ພະນະທ່ານ,
ໃນນາມລັດຖະບານ ແລະ ປະຊາຊົນ ຂອງ ສາທາລະນະລັດເຄນຢາ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.
ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດເຄນຢາ ແລະ ລາວ ທີ່ຍຶດໝັ້ນຫຼັກການລວມ ແລະ ຄວາມມຸ່ງມາດປາດຖະໜາເພື່ອສ້າງຄວາມຜາສຸກຕໍ່ປະຊາຊົນສອງຊາດພວກເຮົາ. ພວກເຮົາສອງຊາດຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຮ່ວມກັນ.
ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມືອັນແໜ້ນແຟ້ນຂອງພວກເຮົາຈະສືບຕໍ່ໄດ້ຮັບການພັດທະນາ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍອວຍພອນມາຍັງ ພະນະທ່ານ ຈົ່ງສືບຕໍ່ມີສຸຂະພາບເຂັ້ມແຂງ ແລະ ອວຍພອນ ປະຊາຊົນຂອງ ສປປ ລາວ ພາຍໃຕ້ການນຳພາອັນມີກຽດຂອງພະນະທ່ານ ຈົ່ງມີແຕ່ຄວາມຈະເລີນກ້າວໜ້າ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ປ.ອ. ວິນລຽມ ສະໝຸຍ ຣູໂຕ
ປະທານປະເທດ ແຫ່ງ ສາທາລະນະລັດ ເຄນຢາ
ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ນະຄອນຫຼວງວຽງຈັນ, ວັນທີ 19 ມັງກອນ 2023
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າສະຫຼົດໃຈຕໍ່ເຫດການ ອຸບັດຕິເຫດເຮືອບິນຕົກ ທີ່ເມືອງໂພກຄາຣາ, ປະເທດເນປານ ໃນວັນທີ 15 ມັງກອນ 2023 ທີ່ຜ່ານມາ, ອັນໄດ້ເຮັດໃຫ້ຜູ້ໂດຍສານ ແລະ ລູກເຮືອທັງໝົດ ເສຍຊິວິດ.