ນະຄອນຫຼວງວຽງຈັນ, ວັນທີ 2 ກັນຍາ 2023
ພະນະທ່ານ,
ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານຈັກໄທ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ແລະ ຍົກລະດັບການຮ່ວມມືສອງຝ່າຍ ເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນປີ 2022 ທີ່ຜ່ານມາ. ຂ້າພະເຈົ້າ ຫວັງວ່າຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີງາມດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ຜ່ານກົນໄກການຮ່ວມມືດ້ານຕ່າງໆ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ທີ່ສອງປະເທດເຮົາໄດ້ເຫັນດີຮ່ວມກັນ ໂດຍສະເພາະບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ, ໄທ-ລາວ ຄັ້ງທີ 22 ໃຫ້ເກີດດອກອອກຜົນເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ແລະ ຄວາມຈະເລີນກ້າວໜ້າມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ກໍ່ຄືການປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວອາຊຽນ ແລະ ການຮ່ວມມືເພື່ອພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນພອນໄຊໃຫ້ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ປານປີ ພະຫິດທານຸກອນ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ແຫ່ງ ຣາຊະອານາຈັກໄທ
ທີ່ ບາງກອກ