ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງ ໜ່ວຍພັກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ. ຣັດເຊຍ

    

  

  

20230528 Lao Emb to RS  

  

ໃນຕອນເຊົ້າ ຂອງວັນທີ 29 ພຶດສະພາ 2023  ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກສະຖານທູດລາວ ປະຈຳ ສ.ຣັດເຊຍ, ໂດຍການເປັນປະທານຂອງ ສະ​ຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ​ເລຂາ​ຫນ່ວຍ​ພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ຣັດເຊຍ. ເຂົ້າຮ່ວມພິທີໃນຄັ້ງນີ້ມີ: ຄະນະຫນ່ວຍພັກ, ສະມາຊິກພັກ, ພະນັກງານຂອງສະຖານທູດ ແລະ ຕາງໜ້າອົງການຈັດຕັ້ງມະຫາຊົນ ລວມທັງໝົດຈຳນວນ 10 ສະຫາຍ ຍິງ 02 ສະຫາຍ.

  

ໃນພິທີ ສະ​ຫາຍ ສີສະໄຫວ ສິມມະລິວົງ, ຮອງ​ເລຂາ​ຫນ່ວຍ​ພັກ, ທີ່ປຶກສາທູດຝ່າຍປ້ອງກັນຊາດ ປະຈຳສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ຣັດເຊຍ ໄດ້ຂື້ນຜ່ານບົດສະຫຼຸບວຽກງານການຈັດຕັ້ງປະຕິບັດການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະວາງທິດທາງແຜນການ ປະຈຳປີ 2023 ຂອງໜ່ວຍພັກສະຖານທູດລາວ ປະຈຳ ສ.ຣັດເຊຍ, ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຂອງໜ່ວຍພັກ ໃນການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມະຕິ ຄຳສັ່ງ ແລະ ກົດລະບຽບພັກ ໄດ້ເປັນຢ່າງດີ ໂດຍສະເພາະແມ່ນ ຄໍາສັ່ງເລກທີ 01/ກມ ສພ, ລົງວັນທີ 03 ມັງກອນ 2018, ແຈ້ງການແນະນຳຂອງ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະບັບເລກທີ 737/ຄພ, ລົງວັນທີ 25 ຕຸລາ 2022 ແລະ ແຜນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ອັນໄດ້ເຮັດໃຫ້ສະມາຊິກພັກ ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ຍົກສູງສະຕິ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ເປັນເຈົ້າການປົກປ້ອງແນວທາງ ແລະ ອຸດົມການຂອງພັກ. ສະຫາຍຍັງໄດ້ຍົກໃຫ້ເຫັນຫຼາຍໆຜົນງານທີ່ພົ້ນເດັ່ນທີ່ໜ່ວຍພັກໄດ້ຊຸກຍູ້ ແລະ ເຮັດສຳເລັດ. ພ້ອມກັນນັ້ນ ກໍ່ຍັງໄດ້ຍົກໃຫ້ເຫັນບາງຂໍ້ຄົງຄ້າງທີ່ໜ່ວຍພັກ ຈະຕ້ອງໄດ້ເອົາໃຈໃສ່ ເພື່ອແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເພີ່ມທະວີການສຶກສາ ແລະ ຄົ້ນຄ້ວາ ບັນດາມະຕິ, ຄໍາສັ່ງ ຂອງຄະນະພັກຂັ້ນເທິງ ເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ. ຫຼັງຈາກນັ້ນ, ສະຫາຍກໍ່ໄດ້ເປີດໂອກາດໃຫ້ບັນດາສະຫາຍສະມາຊິກພັກ ປະກອບຄຳຄິດຄຳເຫັນໃນບົດສະຫຼຸບ ເພື່ອເຮັດໃຫ້ບົດສະຫຼຸບຂອງໜ່ວຍພັກມີເນື້ອໃນຄົບຖ້ວນກວ່າເກົ່າ.

  

ໃນຕອນທ້າຍ, ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາໜ່ວຍພັກ ໄດ້ຕາງໜ້າຄະນະບໍລິຫານງານພັກກະຊວງການຕ່າງປະເທດໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ໃຫ້ແກ່ ໜ່ວຍພັກສະຖານທູດລາວປະຈຳ ສ.ຣັດເຊຍ, ພ້ອມທັງໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງຄະນະໜ່ວຍພັກທີ່ໄດ້ມີຄວາມພະຍາຍາມ ແລະ ເຊີດຊູຄວາມຮັບຜິດຊອບສູງໃນການເອົາໃຈໃສ່ ຊີ້ນຳ-ນຳພາໜ່ວຍພັກ, ສະມາຊິກພັກ-ພະນັກງານ ແລະ ຈຸພັກ ທີ່ຂຶ້ນກັບໜ່ວຍພັກສະຖານທູດລາວ ປະຈຳ ຣັດເຊຍ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນດ້ວຍຜົນສຳເລັດ, ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງວຽກງານປັບປຸງກໍ່ສ້າງຮາກຖານພັກ ໄດ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ແລະ ສະມາຊິກພັກ-ພະນັກງານທຸກຄົນ; ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງຮັບປະກັນ 5 ຫລັກການ ທີ່ກົມການເມືອງສູນກາງພັກວາງອອກ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.   

 

ໜ່ວຍພັກສະຖານທູດ ກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນສູ້ຊົນສືບຕໍ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ດີ ແລະ ຫລາຍກວ່າເກົ່າ ທັງດ້ານປະລິມານ ແລະ ຄຸນນະພາບໃນຕໍ່ໜ້າ ແລະ ພ້ອມກັນປ້ອງກັນນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ໃນປີຕໍ່ໄປ.

  

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485924
ມື້ນີ້55
ມື້ວານ168
ອາທິດນີ້960
ເດືອນນີ້5229