ນະຄອນຫຼວງວຽງຈັນ, ວັນທີ 1 ສິງຫາ 2023
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສະມາພັນທະລັດ ສະວິດ ຄົບຮອບ 732 ປີ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ປະຊາຊົນ ສະວິດ ເພື່ອນມິດ ທຸກຖ້ວນໜ້າ.
ນະຄອນຫຼວງວຽງຈັນ, ວັນທີ 26 ກໍລະກົດ 2023
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ຄົບຮອບ 58 ປີ ແຫ່ງ ສາທາລະນະລັດ ມານດິວ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນມານດິວ ເພື່ອນມິດ ທຸກຖ້ວນໜ້າ.
ພະບາດ ສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ
ແຫ່ງ ຣາຊະອານາຈັກໄທ
ທີ່ ບາງກອກ
ພະບາດສົມເດັດ,
ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງ ພະອົງ ເນື່ອງໃນໂອກາດວັນສະເຫຼີມພະຊົນພັນສາ ຄົບຮອບ 71 ພັນສາ.