ໃນວັນທີ 11 ຕຸລາ 2021 ຜ່ານມາ, ຢູ່ທີ່ ມະຫາວິທະຍາໄລເສດຖະກິດ ແລະ ການບໍລິການແຫ່ງລັດ, ເມືອງ ວາລາດີວັດສະຕົກ, ສະຫະພັນ ຣັດເຊຍ ໄດ້ຈັດງານພົບປະ ລະຫວ່າງ ທ່ານ ອາເລັກຊານເດີ ວີຣິຈ (Alexander Virich), ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ເມືອງ ວາລາດີວັດສະຕົກ, ສ. ຣັດເຊຍ ກັບ ນັກສຶກສາຄະນະພົວພັນສາກົນ ແລະ ກົດຫມາຍ ເນື່ອງໃນໂອກາດວັນຄົບຮອບ 25 ປີ ແຫ່ງການເປັນຄູ່ຮ່ວມເຈລະຈາ ແລະ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນ ລະຫວ່າງ ຣັດເຊຍ - ອາຊຽນ.
ໃນໂອກາດດັ່ງກ່າວ, ທ່ານ ອາເລັກຊານເດີ ວີຣິຈ ໄດ້ອອກຄຳເຫັນ ແລະ ໄດ້ເວົ້າເຖິງຈຸດພິເສດຂອງອາຊີບນັກການທູດ ແລະ ການພົວພັນລະຫວ່າງ ລາວ - ຣັດເຊຍ, ພ້ອມທັງ ໄດ້ເຫນັ້ນຫນັກວ່າ, ປັດຈຸບັນນີ້ ການພົວພັນລະຫວ່າງ ຣັດເຊຍ-ລາວ ແມ່ນກຳລັງພັດທະນາຢ່າງຫ້າວຫັນ ໂດຍສະເພາະໄດ້ມີການແລກປ່ຽນດ້ານວັດທະນະທໍາ ແລະ ສັງຄົມ ເພື່ອຜົນປະໂຫຍດຮ່ວມກັນຂອງສອງປະເທດ, ລວມທັງ ການກໍ່ສ້າງບຸກຄະລະກອນ. ໃນຕອນທ້າຍ, ທ່ານ ອາເລັກຊານເດີ ວີຣິຈ ຍັງໄດ້ກ່າວວ່າ: ໃນເດືອນ ທັນວາ 2021 ທີ່ຈະມາເຖິງນີ້, ສປປ ລາວ ຈະໄດ້ເປີດເສັ້ນທາງລົດໄຟ ລະຫວ່າງ ສປປ ລາວ - ສປ ຈີນ, ຊຶ່ງຈະຊ່ວຍອຳນວຍຄວາມສະດວກໃນການເດີນທາງລະຫວ່າງປະເທດ. ສະນັ້ນ, ສໍາລັບຜູ້ທີ່ຢາກເດີນທາງໄປ ສປປ ລາວ ກໍ່ສາມາດເດີນທາງດ້ວຍເສັ້ນທາງບົກໄດ້ ແລະ ກໍ່ຈະເປັນການປະຢັດຄ່າໃຊ້ຈ່າຍພ້ອມ. ໃນການເດີນທາງຈາກ ເມືອງ ວາລາດີວັດສະຕົກ ໄປຍັງ ນະຄອນຫລວງວຽງຈັນ ແມ່ນໃຊ້ເວລາພຽງແຕ່ 2-3 ວັນ ເທົ່ານັ້ນ, ຊຶ່ງຈຸດດັ່ງກ່າວ ກໍ່ຈະກາຍເປັນປັດໃຈສໍາຄັນ ໃນການຊຸກຍູ້ການພົວພັນລະຫວ່າງ ລາວ - ຣັດເຊຍ ໃນທຸກໆຂົງເຂດວຽກງານ. ສັງເກດເຫັນວ່າ: ການບັນຍາຍຂອງ ທ່ານ ກົງສູນກິດຕິມະສັກ ຄັ້ງນີ້ ໄດ້ສ້າງຄວາມສົນໃຈເປັນຢ່າງຍິ່ງ ໃຫ້ແກ່ນັກສຶກສາທີ່ກຳລັງສຶກສາ ທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລດັ່ງກ່າວ, ພ້ອມນັ້ນ, ນັກສຶກສາ ກໍ່ໄດ້ກ່າວສະແດງຄວາມຮູ້ສຶກຂອງຕົນຕໍ່ການບັນຍາຍ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ກົງສູນກິດຕິມະສັກ ນຳອີກດ້ວຍ.