ພະນະທ່ານ,
ໃນນາມປວງຊົນລາວທັງຊາດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນອິນໂດເນເຊຍ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 78 ປີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍາວນານ ແລະ ການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນໂດເນເຊຍ ໄດ້ຮັບການພັັດທະນາໃຫ້ກວ້າງຂວາງຍິ່ງໆຂຶ້ນໃນຫຼາຍຂົງເຂດ ຕະຫຼອດໄລຍະ 6 ທົດສະວັດກວ່າຜ່ານມາ, ເຊິ່ງເຫັນໄດ້ຈາກການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນລະດັບຕ່າງໆ ຢ່າງເປັນປົກກະຕິ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ກໍຄືໃນວົງຄະນາຍາດອາຊຽນ. ພິເສດ, ສອງປະເທດພວກເຮົາໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 65 ປີ ໃນປີ 2022 ດ້ວຍຜົນສໍາເລັດຢ່າງຈົບງາມ. ຂ້າພະເຈົ້າ ເຊື່ອໝັ້ນວ່າການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການພັດທະນາ ໃຫ້ກ້າວສູ່ລວງເລີກກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດອັນແທ້ຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນ ອິນໂດເນເຊຍ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.
ດ້ວຍຄວາມເຄົາລົບ ແລະ ນັບຖືເປັນຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ໂຈໂກ ວິໂດໂດ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ
ທີ່ ຈາກາກຕາ
ພະນະທ່ານ,
ໃນນາມປວງຊົນລາວທັງຊາດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນສິງກະໂປ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 58 ປີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ຕະຫຼອດໄລຍະເກືອບ 5 ທົດສະວັດທີ່ຜ່ານມາ ແລະ ໃນປີ 2024 ທີ່ຈະມາເຖິງນີ້ ກໍຈະເປັນປີທີ່ມີຄວາມໝາຍທາງດ້ານປະຫວັດສາດ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍຶພົວພັນການທູດ ລະຫວ່າງ ສອງປະເທດພວກເຮົາ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ຮ່ວມເຮັດວຽກກັບພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນຂອງພວກເຮົາ ໃຫ້ກ້າວສູ່ລວງເລິກ ແລະ ກວ້າງຂວາງກວ່າເກົ່າໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດອັນແທ້ຈິງ ມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີນີ້ ຂ້າພະເຈົ້້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ປະຊາຊົນສິງກະໂປ ສືບຕໍ່ພັດທະນາໃຫ້ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ
ດ້ວຍຄວາມເຄົາລົບ ແລະ ນັບຖືເປັນຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ນາງ ຮາລິມາສ ຢາຄອບ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ
ທີ່ ສິງກະໂປ
****************************************************************************************************************************
ພະນະທ່ານ,
ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 58 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ສິງກະໂປ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕະຫລອດໄລຍະເກືອບ 5 ທົດສະວັດຜ່ານມາ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໃນປີ 2024 ຈະມາເຖິງນີ້ ແມ່ນປີຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດພວກເຮົາ. ຂ້າພະເຈົ້າ ຫວັງວ່າ ພວກເຮົາຈະຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນທີ່ມີຄວາມໝາຍສໍາຄັນດັ່ງກ່າວ ດ້ວຍຄວາມເບີກ ບານມ່ວນຊື່ນ. ຂ້າພະເຈົ້າ ມີຄວາມຍິນດີ ຈະໄດ້ສືບຕໍ່ຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນຂອງພວກເຮົາ ໃຫ້ກ້າວສູ່ລວງເລິກກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດ ຂອງ ພະນະທ່ານ ແລະ ນໍາພາປະຊາຊົນສິງກະໂປ ສືບຕໍ່ກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ສອນໄຊ ສີພັນດອນ
ພະນະທ່ານ ລີ ຊຽນ ລຸງ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ
ທີ່ ສິງກະໂປ
*******************************************************************************************************************
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງເພື່ອນຮ່ວມງານ ຂອງກະຊວງຕ່າງປະເທດ ແຫ່ງ ສາທາ ລະນະລັດ ສິງກະໂປ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 58 ປີ.
ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປ ໂດຍສະເພາະ ລະຫວ່າງສອງກະຊວງການຕ່າງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໄດ້ຮັບການເສີມຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະເກືອບ 5 ທົດສະຫວັດທີ່ຜ່ານມາ. ພິເສດໃນປີ 2024 ຈະມາເຖິງນີ້ ກໍຈະເປັນປີຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດພວກເຮົາ. ຂ້າພະເຈົ້າ ຫວັງວ່າພວກເຮົາຈະຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນທີ່ມີຄວາມໝາຍສໍາຄັນດັ່ງກ່າວດ້ວຍຄວາມເບີກບານມ່ວນຊື່ນ. ຂ້າພະເຈົ້າ ມີຄວາມຍິນດີຈະສືບຕໍ່ຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວ ລະຫວ່າງສອງຊາດ ແລະ ສອງກະຊວງການຕ່າງປະເທດຂອງພວກເຮົາໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດລວມມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ຄອບຄົວອາຊຽນ.
ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ລວມທັງເພື່ອນຮ່ວມງານຂອງກະຊວງຕ່າງປະເທດ ສິງກະໂປ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງ ພະນະທ່ານ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ດຣ. ວິວຽນ ບາລາຄຣີສນານ
ລັດຖະມົນຕີຕ່າງປະເທດແຫ່ງ ສາທາລະນະລັດ ສິງກະໂປ
ທີ່ ສິງກະໂປ
ສົມເດັດ,
ເນື່ອງໃນໂອກາດ ອັນສະຫງ່າລາສີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດກູເວດ ຄົບຮອບ 15 ປີ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ແລະ ປະຊາຊົນກູເວດ ເພື່ອນມິດ.
ສປປ ລາວ ແລະ ລັດກູເວດ ມີສາຍພົວພັນມິດຕະພາບ, ການຮ່ວມມືທີ່ດີ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີທີ່ມີຢູ່ແລ້ວນັ້ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງ ສົມເດັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ, ປະສົບຜົນສຳເລັດໃນພາລະກິດອັນສູງສົ່ງຂອງພະອົງ ແລະ ຂໍອວຍໃຫ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມືອັນດີງາມ ລະຫວ່າງສອງປະເທດພວກເຮົາ ຈົ່ງສືບຕໍ່ແຕກດອກອອກຜົນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.
ດ້ວຍຄວາມນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ສົມເດັດ ເຊັກຄ໌ ນາວາຟ ອານ-ອາມັດ ອານ-ຈາເບີ ອານ-ຊາບາ
ກະສັດ ແຫ່ງ ລັດກູເວດ
ທີ່ ກູເວດ
******************************************************************************************************
ສົມເດັດ,
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນ ແຫ່ງ ລັດກູເວດ ເພື່ອນມິດ, ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດກູເວດ ຄົບຮອບ 15 ປີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ລັດ ກູເວດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໃນຊຸມປີຜ່ານມາ. ຂ້າພະເຈົ້າ ຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບ ສົມເດັດ ຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ ກູເວດ ເພື່ອນມິດ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.
ດ້ວຍຄວາມນັບຖືຢ່າງສູງ,
ສອນໄຊ ສີພັນດອນ
ສົມເດັດ ເຊັກຄ໌ ອາມັດ ນາວາບຟ໌ ອານ-ອາມັດ ອານ-ຊາບາ
ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ.
ທີ່ ກູເວດ