ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປ ຈີນ ມອບເຄື່ອງຊ່ວຍເຫຼືອທາງດ້ານການແພດ ຕ້ານພະຍາດ ໂຄວິດ-19 ໃຫ້ແກ່ ສປປ ລາວ

2021510-mop-vc1

2021510-mop-vc2

    ໃນວັນທີ 10 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມີພິທີ ມອບ-ຮັບການຊ່ວຍເຫຼືອທາງດ້ານການແພດ ຈາກລັດຖະບານ ແຫ່ງ ສປ ຈີນ ໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຮອບໃໝ່ ຢູ່ ສປປ ລາວ. ການຊ່ວຍເຫຼືອດັ່ງກ່າວປະກອບດ້ວຍ: ເຄື່ອງຊ່ວຍຫາຍໃຈ, ນໍ້າຢາຂ້າເຊື້ອ, ຜ້າອັດປາກການແພດ, ຖົງມື, ຊຸດປ້ອງກັນການແພດ, ອຸປະກອນກວດຫາເຊື້ອພະຍາດໂຄວິດ-19 ແລະ ອື່ນໆ ລວມມູນຄ່າ 10 ລ້ານຢວນ ຫຼື ປະມານ 15,5 ຕື້ກີບ. ກ່ອນໜ້ານີ້, ໃນວັນທີ 04 ພຶດສະພາ 2021 ທີ່ຜ່ານມາ, ລັດຖະບານ ແຫ່ງ ສປ ຈີນ ກໍໄດ້ສົ່ງຄະນະຊ່ຽວຊານແພດໝໍຈາກແຂວງຢຸນນານ ຈໍານວນ 25 ສະຫາຍ ເພື່ອມາຊ່ວຍເຫຼືອຄະນະທີມແພດໝໍຂອງລາວ ໃນການວາງແຜນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ ລວມທັງຍົກລະດັບດ້ານວິຊາການໃຫ້ແກ່ແພດໝໍຂອງລາວ ເພື່ອເພີ່ມຄວາມສາມາດໃນການຮັບມືກັບພະຍາດ ໂຄວິດ-19 ຢູ່ ສປປ ລາວ. ໃຫ້ກຽດຕາງໜ້າກ່າວມອບໂດຍສະຫາຍ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຄະນະນໍາຂອງບັນດາກະຊວງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ,ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19ຂອງສປຈີນໃຫ້ແກ່ ສປປລາວໃນຄັ້ງນີ້ກໍຄືຄັ້ງຜ່ານໆມາ, ຊຶ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍແລະຄວາມເອົາໃຈໃສ່ຂອງພັກ, ລັດຖະບານແລະປະຊາຊົນຈີນ ທີ່ມີຕໍ່ລັດຖະບານແລະປະຊາຊົນລາວໃນຍາມທີ່ມີຄວາມຫຍຸ້ງຍາກແລະທ້າທາຍ.ພ້ອມກັນນີ້, ຍັງສະແດງເຖິງຄວາມເປັນເພື່ອນມິດຖານສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ,ຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ4ດີແລະການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ,ຈີນ-ລາວລະຫວ່າງສອງພັກ,ສອງລັດແລະປະຊາຊົນສອງຊາດຢ່າງແທ້ຈິງ,ຊຶ່ງນັບມື້ໄດ້ຮັບການເສີມຂະຫຍາຍແລະເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ ປີ 2021 ອີກດ້ວຍ.

ໃນຕອນທ້າຍ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງລົ້ນເຫຼືອ ໂດຍຜ່ານ ສະຫາຍ ເອກອັກຄະລັດຖະທູດ ຈ່ຽງ ຈາຍຕຸ່ງ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ເວລາໃດກໍໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ກໍຄື ປະຊາຊົນລາວ ຢ່າງຈິງໃຈໂດຍຕະຫຼອດມາ ແລະ ຈະນໍາໃຊ້ການຊ່ວຍເຫຼືອດັ່ງກ່າວນີ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ພ້ອມທັງເຊື່ອໝັ້ນວ່າ ການຊ່ວຍເຫຼືອຂອງສະຫາຍຈີນອ້າຍນ້ອງໃນຄັ້ງນີ້ ຈະປະກອບສ່ວນອັນສຳຄັນເຂົ້າໃນການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ພວມແຜ່ຂະຫຍາຍໄປສູ່ວົງກວ້າງໃນຊຸມຊົນຢູ່ໃນປັດຈຸບັນ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ ບັນດາເມືອງໃນຫຼາຍແຂວງທົ່ວປະເທດນັ້ນ ຈະຖືກຈຳກັດລົງຢ່າງແນ່ນອນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485883
ມື້ນີ້14
ມື້ວານ168
ອາທິດນີ້919
ເດືອນນີ້5188