ໃນວັນທີ 03 ພຶດສະພາ 2021, ທີ່ ຫ້ອງປະຊຸມໃຫຍ່, ກະຊວງການຕ່າງປະເທດ, ໄດ້ມີການສ້າງຂະບວນການສັກຢາ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍມີຄະນະທີມແພດໝໍຈາກໂຮງຫມໍເດັກ, ຈຳນວນ 41 ທ່ານ ມາອຳນວຍຄວາມສະດວກໃນການສັກວັກຊິນຕ້ານໂຄວິດ-19 ໂດສທຳອິດ ໃຫ້ແກ່ພະນັກງານລັດຖະກອນກະຊວງການຕ່າງປະເທດ ພ້ອມດ້ວຍ ຄອບຄົວ, ມີ ນັກການທູດ ແລະ ພະນັກງານ ປະຈຳ ສະຖານທູດຕ່າງປະເທດ ປະຈຳຢູ່ ສປປ ລາວ, 464 ທ່ານ ເຂົ້າຮັບການສັກວັກຊິນໃນຄັ້ງນີ້.
ໃນໂອກາດດຽວກັນນີ້, ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ກໍ່ໄດ້ຕາງຫນ້າໃຫ້ຄະນະພັກ, ຄະນະນຳກະຊວງການຕ່າງປະເທດ ແລະ ພະນັກງານລັດຖະກອນ ສະແດງຄວາມຂອບໃຈຕໍ່ຄະນະທີມແພດຫມໍ ທີ່ໄດ້ເອົາໃຈໃສ່ອຳນວຍຄວາມສະດວກໃນການສ້າງຂະບວນການສັກຢາວັກຊິນຕ້ານໂຄວິດ-19 ໃຫ້ແກ່ພະນັກງານລັດຖະກອນກະຊວງການຕ່າງປະເທດ ທັງນີ້ ກໍ່ເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ເວົ້າສະເພາະ ກໍ່ຄືຢູ່ໃນ ສປປ ລາວ ເຮົາ. ພ້ອມດຽວກັນນີ້, ກໍ່ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ຄະນະທີມແພດຈາກໂຮງຫມໍເດັກ, ຊຶ່ງປະກອບມີ ເຄື່ອງນຸ່ງປ້ອງກັນໂຄວິດສຳລັບແພດຫມໍ ຈຳນວນ 100 ຊຸດ ແລະ ຜ້າອັດປາກ-ອັດດັງ ອະນາໄມ ຈຳນວນ 5.000 ແຜ່ນ ເພື່ອນຳໃຊ້ເຂົ້າໃນການປະຕິບັດໃນຫນ້າທີທາງການແພດ.
ກະຊວງການຕ່າງປະເທດ ກໍ່ຂໍສົ່ງກຳລັງໃຈໃຫ້ນັກຮົບຊຸດຂາວ ບັນດາແພດຫມໍທົ່ວປະເທດ ທີ່ປະຕິບັດຫນ້າທີຢູ່ແນວຫນ້າສະຫນາມຮົບໃນຄັ້ງນີ້ ຈົ່ງປະສົບຜົນສຳເລັດໃນການປະຕິບັດຫນ້າທີ່ອັນຫນັກຫນ່ວງ ໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ຈຳນວນຜູ້ຕິດເຊື້ອຢູ່ ສປປ ລາວ ທີ່ຍັງເພີ່ມຂຶ້ນຕໍ່ເນື່ອງ.