ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດ ສສ. ຫວຽດນາມ ຄົບຮອບ 78 ປີ

 

ເຖິງ: - ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,

          - ສະຫາຍ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ,

          - ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ,

          - ສະຫາຍ ເວືອງ ດິງ ເຮວະ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ທີ່ ນະຄອນຫຼວງຮ່າໂນ້ຍ

 

ບັນດາສະຫາຍທີ່ຮັກແພງ,

 

ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍອັນອົບອຸ່ນ, ໄມ​​ຕີ​ຈິດ​ມິດ​ຕະ​ພາບອັນ​ດູ​ດ​ດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ແລະ ພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 78 ປີ (2/9/1945-2/9/2023).

 

ພວກຂ້າພະເຈົ້າ ມີ​ຄວາມປິຕິຊົມຊື່ນ ແລະ ພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 78 ປີຜ່ານມາ, ພາຍໃຕ້ການນໍາພາອັນຖືກ​ຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໂດຍປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ, ດ້ວຍການເຊີດຊູນໍ້າໃຈຮັກຊາດອັນດູດດື່ມ ແລະ ພິລະອາດຫານ, ປະຊາຊົນຫວຽດນາມວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການ ​ສາມາດຍາດ​ເອົາເອກະລາດແຫ່ງຊາດ ແລະ ​ກ້າວ​ໄປ​ເຖິງ​ການທ້ອນໂຮມປະເທດຊາດເປັນ​ເອ​ກະ​ພາບຢ່າງສົມບູນ​, ສືບ​ຕໍ່ດຳເນີນພາ​ລະ​ກິດ​ສ້າງ​ສາ​ ແລະ​ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ສັງ​ຄົມ​ນິ​ຍົມຢ່າງມີໄຊ ຕະຫຼອດໄລຍະຫຼາຍທົດສະວັດ​ທີ່​ຜ່ານ​ມາ, ໂດຍສະເພາະແມ່ນໄລຍະ 37 ປີ ແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ສາ​ມາດ​ຍາດ​ໄດ້​ໄຊ​ຊະ​ນະເປັນກ້າວໆມາ, ສະ​ຖຽນ​ລະ​ພາບທາງດ້ານການ​ເມືອງມີຄວາມ​ໜັກ​ແໜ້ນ, ສັງ​ຄົມມີຄວາມເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ​ເສດ​ຖະ​ກິດມີ​ການ​ຂະ​ຫຍາຍ​ຕົວໃນລະດັບສູງ, ຊີວິດການເປັນຢູ່ຂອງ​ປະ​ຊາ​ຊົນ​ ໄດ້ຮັບການປົວແປງໃຫ້ດີຂື້ນຢ່າງບໍ່ຢຸດຢັ້ງ, ຖານະບົດບາດ ແລະ ອິດທິພົນຂອງພັກກອມມູນິດ ຫວຽດນາມ ແລະ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.  ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນ ຢ່າງຍິ່ງ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງ ທີ່ ສສ ຫວຽດນາມ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະ ຖືຜົນສຳເລັດດັ່ງກ່າວ ເປັນບົດຮຽນອັນລໍ້າຄ່າ ແລະ ເປັນສິ່ງປຸກລະດົມກໍາລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ ສປປ ລາວ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຕົນ.

 

ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດໄລຍະຜ່ານມາ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ ປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ   ສຸພານຸວົງ ທີ່ແສນເຄົາລົບຮັກ ຂອງພວກເຮົາຮ່ວມກັນສ້າງຕັ້ງຂຶ້ນ ແລະ ໄດ້ຮັບການປົກປັກຮັກສາ, ຖະນຸຖະໜອມ, ເພີ່ມພູນຄູນສ້າງ ດ້ວຍຢາດເຫື່ອ ແລະ ເລືອດເນື້ອ ຂອງບັນດານັກຮົບປະຕິວັດ ແລະ ບັນດາການນໍາຫຼາຍຮຸ່ນຄົນຂອງສອງຊາດພວກເຮົານັ້ນ ສືບຕໍ່ໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ, ນັບມື້ນັບມີປະສິດທິຜົນ, ກາຍເປັນມູນມໍລະດົກອັນລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ກາຍ​ເປັນ​ເຫງົ້າ​ພະ​ລັງແຮງ​ທີ່​ບໍ່​ບົກ​ແຫ້ງ, ເປັນປັດໄຈຕັດສິນໄຊຊະນະ ຂອງພາລະກິດປະຕິວັດຂອງທັງສອງຊາດ ລາວ-ຫວຽດນາມ ພວກເຮົາຕະຫຼອດມາ.

 

ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຕໍ່ກັບມິດຈິດ ມິດໃຈອັນບໍລິສຸດຜຸດຜ່ອງ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ, ການສະໜັບສະໜູນ ແລະ ການອຸ້ມຊູຊ່ວຍເຫຼືອອັນລໍ້າຄ່າ, ທັນການໃຫ້ ສປປ ລາວ ຕະຫຼອດມາ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ພວກຂ້າພະເຈົ້າ ຂໍຢືນຢັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ຈະມີການຜັນແປໄປແນວໃດກໍ່ຕາມ, ພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນພິເສດທີ່ຫາຍາກ ຂອງພວກເຮົາໃຫ້ຈະເລີນງອກງາມ, ແຕກດອກອອກຜົນ ແລະ ເບັ່ງບານຫອມຫວນຕະຫຼອດກາລະນານ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງປະເທດ ກໍ່ຄືເພື່ອ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ.

