ໃນວັນທີ 20-21 ມິຖຸນາ 2023, ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດລາວ ແລະ ທ່ານ ຄໍາສະໄຫວ ຍອມມີລາວົງ, ອໍານວຍການໂຮງຮຽນເຕັກນິກການຊ່າງ ລາວ-ເຢຍລະມັນ ພ້ອມດ້ວຍຄະນະຄູອາຈານ ໄດ້ເດີນທາງໄປ ຢ້ຽມຢາມ ໂຮງຮຽນເຕັກນິກການຊ່າງເຢຍລະມັນ Wiesau, ຊຶ່ງເປັນໂຮງຮຽນອາຊີວະສຶກສາຂະໜາດກາງຂອງລັດ ຕັ້ງຢູ່ ລັດ Bavaria ທາງພາກໃຕ້ຂອງເຢຍລະມັນ ທີ່ມີຊື່ສຽງ ແລະ ມີຫຼາກຫຼາຍສາຂາອາຊີບ ເຊັ່ນ: ສາຂາ IT ແລະ Digital ແມ່ນມີຄວາມໂດດເດັ່ນ ນອກນັ້ນຍັງມີ ຊ່າງອຸດສາຫະກໍາ, ໄມ້, ກົນຈັກ, ອີເລັກໂທນິກ, ບໍລິການ ໂຮງແຮມ, ທ່ອງທ່ຽວ, ຮ້ານອາຫານ, ປຸ່ງແຕ່ງ ແລະ ອຶ່ນໆ.
ຫຼັງຈາກນັ້ນ, ໄດ້ໄປຢ້ຽມຢາມສູນຝຶກອົບຮົມວິຊາຊີບສາກົນ ໃນພາກຕາເວັນອອກ ຢູ່ລັດ Bavaria (ÜBZO), ຊຶ່ງເປັນສະຖາບັນຝຶກອົບຮົມເອກະຊົນແຫ່ງທໍາອິດ ໃນປະເທດ ເຢຍລະມັນ ທີ່ພັດທະນາ ຄວາມສາມາດດ້ານເຕັກໂນໂລຊີການຜະລິດ, ສາມາດສ້າງໂປແກຼມໃໝ່ທີ່ປັບຕົວເຂົ້າກັບຄວາມຕ້ອງການຂອງບໍລິສັດ ແລະ ຕອບສະໜອງກັບການປ່ຽນແປງລະບົບດິຈິຕອລອຸດສາຫະກໍາ. ພ້ອມກັນນັ້ນ, ກໍ່ໄດ້ໄປຢ້ຽມຢາມ ບໍລິສັດ BHS ເປັນບໍລິສັດຍັກໃຫຍ່ຊັ້ນນໍາທີ່ມີປະສົບການຫຼາຍກວ່າ 60 ປີ ໃນການຜະລິດເຄື່ອງຈັກອຸດສາຫະກໍາຜະລິດເຈ້ຍ, ເຄື່ອງຈັກ ຜະລິດແກັດເຈ້ຍ ສົ່ງໄປໃນທົ່ວໂລກ 50% ແມ່ນມາຈາກບໍລິສັດດັ່ງກ່າວ, ປັດຈຸບັນມີສາຂາຢູ່ປະເທດ ສ. ເຊັກ, ອີຕາລີ, ອາເມຣິກາ, ບຣາຊິນ, ມາເລເຊຍ ແລະ ສປ. ຈີນ. ບໍລິສັດ BHS ໄດ້ໃຫ້ການຊ່ວຍເຫຼືອສ້າງໂຮງຮຽນປະຖົມສີເກີດ ແລະ ໂຮງຮຽນປະຖົມ ແລະ ມັດທະຍົມພາງແຫ້ງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ແຕ່ປີ 2004 ແລະ 2011 ເປັນຕົ້ນມາ ລວມທັງສົ່ງເສີ່ມກິດຈະກໍາໃນການຮຽນການສອນ, ອຸປະກອນ ແລະ ສົ່ງເສີ່ມໃຫ້ນັກຮຽນຂົ້າສູ່ການສຶກສາ ອາຊີວະ ເພື່ອຫຼຸດພົ້ນຄວາມທຸກຍາກ. ນອກນັ້ນ, ຍັງໃຫ້ທຶນການສຶກສາແກ່ນັກຮຽນໃນໂຮງຮຽນດັ່ງກ່າວ ແລະ ຊົນນະບົດ ປີລະ 40 ທຶນ ເພື່ອເຂົ້າຮຽນວິຊາຊີບ ຢູ່ ໂຮງຮຽນເຕັກນິກ ລາວ-ເຢຍລະມັນ. ນັບແຕ່ປີ 2019 ເປັນຕົ້ນມາໄດ້ໃຫ້ທຶນ ແກ່ນັກສຶກສາລາວ ຈໍານວນ 23 ທຶນ ໄປຮຽນຕໍ່ວິຊາຊີບ ແລະ ປະລິນຍາຕີ ທີ່ ປະເທດ ເຢຍລະມັນ, ຊຶ່ງເປັນການຮ່ວມ ມືກັນ ລະຫວ່າງ ບໍລິສັດ BHS, ເຢຍລະມັນ ແລະ ໂຮງຮຽນເຕັກນິກລາວ-ເຢຍລະມັນ ຂອງລາວເຮົາ.
ໃນໂອກາດຢ້ຽມຢາມດັ່ງກ່າວ, ທ່ານທູດ ໄດ້ພົບປະກັບ ທ່ານ Christian Engel, ປະທານບໍລິສັດ BHS, ທ່ານ Dr. Erich Bauer, ອໍານວຍການສູນຝຶກອົບຮົມວິຊາຊີບສາກົນ (ÜBZO), ຊຶ່ງໄດ້ຖືໂອກາດດັ່ງກ່າວ ຕາງໜ້າໃຫ້ ລັດຖະບານລາວ ສະແດງຄວາມຂອບໃຈ ບໍລິສັດ BHS ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຂະແໜງການສຶກສາ ໂດຍສະເພາະວຽກງານອາຊີວະສຶກສາ ຕະຫຼອດໄລຍະຜ່ານມາ ແລະ ສະເໜີໃຫ້ສືບຕໍ່ເພີ່ມການຊ່ວຍເຫຼືອດັ່ງກ່າວໃນ ຕໍ່ໜ້າ. ນອກນັ້ນ, ຍັງໄດ້ໂອ້ລົມກັບນັກສຶກສາລາວ ທີ່ໄດ້ຮັບທຶນການສຶກສາໃນລະດັບປະລິນຍາຕີ ແລະ ຊັ້ນກາງ ຈາກບໍລິສັດ BHS ທີ່ກໍາລັງຮຽນຢູ່ສູນຝຶກອົບຮົມວິຊາຊີບສາກົນ ໃນເມືອງ Weiherhammer, ລັດ Bavaria.