ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ສະຖານກົງສຸນໃຫ່ຍ ສປປ ລາວ ທີ່ ນະຄອນດານັງ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ

  

  

20230706 Lao Cons in Danang

  

  

ສະຖານກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ  ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂຶ້ນ ໃນວັນທີ 04 ກໍລະກົດ 2023 ຜ່ານມາ, ພາຍໃຕ້ການເປັນປະທານ  ແລະ ມອບໃບຢັ້ງຢືນຂອງ ສະຫາຍ ແສງເພັດ  ຮຸ່ງບຸນຍວງ, ເລຂາຄະນະພັກຮາກຖານສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ຮ່າໂນ້ຍ ສສ ຫວຽດນາມ, ເອກອັກຄະລັດຖະທູດ ສປປລາວ ປະຈຳ ສສ ຫວຽດນາມ,  ມີສະຫາຍ ສຸພັນ ຫາດາວເຮືອງ,  ກຳມະການຄະນະພັກຮາກຖານສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ຮ່າໂນ້ຍ, ເລຂາໜ່ວຍພັກ, ກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ,ມີຄະນະໜ່ວຍພັກ, ຄະນະຈຸພັກນັກສຶກສາລາວ, ບັນດາສະມາຊິກພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ,ແມ່ຍິງ,ຊາວໜຸ່ມ,ກຳມະບານເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດລາວ ໄປຢ້ຽມຢາມ ໂຮງຮຽນເຕັກນິກການຊ່າງເຢຍລະມັນ, ບໍລິສັດຜະລິດເຄື່ອງຈັກອຸດສາຫະກໍາ, ສູນຝຶກອົບຮົມວິຊາຊີບສາກົນ ທີ່ ເມືອງ Weiherhammer, ລັດ Bavaria, ປະເທດ ເຢຍລະມັນ

 

2023062021 LaoAmbtoGerman01

 

ໃນວັນທີ 20-21 ມິຖຸນາ 2023, ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດລາວ ແລະ ທ່ານ ຄໍາສະໄຫວ ຍອມມີລາວົງ, ອໍານວຍການໂຮງຮຽນເຕັກນິກການຊ່າງ ລາວ-ເຢຍລະມັນ ພ້ອມດ້ວຍຄະນະຄູອາຈານ ໄດ້ເດີນທາງໄປ ຢ້ຽມຢາມ ໂຮງຮຽນເຕັກນິກການຊ່າງເຢຍລະມັນ Wiesau, ຊຶ່ງເປັນໂຮງຮຽນອາຊີວະສຶກສາຂະໜາດກາງຂອງລັດ ຕັ້ງຢູ່ ລັດ Bavaria ທາງພາກໃຕ້ຂອງເຢຍລະມັນ ທີ່ມີຊື່ສຽງ ແລະ ມີຫຼາກຫຼາຍສາຂາອາຊີບ ເຊັ່ນ: ສາຂາ IT ແລະ Digital ແມ່ນມີຄວາມໂດດເດັ່ນ ນອກນັ້ນຍັງມີ ຊ່າງອຸດສາຫະກໍາ, ໄມ້, ກົນຈັກ, ອີເລັກໂທນິກ, ບໍລິການ ໂຮງແຮມ, ທ່ອງທ່ຽວ, ຮ້ານອາຫານ, ປຸ່ງແຕ່ງ ແລະ ອຶ່ນໆ.

ອ່ານເພີ່ມເຕີມ... 

ການເຄື່ອນໄຫວລົງຮາກຖານທັດສະນະສຶກສາຂອງຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຊຸດທີI ສຳລັບພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ

 

IFA21 1

IFA21 2

 

ໃນວັນທີ 20 ມິຖຸນາ 2023, ສະຖາບັນການຕ່າງປະເທດ ໃນນາມຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮ່ວມກັບ ຄູອາຈານຈາກສະຖາບັນການເມືອງ ແລະ ປົກຄອງແຫ່ງຊາດ ໄດ້ນໍາພາຜູ້ເຂົ້າຮຽນທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I ສຳລັບພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຈຳນວນ 62 ທ່ານ ໄປເຄື່ອນໄຫວທັດສະນະສຶກສາຢູ່ເມືອງສັງທອງ, ນະຄອນຫລວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ພົງສະຫວັນ ສີລິພັນ, ກຳມະການຄະນະພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ, ເຈົ້າເມືອງ ເມືອງສັງທອງ ພ້ອມດ້ວຍຄະນະນຳເມືອງ ແລະ ຫົວໜ້າຂະແໜງການກ່ຽວຂ້ອງພາຍໃນເມືອງ.

ອ່ານເພີ່ມເຕີມ... 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490389
ມື້ນີ້155
ມື້ວານ261
ອາທິດນີ້1588
ເດືອນນີ້3782