ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍ ບັນດາການນໍາໃໝ່ ຂອງ ຣາຊະອານາຈັກ ກໍາປູເຈຍ

    

   

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 21 ສິງຫາ 2023

   

ພະນະທ່ານ,

​         

ໃນ​ນາມ​ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ກໍຄື​ ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ ມີຄວາມຍິນດີເປັນຢ່າງຍິ່ງ ຂໍ​ສົ່ງ​ຄໍາ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ຈິງໃຈ ​ແລະ ອວຍພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ ພະນະທ່ານ ໃນໂອກາດທີ່ ພະນະທ່ານ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ.

   

ຂ້າພະ​ເຈົ້າ ຕີລາຄາສູງ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ຂອງ ພະນະທ່ານ ຈະສືບຕໍ່ນຳພາ ຣາຊະອານາຈັກ ກຳປູເຈຍ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ ແລະ ຂ້າພະເຈົ້າ ຂໍຢືນຢັນຄວາມພ້ອມທີ່ຈະຮ່ວມມືກັບ ພະນະທ່ານ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄຸນສ້າງ ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີເລີດມາແຕ່ດົນນານ ລະຫວ່າງ ສອງປະເທດພວກເຮົາ ໃນທຸກຂົງເຂດວຽກງານ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.

   

ສປປ ລາວ ແລະ ກຳປູເຈຍ ສອງປະເທດພວກເຮົາໄດ້ມີການພົວພັນມາແຕ່ບູຮານນະການ, ການນຳຂັ້ນສູງຂອງສອງປະເທດ ກໍໄດ້ມີການແລກປ່ຽນຢ້ຽມຢາມຢ່າງເປັນປົກກະຕິ ອັນໄດ້ເປັນການປະກອບສ່ວນ ເຂົ້າໃນການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ຂອງການເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ໝັ້ນ​ຄົງ​ຍາວ​ນານ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຫຼາຍຂຶ້ນ ທັງຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາໃນພາກພື້ນ ແລະ ສາກົນ.

   

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້, ​ອວຍພອນ​ໃຫ້ ພະນະທ່ານ ແລະ ປະຊາຊົນ ກຳປູເຈຍ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງມີ​ຄວາມ​ຜາ​ສຸກ ​ແລະ ປະສົບ​ຜົນ​ສໍາ​ເລັດອັນໃຫຍ່ຫຼວງກວ່າເກົ່າ​ໃນ​ພາລະ​ກິດ​ອັນ​ສູງ​ສົ່ງຂອງພະນະທ່ານ ​

   

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

     

  

ສອນໄຊ ສີພັນດອນ

   

  

ພະນະທ່ານ ປອ. ຮຸນ ມາແນດ, ນາຍົກລັດຖະມົນຕີ

​ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ

ທີ່ ນະຄອນຫຼວງ​ພະນົມ​ເປັນ

  

-------------------------------------------------------

  

    

  

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 21 ສິງຫາ 2023

 

ພະນະ​ທ່ານ,

       

ໃນ​ນາມ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ​ ປະຊາທິປະ​ໄຕ​ ປະຊາຊົນ​ລາວ ກໍ​ຄື​ ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ ມີ​ຄວາມຍິນ​ດີ​ເປັນ​ຢ່າງ​ຍິ່ງ ຂໍສົ່ງ​ຄໍາຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ ພະນະ​ທ່ານ ໃນໂອກາດທີ່​ພະນະ​ທ່ານ ​ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ  ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປເຈຍ.

   

ຂ້າພະ​ເຈົ້າ ມີຄວາມພາກພູມໃຈທີ່ເຫັນ​ວ່າ ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​​ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ຖານບ້ານໃກ້ເຮືອນຄຽງທີ່ດີ​ ​ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງ​ປະ​ເທດ ກໍ​ຄື ສອງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ພວກ​ເຮົາ ໄດ້ຮັບການເພີ່ມພູນຄູນສ້າງໃນຊຸມປີທີ່ຜ່ານມາ ແລະ ໄດ້ຮັບຜົນສໍາເລັດໃນຫຼາຍຂົງເຂດການຮ່ວມມື ອັນໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າ ພ້ອມແລ້ວທີ່ຈະຮ່ວມເຮັດວຽກ ກັບ ພະນະທ່ານຢ່າງໃກ້ຊິດ ເພື່ອສືບຕໍ່ເພີ່ມທະວີການພົວພັນມິດຕະພາບແບບຄູ່ຮ່ວມຍຸດທະສາດ ໝັ້ນຄົງ ຍາວນານ ລະຫວ່າງ 2 ປະເທດ ພວກເຮົາ.

       

ຂ້າພະ​ເຈົ້າ ຂໍ​ຖື​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້​ ອວຍພອນ​ໃຫ້ ​ພະນະ​ທ່ານ ພ້ອມ​ດ້ວຍ​ພະນັກງານ ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ ​​ແຫ່ງ ຣາຊະ​ອານ​າຈັກ ​ກໍາປູ​ເຈຍ ຈົ່ງ​ມີ​ສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບ​ຜົນ​ສໍາ​ເລັດ​ໃນ​ພາລະ​ກິດ​ອັນ​ສູງ​ສົ່ງ​.

       

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

   

ສະເຫຼີມໄຊ ກົມມະສິດ

   

  

ພະນະ​ທ່ານ ສຸກຈັນດາ ເສົາເພຍ,                                                                

ຮອງນາຍົກລັດຖະມົນຕີ

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ແລະ ຮ່ວມ​ມື​ສາກົນ

​ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ

ທີ່ ນະຄອນຫຼວງ​ພະນົມ​ເປັນ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486152
ມື້ນີ້68
ມື້ວານ215
ອາທິດນີ້1188
ເດືອນນີ້5457