັນເຖິງການເປັນເພື່ອນມິດຖານສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ ນັບໄດ້ຮັບການເສີມຂະຫຍາຍ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

            ອີກເທື່ອຫນຶ່ງ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງສະຫາຍ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຕໍ່ການຊ່ວຍເຫລືອໃນຄັ້ງນີ້. ເນື່ອງໃນບຸນປີໃຫມ່ຈີນ ປີ 2021 ທີ່ຈະມາເຖິງນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງສະຫາຍ, ການນຳພັກ, ລັດຖະບານ ກໍ່ຄືປະຊາຊົນຈີນ ທຸກຖ້ວນຫນ້າ ຈົ່ງມີສຸຂະພາບເຂັ້ມແຂງ,    ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ   ໃໝ່ໃຫຍ່ຫລວງກວ່າເກົ່າ ໃນຫນ້າທີ່ອັນມີກຽດສະຫງ່າງາມ ຂອງສະຫາຍ.

 

          ດ້ວຍ​ຄວາມ​ນັບ​ຖື​ຮັກແພງ.

 

                                                                    

 

                                                              

 

                                                                                    ທອງລຸນ ສີສຸລິດ

 

ສະຫາຍ ຫລີ ເຄີ້ສຽງ,

ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

ທີ່ ນະຄອນຫລວງປັກກິ່ງ.

 

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483865
ມື້ນີ້172
ມື້ວານ215
ອາທິດນີ້303
ເດືອນນີ້3170