ໃນວັນທີ 10 ມີນາ 2019, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມ ຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ທີ່ ແຂວງກະແຈະ, ປະເທດກຳປູເຈຍ ພາຍໃຕ້ການເປັນປະທານຂອງ ທ່ານ ປານ ໂສຣະສັກ (PAN Sorasak), ລັດຖະມົນຕີກະຊວງການຄ້າ, ປະທານຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ເຊິ່ງກໍມີ ທ່ານ ຫງວຽນ ຈິ ຢຸງ (Nguyen Chi Dung), ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມ. ນອກຈາກ ຄະນະຜູ້ແທນຈາກກະຊວງຂະແໜງການຕ່າງໆ ຂອງສາມປະເທດ ແລ້ວ, ຍັງມີ ຄະນະຜູ້ແທນຂັ້ນສູງຈາກ 13 ແຂວງ ຂອງ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ, ໃນນັ້ນ ລວມມີບັນດາການນຳຂອງ ແຂວງສາລະວັນ, ແຂວງເຊກອງ, ແຂວງອັດຕະປື ແລະ ແຂວງຈໍາປາສັກ ຂອງ ສປປ ລາວ ກໍ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມຄະນະກຳມະການ ປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC) ຄັ້ງທີ 11 ໃນເດືອນ ທັນວາ 2017 ທີ່ ແຂວງບິງເຟືອກ, ສສ ຫວຽດນາມ ແລະ ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ໃນເດືອນມີນາ 2018 ທີ່ ຮ່າໂນ້ຍ, ສສ ຫວຽດນາມ ແລະ ພ້ອມກັນປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ. ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານລັດຖະມົນຕີ ຂອງ 3 ປະເທດ ໄດ້ເຫັນດີຮັບຮອງ ແລະ ລົງນາມບົດບັນທຶກ ຂອງ ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ເພື່ອເປັນບ່ອນອີງໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສາມປະເທດ ກໍຄື 13 ແຂວງ ໃນເຂດສາມຫຼ່ຽມພັດທະນາ ທັງນີ້ກໍເພື່ອຈະລາຍງານ ຕໍ່ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11, ເຊິ່ງ ສປປ ລາວ ຈະເປັນເຈົ້າພາບ ໃນຕົ້ນປີ 2020 ທີ່ຈະມາເຖິງນີ້.
ກອງປະຊຸມໄດ້ຮັບຊາບ ຄວາມຄືບຫນ້າ ຂອງການເຄື່ອນໄຫວວຽກງານດ້ານຕ່າງໆ ລະຫວ່າງ 3 ປະເທດ ກໍຄືບັນດາແຂວງ ໃນເຂດສາມຫລ່ຽມພັດທະນາ ຈາກໝາກຜົນຂອງກອງປະຊຸມລະດັບຕ່າງໆ ແລະ ກິດຈະກຳປິ່ນອ້ອມ ທີ່ໄດ້ຈັດຂຶ້ນໃນໂອກາດກອງປະຊຸມຄັ້ງນີ້, ຊື່ງລວມມີກອງປະຊຸມເຈົ້າໜ້າທີ່ອາວຸໂສ, ກອງປະຊຸມອະນຸກໍາມະການດ້ານເສດຖະກິດ ຄັ້ງທີ 11, ກອງປະຊຸມອະນຸກໍາມະການດ້ານຄວາມຫມັ້ນຄົງ ແລະ ວຽກງານການຕ່າງປະເທດ ຄັ້ງທີ 11, ກອງປະຊຸມອະນຸກໍາມະການສັງຄົມ ແລະ ສິ່ງແວດລ້ອມ ຄັ້ງທີ 9 ແລະ ກອງປະຊຸມອະນຸກໍາມະການປະສານງານລະດັບແຂວງ ຄັ້ງທີ 10 ລວມທັງຜົນການຈັດງານວາງສະແດງການຄ້າ ແລະ ການທ່ອງທ່ຽວ, ເວທີປຶກສາຫາລືຊາວໜຸ່ມ ຄັ້ງທີ 8 ແລະ ກອງປະຊຸມສໍາມະນາ ວ່າດ້ວຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຄັ້ງທີ 12.
ກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງຕໍ່ໄປ ຄັ້ງທີ 13 ແມ່ນ ສປປ ລາວ ຈະເປັນເຈົ້າພາບ.