ໃນວັນທີ 10 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມີພິທີ ມອບ-ຮັບການຊ່ວຍເຫຼືອທາງດ້ານການແພດ ຈາກລັດຖະບານ ແຫ່ງ ສປ ຈີນ ໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຮອບໃໝ່ ຢູ່ ສປປ ລາວ. ການຊ່ວຍເຫຼືອດັ່ງກ່າວປະກອບດ້ວຍ: ເຄື່ອງຊ່ວຍຫາຍໃຈ, ນໍ້າຢາຂ້າເຊື້ອ, ຜ້າອັດປາກການແພດ, ຖົງມື, ຊຸດປ້ອງກັນການແພດ, ອຸປະກອນກວດຫາເຊື້ອພະຍາດໂຄວິດ-19 ແລະ ອື່ນໆ ລວມມູນຄ່າ 10 ລ້ານຢວນ ຫຼື ປະມານ 15,5 ຕື້ກີບ. ກ່ອນໜ້ານີ້, ໃນວັນທີ 04 ພຶດສະພາ 2021 ທີ່ຜ່ານມາ, ລັດຖະບານ ແຫ່ງ ສປ ຈີນ ກໍໄດ້ສົ່ງຄະນະຊ່ຽວຊານແພດໝໍຈາກແຂວງຢຸນນານ ຈໍານວນ 25 ສະຫາຍ ເພື່ອມາຊ່ວຍເຫຼືອຄະນະທີມແພດໝໍຂອງລາວ ໃນການວາງແຜນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ ລວມທັງຍົກລະດັບດ້ານວິຊາການໃຫ້ແກ່ແພດໝໍຂອງລາວ ເພື່ອເພີ່ມຄວາມສາມາດໃນການຮັບມືກັບພະຍາດ ໂຄວິດ-19 ຢູ່ ສປປ ລາວ. ໃຫ້ກຽດຕາງໜ້າກ່າວມອບໂດຍສະຫາຍ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຄະນະນໍາຂອງບັນດາກະຊວງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນບ່າຍຂອງວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມີພິທີຕ້ອນຮັບຄະນະຊ່ຽວຊານແພດໝໍຈາກ ສປ ຈີນ ເພື່ອມາຊ່ວຍເຫຼືອໃນການຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ, ໂດຍການເປັນກຽດຕ້ອນຮັບຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍມີ ສະຫາຍ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ບັນດາລັດຖະມົນຕີ, ຮອງລັັັດຖະມົນຕີ, ຄະນະຊ່ຽວຊານແພດໝໍ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໃນວັນທີ 03 ພຶດສະພາ 2021, ທີ່ ຫ້ອງປະຊຸມໃຫຍ່, ກະຊວງການຕ່າງປະເທດ, ໄດ້ມີການສ້າງຂະບວນການສັກຢາ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍມີຄະນະທີມແພດໝໍຈາກໂຮງຫມໍເດັກ, ຈຳນວນ 41 ທ່ານ ມາອຳນວຍຄວາມສະດວກໃນການສັກວັກຊິນຕ້ານໂຄວິດ-19 ໂດສທຳອິດ ໃຫ້ແກ່ພະນັກງານລັດຖະກອນກະຊວງການຕ່າງປະເທດ ພ້ອມດ້ວຍ ຄອບຄົວ, ມີ ນັກການທູດ ແລະ ພະນັກງານ ປະຈຳ ສະຖານທູດຕ່າງປະເທດ ປະຈຳຢູ່ ສປປ ລາວ, 464 ທ່ານ ເຂົ້າຮັບການສັກວັກຊິນໃນຄັ້ງນີ້.