ນະຄອນຫລວງວຽງຈັນ, ວັນທີ 26 ມັງກອນ 2021
ພະນະທ່ານ
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈ ຕໍ່ເຫດການອຸບັດຕິເຫດເຮືອບິນຂອງສາຍການບິນ Sriwijaya, ຖ້ຽວບິນ 182 ຕົກໃນທະເລຈາວາ ໃນວັນທີ 9 ມັງກອນ 2021 ແລະ ເຫດແຜ່ນດີນໄຫວຮ້າຍແຮງ ຢູ່ເກາະຊູລາເວສີໃນຄັ້ງວັນທີ 15 ແລະ 16 ມັງກອນ 2021 ທີ່ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ຈຳນວນຫລວງຫລາຍ ແກ່ ປະຊາຊົນອິນໂດເນເຊຍ.
ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈເປັນຢ່າງຍິ່ງ ມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໂດຍສະເພາະ ແມ່ນຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກ ສອງເຫດການໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງພະນະທ່ານ ແລະ ລັດຖະບານອິນໂດເນເຊຍ, ປະຊາຊົນອິນໂດເນເຊຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ທີ່ເກີດຂຶ້ນໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ໂຈໂກວີໂດໂດ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ
ຈາກາກຕາ