 

ຂໍອວຍພອນໃຫ້ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຝູ ຈ້ອງ ເປັນຜູ້ນໍາພານັ້ນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ບັນລຸໄດ້ຈຸດໝາຍແຫ່ງການສ້າງ ສສ. ຫວຽດນາມ ໃຫ້ເປັນປະເທດອຸດສາຫະກໍາຕາມທິດທັນສະໄໝ ຕາມເປົ້າໜາຍ ແລະ ທິດທາງຍຸດທະສາດຮອດປີ 2030 ແລະ ວິໄສທັດການພັດທະນາປະເທດຮອດປີ 2045 ເພື່ອເຮັດໃຫ້ປະຊາຊົນ ຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.​

 

ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນໃນ​ການ​ສືບ​ຕໍ່​ນຳ​ພາ​ປະ​ເທດ​ຊາດ​ຫວຽດ​ນາມ ກ້າວ​ຂຶ້ນ​ຢ່າງ​ໜັກແໜ້ນ ເພື່ອບັນ​ລຸ​ຈຸດໝາຍທີ່ວາງໄວ້.

 

ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.

 

ນະຄອນຫຼວງວຽງຈັນ, ວັນທີ 1 ກັນຍາ 2023

ທອງລຸນ ສີສຸລິດ

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ໄຊສົມພອນ ພົມວິຫານ

ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

-----------------------------------------------------------------------------------

 

ເຖິງ:   ສະຫາຍ ບຸ່ຍ ແທງ ເຊີນ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ທີ່ ນະຄອນຫຼວງຮ່າໂນ້ຍ.

 

ສະຫາຍ ລັດຖະມົນຕີທີ່ຮັກແພງ,

 

ໃນນາມຕາງໜ້າຄະນະນໍາ, ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະນໍາ, ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທຸກຖ້ວນໜ້າ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 78 ປີ (2/9/1945-2/9/2023).

 

ຂ້າພະເຈົ້າ ມີ​ຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 78 ປີຜ່ານມາ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໂດຍປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ ໄດ້ເຮັດໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ຜົນສໍາເລັດອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ ໂດຍສະເພາະການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIII ຢ່າງມີໄຊ, ພິເສດແມ່ນ ການປະກອບສ່ວນສໍາຄັນຂອງຂະແໜງການຕ່າງປະເທດ ເຮັດໃຫ້ຊື່ສຽງ ແລະ ອິດທິພົນ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ບັນດາສະຫາຍ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ​ບັນລຸຈຸດໝາຍແຫ່ງການສ້າງ ສສ. ຫວຽດນາມ ໃຫ້ເປັນປະເທດອຸດສາຫະກໍາຕາມທິດທັນສະໄໝໃຫ້ສໍາເລັດ, ບັນລຸເປົ້າໜາຍ ແລະ ທິດທາງຍຸດທະສາດຮອດປີ 2030 ແລະ ວິໄສທັດການພັດທະນາປະເທດຮອດປີ 2045 ເພື່ອເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ. ສືບຕໍ່ຮັກສາໄດ້ສະ​ຖຽນ​ລະ​ພາບທາງດ້ານການ​ເມືອງ​ໜັກ​ແໜ້ນ, ມີການພົວພັນຮ່ວມມືສາກົນຢ່າງກວ້າງຂວາງ, ຖານະບົດບາດຂອງ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

 

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນຮ່ວມມືລະຫວ່າງສອງປະເທດພວກເຮົາ ກໍ່ຄື ສອງກະຊວງການຕ່າງປະເທດ ທີ່ນັບມື້ນັບໄດ້ຮັບການພັດທະນາໃຫ້ສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກ ຕະຫຼອດໄລຍະຜ່ານມາ ແລະ ຂໍຢືນຢັນຢ່າງໜັກແໜ້ນວ່າ ຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດສະໜິດແໜ້ນ ກັບ ຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນ      ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ.

 

ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ສະຫາຍ ພ້ອມດ້ວຍຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດແຫ່ງ ສສ. ຫວຽດນາມ ຈົ່ງມີພະລານາໄມສົມບູນ ແລະ ໄດ້ຮັບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງຂອງຕົນ.

 

ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ສາຍພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດສອງປະເທດ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

                                                                                             

ນະຄອນຫຼວງວຽງຈັນ, ວັນທີ  01 ກັນຍາ 2023

ສະເຫຼີມໄຊ ກົມມະສິດ

ກໍາມະການກົມການເມືອງສູນກາງພັກ,

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ  

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486240
ມື້ນີ້156
ມື້ວານ215
ອາທິດນີ້1276
ເດືອນນີ້5545