ອັງຕານານາຣີໂວ, ວັນທີ 02 ທັນວາ 2022
ປະທານປະເທດ ແຫ່ງ ສາທາລະນະລັດ
ທ່ານປະທານປະເທດ,
ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປາຊະຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງມີຄວາມຜາສຸກ ແລະ ວັດທະນະຖາວອນ.
ຂ້າພະເຈົ້າ ຮູ້ສຶກປິຕິຍິນດີ ຂໍຖືໂອກາດນີ້ ຢືນຢັນຄືນຕໍ່ພະນະທ່ານເຖິງຄວາມປາດຖະໜາດີຂອງຂ້າພະເຈົ້າທີ່ຈະສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ມາດາກັດສະກາ ໃຫ້ມີຄວາມກ້າວໜ້າຂຶ້ນສູ່ລະດັບໃໝ່.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ໃນຊຸມປີຂ້າງໜ້າຈະໄດ້ເຫັນ ການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດພວກເຮົາຫຼາກຫຼາຍຍິ່ງຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນ ທາງດ້ານເສດຖະກິດ ແລະ ຄວາມເປັນຢູ່ຂອງປະຊາຊົນ ເພື່ອນມິດຂອງສອງຊາດພວກເຮົາ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ອັງດຣີ ຣາໂຈເອລີນາ
ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ
ສາທາລະນະລັດ ລີບັງ
ກະຊວງການຕ່າງປະເທດ ແລະ ຜູ້ອົບພະຍົບ
ລັດຖະມົນຕີ
ເບຣຸດ, 5 ທັນວາ 2022
ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,