ນະຄອນຫຼວງວຽງຈັນ, ວັນທີ 23 ກຸມພາ 2021
ສົມເດັດ,
ໃນນາມປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້່າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສົມເດັດ ແລະ ປະຊາຊົນ ແຫ່ງ ບຣູໄນ ດາຣູຊາລາມ ເນື່ອງໃນໂອກາດວັນຊາດ ແຫ່ງ ບຣູໄນ ດາຣູຊາລາມ ຄົບຮອບ 37 ປີ.
ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2021
ພະນະທ່ານ,
ຂ້າພະເຈົ້າ ໄດ້ຊາບຂ່າວເຫດການນ້ຳຖ້ວມ ທີ່ເກີດຂຶ້ນຢູ່ລັດອຸນຕາຣະຄານ ທາງພາກເໜືອຂອງປະເທດອິນເດຍ ໃນວັນທີ7 ກຸມພາ 2021ຜ່ານມາ, ອັນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ອິນເດຍ ເປັນຈຳນວນຫຼວງຫຼາຍ.
ນະຄອນຫຼວງວຽງຈັນ, ວັນທີ 08 ກຸມພາ 2021
ສະຫາຍ ສີ ຈິ້ນຜິງ ທີ່ນັບຖື,
ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອ ມາຍັງສະຫາຍ ທີ່ໄດ້ສົ່ງຢາວັກຊີນ ປ້ອງກັນພະຍາດໂຄວິດ-19 ແລະ ອຸປະກອນການແພດຈຳນວນຫລວງຫລາຍ ມາຊ່ວຍ ສປປ ລາວ ພວກຂ້າພະເຈົ້າໃນຄັ້ງນີ້ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.